Ad

Ad

15 March 2016

ອພບ ຊີ້ການຂື້ນລາຄາຝາກລົດແມ່ນເກີດຈາກການສວຍໂອກາດຂອງກະໂຕຜູ້ປະກອບການເອງ

ຮອງປະທານອົງການບໍລິຫານ ແລະ ພັດທະນາຕົວເມືອງນະ ຄອນຫຼວງວຽງຈັນ (ອພບ) ໄດ້ ໃຫ້ສຳພາດຕໍ່ນັກພວກເຮົາເມື່ອມໍ່ໆມານີ້ວ່າ: ປັດຈຸບັນມັກຈະມີຫ່າງ ສຽງຈາກປະຊາຊົນວ່າສະຖານ ຝາກລົດຕ່າງໆໃນນະຄອນຫຼວງ ວຽງຈັນມັກມີການສວຍໂອກາດ ຂຶ້ນລາຄາສູງກວ່າ ອພບ ກຳນົດ, ຊຶ່ງຕໍ່ບັນຫາດັ່ງກ່າວພາກສ່ວນກ່ຽວຂ້ອງຂອງ ອພບ ກໍໄດ້ລົງກວດກາ ຕິດຕາມ ແລະ ກໍເຫັນວ່າມີການ ສວຍໂອກາດຄືດັ່ງກ່າວແທ້ບໍ່ວ່າຈະເປັນເຂດຮັບ ຜິດ ຊອບຂອງ ອພບ ແລະ ບໍ່ແມ່ນເຂດຮັບຜິດຊອບ, ຊຶ່ງ ບັນຫານີ້ສ່ວນຫຼາຍແມ່ນເກີດຈາກກະໂຕຜູ້ປະກອບການເອງ ແລະ ການປະພຶດດັ່ງກ່າວແມ່ນຜິດຕໍ່ຂໍ້ກຳນົດ ແລະ ລະບຽບທີ່ ອພບ ວາງ ອອກ ແລະ ຜ່ານມາພາກສ່ວນກ່ຽວຂອງກໍໄດ້ມີການກ່າວຕັກ ເຕືອນ, ສຶກສາອົບຮົມມາ
ແລ້ວ, ດັ່ງ ນັ້ນຖ້າບໍ່ມີການປ່ຽນແງແມ່ນຈະໃຫ້ຢຸດເຊົາການເຮັດໜ້າທີ່ ແລະ ເຖິງຢ່າງໃດກໍຕາມ ອພບ ເອງກໍມີຄວາມເປັນຫ່ວງຕໍ່ສະຖານທີ່ຮັບຝາກລົດທີ່ບໍ່ແມ່ນເຂດຮັບຜິດຊອບ ຂອງຕົນ, ເພາະມີສະຖານທີ່ຈອດລົດບາງຈຸດ, ນອກຈາກເກັບຄ່າຝາກລົດສູງແລ້ວແລ້ວ, ຍັງບໍ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ມີສະພາບເປື້ະເປື້ອນ, ສ້າງຄວມບໍ່ຈົບງາມໃຫ້ສັງຄົມ, ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ຮັບຜິດຊອບມີການ ແກ້ໄຂປັບປຸງໃຫ້ດີຂື້ນໂດຍສະເພາະແມ່ນການຮັກສາອະນາໄມ້ ແລະ ການຈັດສັນການຈອດລົດໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຂຶ້ນ, ສະເພາະ ອພບ ເອງກໍມີແຜນຈະປັບປຸງ, ຂະຫຍາຍ ແລະ ຍົກສະດັບລະຖານຮັບຝາກລົດຫຼາຍ ແຫ່ງທີ່ຢູ່ໃນເຂດຮັບຜິດຊອບຂອງຕົນໃຫ້ມີຄວາມເປັນລະຍຽບຮຽບຮ້ອຍ, ສວຍງາມ ແລະ ພຽງພໍກັບຄວາມການຂອງສັງຄົມ.

ຮອງປະທານ ອພບໃຫ້ຮູ້ອີກ ວ່າ: ໂດຍອີງຕາມຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນໃນປີ 2007 ທີ່ໄດ້ອານຸຍາດໃຫ້ ອພບ ເຮັດການບໍລິການຝາກລົດຕາມສະຖານທີ່ສາທາລະນະຕ່າງໆໃນນະຄອນລວງວຽໜງຈັນ, ໃນເບື່ອງ ຕົ້ນມີທັງໝົດ 18 ຈຸດ, ແຕ່ໃນການ ປະຕິບັດຕົວຈິງ, ກໍຄືສະ ຖານທີ່ຮັບຝາກລົດທີ່ ອພບ ຄຸ້ມຄອງໃນປັດ ຈຸບັນມີພຽງ 11 ຈຸດຄື:(1) ລານ ຈອດລົດສີຫອມຖະໜົນສາມແສນ ໄທ,(2) ລານຈອດລົດເຂດຫໍພະ ແກ້ວ, (3) ລານຈອດລົດສາມ ແຍກປາກປາສັກ, (4) ລານຈອດ ລົດເຂດໂຮງໝໍມະໂຫສົດ, (5) ລານຈອດລົດແຄມຂອງ, (6) ລານຈອດລົດເຂດກົມ ຕມ ບ້ານຫັດ ສະດີ, (7) ລານຈອດລົດເຂດ ນ້ຳພຸ ຊຽງຍືນ, (8) ລານຈອດລົດ ເຂດໜ້າກະ ຊວງ ປກສ, (9) ລານ ຈອດລົດຖະໜົນໜອງບອນ (10) ລານຈອດລົດໜອງດ້ວງ, (11) ລານຈອດລົດເຂດປະຕູໄຊ, ຊຶ່ງ ກຳນົດຄ່າບໍ່ລະການຝາກລົດ 3 ຊົ່ວໂມງ/ 5000 ກີບ/ ລົດໃຫຍ່ 1 ຄັນ, ,ດຍສະເລ່ຍແລ້ວເດືອນໜຶ່ງ   ອພບ ສາມາດເກັບເງິນຄ່າຝາກ ລົດໄດ້ປະມານ 42 ລ້ານກີບ ແລະ ເງິນຮ່ວງດັ່ງກ່າວແມ່ນໄດ້ນຳໃຊ້ ເຂົ້າໃນວຽກງານຮັກສາຄວາມສະອາດໃນຕົວເມືອງ ແລະ ເສັ້ນທາງ ເຊັ່ນ: ການປັດກວາດ ແລະ ລ້າງ ເສັ້ນທາງ, ການຫົດນ້ຳສວນດອກ ໄມ້ ແລະ ອື່ນໆ, ຊຶ່ງແຕ່ລະເດືອນຈະ ຕ້ອງໃຊ້ງົບສູງເຖິງ 3 – 4 ຮ້ອຍລານກີບ, ດັ່ງນັ້ນ ຈຶ່ງຮຽກໃຫ້ໃຫ້ຜູ້ ທີ່ໃຊ້ບໍລິການລານຈອດລົດຂອງ  ອພບ ຈົ່ງເປັນເຈົ້າການເອົາໃຈໃສ່ປົກປັກຮັກສາໃຫ້ສະອາດ ແລະ ມີຄວາມເປັນລະບຽບຮຽບຮ້ອຍເພື່ອບໍ່ສ້າງຄວາມແອອັດໃຫ້ຕົວເມືອງ.

No comments:

Post a Comment