Ad

Ad

15 March 2016

ການ​ປັກ​ດຳນາ​ແຊງ​ປີ​ນີ້​ອາດ​ບໍ່​ບັນ​ລຸ​ຄາດໝາຍເນື່ອງຈາກສະ ພາບອາກາດໜາວແຮງຢູ່ບັນດາແຂວງພາກເໜືອ

ກະຊວງກະສິກຳ​ ​ແລະ ປ່າໄມ້​​ໃຫ້ຮູ້ວ່າ: ການຜະລິດນາແຊງຂອງປະເທດເຮົາໃນປີນີ້​.ແມ່ນປະສົບຄວາມຫຍຸ້ງຍາກບໍ່ໜ້ອຍ, ຍ້ອນການປ່ຽນແປງຂອງລະພາບດິນຟ້າອາກາດ, ໂດຍສະເພາະພາກເໜືອມີອາກາດໜາວແຮງເຮັດໃຫ້ການປັກດຳບໍ່ໄດ້ຕາມຄາດໝາຍ, ​ຊຶ່ງໂດຍສະ​​​ເລ່ຍ​​ແລ້ວມາຮອດດຽວນີ້ກະສິກອນທົ່ວປະເທດປັກດຳນາ​​ແຊງໄດ້ພຽງ 1 ​ແສນກວ່າເຮັກຕາ, ​ເທົ່າກັບ 87 % ຂອງເນື່ອທີ່ແຜນການວາງໄວ້ 113.000 ​ເຮັກຕາ,ເຫັນວ່າຫຼຸດລົງຫຼາຍ ເມື່ອທຽບໃສ່ປີຜ່ານມາ.​​ ເນື່ອງຈາກສະພາບອາກາດໝາ​​​​ໄດ້ສົ່ງຜົນກະທົບຕໍ່ການປັກດຳນາແຊງຢູ່ຫຼາຍທ້ອງຖິ່ນຫຼ້າຊ້າ, ຂະນະທີ່ປັດຈຸບັນຂະ​​ແໜງກະສິກຳ​ ​ແລະ ປ່າໄມ້ກໍໄດ້ສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ຊາວກະສິກອນສຸ່ມໃສ່ການຜະລິດກະສິກຳໃຫ້ໄດ້ຮັບຜົນເຊັ່ນ: ການບົວລະບັດຮັກສາ, ການກຽມພ້ອມປ້ອງກັນສັດຕູພືດ, ​ໃສ່ຝຸ່ນ,​ ເສຍຫຍ້າໃຫ້ດີເພື່ອສາມາດຍົກສະມັດຕະພາບ​​ການຜະລິດໃຫ້​​ສູງຶ້.


ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ໃນໄລຍະນີ້ ຄຽງຄູ່ກັບການປັກດຳເຂົ້ານາແຊງແລ້ວກະສິກອນທ້ອງຖິ່ນຕ່າງໆຍັງໄດ້ສຸ່ມໃສ່ປູກພືດລະດູແລ້ງຢ່າງເປັນຂະບວນຟົດຟື້ນຄື: ​ມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້​​ແລ້ວຫຼາຍກວ່າ 122 ພັນເຮັກຕາ, ທົ່ວກັບ 76 % ຂອແຜນການ, ສ່ວນພືດທີ່ນິຍົມປູກຫຼາຍແມ່ນສາລີອາຫານສັດ, ສາລີຫວານ​, ມັນຕົ້ນ, ຖົ່ວດິນແລະເຜືອກມັນຕ່າງໆ, ​ໂດຍສະເພາະແມ່ນຢູ່ແຂວງພາກເໜືອແລະ ພາກກາງ,​ ເຖິງຢ່າງໃດກໍຕາມສະພາບອາກາດໜາວ​​ຜ່ານມາຍັງສົ່ງຜົນກະທົບຕໍ່ຜົນລະປູກຂອງປະຊາຊົນຢູ່ບັນດາແຂວງພາກເໜືອຫຼາຍກວ່າ 2600 ​ເຮັກຕາ, ຄາດຄະເນມູນຄ່າຄວາມເສຍຫາຍຈະມີປະ ມານ 8,5 ຕື້ກີບ .

No comments:

Post a Comment