Ad

Ad

1 March 2016

ລາວ-ສິງກະໂປ ຮ່ວມມືພັດທະນາດ້ານຊັບພະຍາກອນມະນຸດ


        ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານຂັ້ນນຳລາວດ້ວຍການຈັດຝືກອົບຮົມຖ່າຍທອດບົດ ຮຽນຂອງສິງກະໂປລະຫວ່າງ ທ່ານ ຢົງ ຈັນທະລັງສີ ຫົວໜ້າສະຖາ ບັນການຕ່າງປະເທດກະຊວງການຕ່າງປະເທດລາວ ແລະ ທ່ານ ສາດສະດາຈານ ເອີມິງ ຮົວ ຮອງອະທິການບໍດີມະຫາວິທະຍາໄລເຕັກໂນໂລຊີ ນັນຢາງ ແຫ່ງປະເທດສິງກະໂປ,​​ ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາ, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແສງເພັດ ຮຸ່ງບຸນຍວງ, ມີຜູ້ບໍລິຫານມູນນິທິເທມາເຊັກ, ຫົວໜ້າກົມແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

          ການລົງນາມບົດບັນທຶກດັ່ງກ່າວເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງສອງຝ່າຍ ໃນການຊ່ວຍເຫລືອຍົກສູງເພື່ອສ້າງຄວາມສາມາດໃຫ້ແກ່ພະນັກງານຂັ້ນນຳຂອງລາວດ້ວຍການຈັດຝືກອົບຮົມຖ່າຍທອດບົດຮຽນຂອງສິງກະໂປໃຫ້ຜູ້ເຂົ້າຮ່ວມໄດ້ນຳມາໜູນໃຊ້ເຂົ້າໃນວຽກງານຕົວຈິງ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ຫລຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ກາຍເປັນປະເທດທີ່ຈະເລີນໃນອະນາຄົດ.

           ໂຄງການຝືກອົບຮົມດັ່ງກ່າວ, ແມ່ນຂີດໝາຍສຳຄັນໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍລາວ-ສິງກະໂປ, ໂດຍສະເພາະການພັດທະນາຊັບພະຍາກອນມະນຸດຂອງທັງສອງປະເທດໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາດີຂຶ້ນໄປເລື້ອຍໆ.     ໂຄງການດັ່ງກ່າວເກີດຂຶ້ນພາຍໃຕ້ການສະໜັບສະໜູນຈາກລັດຖະບານລາວ ແລະ ມູນນິທິເທມາເຊັກ, ເຊິ່ງມະຫາວິທະຍາໄລເຕັກໂນໂລຊີນັນຢາງເປັນຜູ້ຈັດຕັ້ງປະຕິບັດ ໂດຍໄດ້ແບ່ງອອກເປັນ 3 ຊຸດຮຽນ, ມີປະມານ 25 ຄົນຕໍ່ຊຸດ,​ ໄລຍະຝຶກອົບຮົມ 15 ວັນ ຢູ່ປະ​ເທດສິງກະໂປ ເພື່ອຮຽນຮູ້ປະສົບການ, ບົດຮຽນໃນຂົງເຂດການບໍລິຫານລັດ,ນະໂຍບາຍລັດ ແລະ ການພັດທະນາເສດຖະກິດ-ສັງຄົມຈາກຜູ້ຊ່ຽວຊານທີ່ເຄີຍມີບົດບາດໃນຍຸກຂ້າມຜ່ານຂອງສິງກະໂປ.

No comments:

Post a Comment