Ad

Ad

15 March 2016

ສຶກສາອົບຮົມກຸ່ມໄວໜຸ່ມ ທີ່ຂັບຂີ່ລົດອ້ອມກອງຟອນໝູ່ດ້ວຍຄວາມທ້າທາຍກົດໝາຍ

ເມື່ອທ້າຍເດືອນພະຈິກ 2015 ຜ່ານມາ, ໄດ້ມີກຸ່ມໄວໜຸ່ມຈຳນວນບໍ່ໜ້ອຍຂັບຂີ່ລົດຈັກ ແລະ ລົດໃຫຍ່ແຫ່ອ້ອມກອງຟອນໃນພິທີສົ່ງສະການໝູ່ຢູ່ວັດທາດຝຸ່ນ ນະຄອນຫລວງວຽງຈັນແລ້ວເຜີຍແຜ່ລົງໃນສື່ອອນລາຍ, ເຊິ່ງເປັນການສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ເປັນພາບພົດອັນ ບໍ່ດີເຮັດໃຫ້ເຊື່ອມເສຍຮີດຄອງປະເພນີອັນດີງາມຂອງຊາດ ແລະ ຍັງເປັນແບບຢ່າງທີ່ບໍ່ດີໃຫ້ສັງຄົມ ອີກດ້ວຍ, ຕໍ່ເຫດການດັ່ງກ່າວພະ ແນກສືບຂ່າວອາຍາຈຶ່ງຈັດຕັ້ງກຳລັງລົງເກັບກຳຂໍ້ມູນລາຍລະອຽດ ເພື່ອນຳຕົວພວກກ່ຽວມາສຶກສາອົບຮົມ. ໃນວັນທີ 14 ມີນານີ້, ຢູ່ຫ້ອງຕຳຫລວດກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ພ້ອມໄດ້ເຊີນເອົາຜູ້ປົກຄອງ, ອຳນາດການປົກຄອງບ້ານ, ຄູອາຈານ ແລະ ນັກຮຽນກຸ່ມດັ່ງກ່າວ
ຫລາຍກວ່າ 100 ຄົນເຂົ້າຮ່ວມສຶກສາອົບຮົມຕາມລະບຽບ, ກົດໝາຍບ້ານ ເມືອງ ແລະ ຍົກໃຫ້ເຫັນວ່າ: ການກະທຳດັ່ງກ່າວໄດ້ເປັນແບບຢ່າງບໍ່ດີໃຫ້ກັບສັງຄົມ, ເພື່ອໃຫ້ກຸ່ມນັກ ຮຽນ, ນັກສຶກສາດັ່ງກ່າວຫັນມາຕັ້ງໃຈສຶກສາຮ່ຳຮຽນໃຫ້ກາຍເປັນນັກຮຽນດີ, ນັກຮຽນເກັ່ງ, ເປັນລູກທີ່ດີຂອງພໍ່ແມ່, ເປັນອະນາຄົດທີ່ດີ ຂອງຊາດ.

ຂະບວນຂີ່ລົດແຫ່ອ້ອມກອງຟອນຢູ່ວັດທາດຝຸ່ນ ໃນຄັ້ງວັນທີ 16 ພະຈິກ 2015 ຜ່ານມານັ້ນ, ເປັນ ການຊັກຊວນກັນທາງໂທລະສັບລະຫວ່າງໝູ່ຕໍ່ໝູ່ເພື່ອມາສົ່ງສະການໝູ່ທີ່ເຄີຍຮ່ວມກຸ່ມກັນຂີ່ລົດກວນເມືອງ, ເຊິ່ງໄດ້ເສຍຊີວິດໃນອຸປະຕິເຫດຄັ້ງວັນທີ 14 ພະຈິກຜ່ານມາ, ຢູ່ 4 ແຍກໄຟແດງທາດດຳ, ຍ້ອນວ່າກ່ອນເກີດອຸປະຕິເຫດຜູ້ຕາຍໄດ້ບອກກັບຄອບຄົວ ແລະ ໝູ່ຄູ່ວ່າ: ຖ້າຜູ້ກ່ຽວເສຍຊີວິດເມື່ອໃດໃຫ້ໝູ່ຄູ່ຂັບລົດແຫ່ອ້ອມກອງຟອນໃຫ້ແດ່ຈັກ 3 ຮອບ. ສະນັ້ນ ຜູ້ປົກຄອງຜູ້ ຕາຍຈຶ່ງໄດ້ອະນຸຍາດໃຫ້ກະທຳທີ່ບໍ່ດີດັ່ງກ່າວ ແລະ ໄດ້ສົ່ງສຽງເນືອງ ນັນຕໍ່ສັງຄົມແຕະຕ້ອງເຖິງຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ.

No comments:

Post a Comment