Ad

Ad

15 March 2016

ກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 13 ໄຂຂຶ້ນທີ່ວຽງຈັນ

ກອງທັບປະຊາຊົນລາວໄດ້ ເປັນເຈົ້າພາບກອງປະຊຸມບໍ່ເປັນ ທາງການຂອງຜູ້ບັນຊາການທະ ຫານສູງສຸດອາຊຽນຄັ້ງທີ 13 ໄຂຂຶ້ນຢ່າງເປັນທາງການທີ່ນະຄອນ ຫລວງວຽງຈັນໃນວັນທີ 14 ມີນານີ້ໂດຍການເປັນເຈົ້າພາບຂອງ ກອງທັບປະຊາຊົນລາວ, ມີບັນດາຕົວ ແທນຈາກກອງທັບ 10 ປະເທດ ສະມາຊິກອາຊຽນເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ພົນຕີ ສຸວອນ ເລືອງບຸນ ມີຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວມີຄຳເຫັນ ໃນທີ່ປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະຈັດຂຶ້ນໃນລະຫວ່າງການເຂົ້າເປັນປະຊາຄົມອາຊຽນປີທຳອິດ ເຊິ່ງເປັນການເພີ່ມທະວີການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນແນໃສ່ເຮັດໃຫ້ ພາກພື້ນນີ້ກາຍເປັນພາກພື້ນແຫ່ງ ສັນຕິພາບ, ມີຄວາມໝັ້ນຄົງ ແລະ ມີຄວາມ
ວັດທະນາຖາວອນຢ່າງ ແທ້ຈິງ. ທ່ານ ພົນຕີ ສຸວອນ ກ່າວ ວ່າ: ປັດຈຸບັນສະພາບການຂອງ ໂລກ ແລະ ພາກພື້ນຍັງຜັນແປໄປ ຢ່າງສະຫລັບສັບຊ້ອນມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດ ສອບ ເຊິ່ງຍາກຈະຄາດຄະເນໄດ້. ດ້ວຍເຫດນີ້ການຮ່ວມມືເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະ ພາບ, ຄວາມໝັ້ນຄົງ ແລະ ການ ພັດທະນາຂອງພາກພື້ນແມ່ນມີ ຄວາມຈຳເປັນ ແລະ ພາວະວິໃສ, ທັງແມ່ນຄວາມມຸ່ງມາດປາຖະໜາຂອງປະຊາຊົນພາກພື້ນ. ດັ່ງນັ້ນ ກອງປະຊຸມຄັ້ງນີ້ຈະເປັນການປະ ກອບສ່ວນສຳຄັນເຂົ້າໃນການເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ວາງ ໃຈ ແລະ ເປັນການກຳນົດແຜນ ການຮ່ວມມືຂອງກອງທັບບັນດາ ອາຊຽນດ້ວຍກັນເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆຕໍ່ຄວາມ ໝັ້ນຄົງທັງຮູບແບບເກົ່າ ແລະ ໃໝ່ທີ່ ກຳລັງເກີດຂຶ້ນໃນປັດຈຸບັນ ແລະ ອະນາຄົດເຊິ່ງມັນສອດຄ່ອງກັບຫົວຂໍ້ກອງປະຊຸມທີ່ວ່າ: ສົ່ງເສີມການ ຮ່ວມມືດ້ານວຽກງານປ້ອງກັນ ຊາດເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”.

ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວກ່າວ ຕື່ມວ່າ: ກອງປະຊຸມບໍ່ເປັນທາງ ການຂອງຜູ້ບັນຊາການທະຫານ ສູງສຸດອາຊຽນຄັ້ງທີ 13 ໄດ້ມີການ ປຶກສາຫາລືແລກປ່ຽນຄຳຄິດຄຳ ເຫັນຫລາຍບັນຫາເຊິ່ງລ້ວນແຕ່ມີ ຄວາມໝາຍສຳຄັນໃນການເສີມ ຂະຫຍາຍການພົວພັນຮ່ວມມືຂອງກອງທັບອາຊຽນເພື່ອປົກປັກຮັກ ສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສິ່ງສຳຄັນແມ່ນໄດ້ເປັນເອກະ ພາບຕໍ່ແຜນການຮ່ວມມືສຳລັບປີ 2016-2018 ຂອງທະຫານອາ ຊຽນເຊິ່ງມີການລົງນາມໃນຖະ ແຫລງການຮ່ວມຂອງກອງປະຊຸມເທື່ອນີ້.

No comments:

Post a Comment