Ad

Ad

15 March 2016

ໂຄງການປະກວດແຕ້ມຮູບລົດໂຕໂຍຕາ ໃນຝັນຂອງຂ້ອຍປະຈຳປີ 2016 ມາເຖິງຮອບສຸດທ້າຍແລ້ວ

ໂຄງການປະກວດແຕ້ມຮູບ ລົດໂຕໂຍຕາ ໃນຝັນຂອງຂ້ອຍ ປະຈຳປີ 2016 (Toyota Dream Car Art Contest 2016), ເຊິ່ງປະກອບມີ 3 ປະເພດເຂົ້າຮ່ວມ ແຂ່ງຂັນເຊັ່ນ: ປະເພດອາຍຸຕ່ຳກວ່າ 8 ປີ, ອາຍຸ 8-11 ປີ, ອາຍຸ 12-15 ປີ ທີ່ມາຈາກໂຮງຮຽນຕ່າງໆໃນ ທົ່ວປະເທດ, ໂດຍການເປີດຮັບ ສະໜັກຜົນງານຮູບແຕ້ມຂອງນ້ອງເຍົາວະຊົນດັ່ງກ່າວ ນັບແຕ່ວັນທີ 16 ທັນວາ 2015 ເຖິງວັນທີ 15 ກຸມພາ 2016 ນີ້, ເຊິ່ງປີນີ້ ໂຕໂຍ ຕາໄດ້ຮັບຜົນງານຮູບແຕ້ມຈາກ ນ້ອງເຍົາ ວະຊົນຫລາຍເຖິງ 3.700 ກວ່າຮູບພາບ ແລະ ໃນວັນ ທີ 29 ກຸມພາຜ່ານມານີ້, ຄະນະກຳ ມະການໄດ້ຄັດເລືອກຜົນງານທີ່ດີທີ່ສຸດໃນຮອບທຳອິດໃຫ້ເຫລືອພຽງ 30 ຮູບ, ໃນນັ້ນ ປະເພດລະ 10 ຄົນ, ເຊິ່ງຄະນະກຳມະການທີ່ຄັດ ເລືອກ, ແມ່ນມາຈາກກົມວິຈິດສິນ ແຫ່ງຊາດ, ສິລະປິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຈຳ ນວນ
ໜຶ່ງ, ຊຶ່ງໃນວັນທີ 5 ມີນາ ຜ່ານມາ, ໂຕໂຍຕາ ມໍເຕີ້ ປະເທດ ໄທ ຈຳກັດ ຍັງໄດ້ເຊີນເອົານ້ອງ ເຍົາວະຊົນທັງ 30 ຄົນ ທີ່ຜ່ານມາ ເຂົ້າຮອບຊິງຊະນະເລີດ, ເຂົ້າຮ່ວມ ແຕ້ມຮູບຕໍ່ໜ້າຄະນະກຳມະການ, ພ້ອມນີ້ ທ່ານ ສະຫະຊາດ ກັງສະ ສິທຽມຜູ້ອຳນວຍການຫ້ອງການຜູ້ຕາງໜ້າ ບໍລິສັດ ໂຕໂຍຕາ ປະຈຳ ລາວຍັງໄດ້ມອບເຄື່ອງທີ່ລະນຶກໃຫ້ນ້ອງເຍົາວະຊົນທຸກຄົນເພື່ອເປັນກຳລັງແຮງໃຈໃນການແຂ່ງຂັນຄັ້ງ ຕໍ່ໄປ.

ນອກຈາກນີ້ ໃນຕອນບ່າຍຂອງວັນທີ 15 ມີນານີ້, ຈະມີພິທີປະ ກາດຜົນຜູ້ຊະນະເລີດການແຂ່ງຂັນໂຄງການປະກວດແຕ້ມຮູບລົດໂຕໂຍຕາ ໃນຝັນຂອງຂ້ອຍປະຈຳປີ 2016 ທີ່ໂຮງແຮມ ລາວ ພລາຊາ ນະຄອນຫລວງວຽງຈັນເພື່ອນຳເອົາຜົນງານຂອງຜູ້ຊະນະເລີດດັ່ງ ກ່າວເຂົ້າໄປປະກວດແຕ້ມຮູບໃນລະດັບສາກົນທີ່ປະເທດຍີ່ປຸ່ນອີກດ້ວຍ.

No comments:

Post a Comment