#
ວິເສດ ສະແຫວງສຶກສາ
ມື້ນີ້ຜູ້ຂຽນໄດ້ສັງລວມລະບຽບການ ກໍຄືຫລັກຈັນຍາບັນຂອງບາງປະເທດກ່ຽວກັບກິລາຕີກ໋ອບ
ແລະ ການປະພຶດບາງຢ່າງທີ່ພະນັກງານຂອງລັດຕ້ອງຫລີກເວັ້ນ
ເພາະມັນສ່ຽງຈະພາໃຫ້ມີຊ້ອງຫວ່າງຊ້ອງໂຫວ່ໃນລະບົບລັດຖະບານ.
ທີ່ປວດຢາກໂສກ່ຽວກັບບັນຫານີ້ກັບທ່ານຜູ້ອ່ານກໍເພາະເຫັນເນື້ອໃນບົດຄວາມໜຶ່ງຈາກໜ້າໜັງສືພິມວຽງຈັນທາມແຕ່ເດືອນກັນຍາປີ
2013 ທີ່ບອກວ່າ ທາງການຂອງ ສ.ເກົາຫລີ
ໄດ້ອອກກົດລະບຽບຫ້າມເດັດຂາດບໍ່ໃຫ້ພະນັກງານລະດັບສູງໃນຂະແໜງພາສີຂອງລັດຮ່ວມຮັບປະທານອາຫານ
ແລະ ຫລິ້ນກິລາຕີກ໋ອບກັບເຫລົ່ານັກທຸລະກິດລະດັບຜູ້ຈັດການຂອງບໍລິສັດໃຫຍ່ໆ.
ບໍ່ພຽງເທົ່ານັ້ນ ຜູ້ຂຽນຍັງໄດ້ຍິນຂ່າວປະເພດເລົ່າປາກຕໍ່ປາກວ່າ
ປະເທດນັ້ນປະເທດນີ້ອອກລະບຽບເຫລັກ ຫ້າມພະນັກງານລັດຫລິ້ນກິລາຕີກ໋ອບ.
ເນື່ອງຈາກບໍ່ຮູ້ລາຍລະອຽດກໍເລີຍເກີດມີຄຳຖາມວ່າ ຫລິ້ນກິລາຕີກ໋ອບ
ມັນເສຍຫາຍຫຍັງຫວະ ? ເຖິງຕ້ອງໄດ້ຫ້າມພະນັກງານບໍ່ໃຫ້ຫລິ້ນ.
ກ໋ອບແມ່ນກິລາທີ່ມີການແຂ່ງຂັນກັນລະດັບໂລກ. ສຳລັບໃນອາຊຽນກໍເຄີຍມີຄົນບອກວ່າ
ເຂົ້າອາຊຽນຕ້ອງຫລິ້ນກ໋ອບເປັນ. ວ່າກັນວ່າກິລາຕີກ໋ອບເປັນກິລາເພື່ອສຸຂະພາບ, ກິລາການທູດ, ຫລິ້ນໄປນຳເຈລະຈາພາທີໄປນຳ (ສຳລັບທ່ານການເມືອງ), ຫລິ້ນໄປນຳປຶກສາເລື່ອງທຸລະກິດໄປນຳ (ສຳລັບນັກທຸລະກິດ) ແລ້ວມັນຜິດບ່ອນໃດ ?.
ຜູ້ຂຽນອ່ານຄືນບົດທີ່ກ່າວເຖິງໃນເບື້ອງຕົ້ນທີ່ເປັນພາສາອັງກິດວ່າ: “Korean tax
officials banned from dining, gotfinf with conglomerate executives” ເປັນຫົວຂໍ້ທີ່ຍາວຂ່າສອກແປໄດ້ຄວາມສັ້ນໆວ່າ
ຫ້າມພະນັກງານພາສີເກົາຫລີຮ່ວມຮັບປະທານ ແລະ
ຕີກ໋ອບກັບບຸກຄົນລະດັບຜູ້ຈັດການຂອງບໍລິສັດໃຫຍ່ໆ. ເນື້ອໃນຂອງບົດຄວາມບອກວ່າ
ຂໍ້ຫ້າມນີ້ແມ່ນຫົວຄິດລິເລີ່ມ ຂອງສຳນັກງານບໍລິຫານພາສີແຫ່ງຊາດ ສ.ເກົາຫລີ ແລະ ວ່າ
ເຫດຜົນທີ່ຕ້ອງອອກລະບຽບເຫລັກນີ້ກໍເພາະຜ່ານມາເຄີຍມີກໍລະນີພະນັກງານພາສີຂອງລັດຕີຄໍເຂົ້າກັບຜູ້ນຳທາງທຸລະກິດ.
ມາດຕະການຫ້າມດັ່ງກ່າວໄດ້ຖືກຮັບຮອງເອົາໃນກອງປະຊຸມພະນັກງານພາສີຂັ້ນນຳຈຳນວນ 260 ຄົນໃນທົ່ວປະເທດ. ທ່ານ ກິມດຸກຈຸງ (Kim
Duk-Joong) ປະທານສຳນັກງານບໍລິການພາສີແຫ່ງຊາດ
ມີຄຳເຫັນກ່ຽວກັບມາດຕະການຫ້າມພະນັກງານຂັ້ນນຳຂະແໜງພາສີແຫ່ງຊາດຮັບປະທານ ແລະ
ຫລິ້ນກ໋ອບຮ່ວມກັບນັກບໍລິຫານທຸລະກິດວ່າ “ພວກເຮົາຕ້ອງກອບກູ້ຄວາມເຊື່ອຖືຈາກສັງຄົມກັບຄືນມາໃຫ້ໄດ້ຜ່ານຄວາມຍຸຕິທຳ, ຄວາມໂປ່ງໃສ ແລະ ນະໂຍບາຍພາສີສະອາດ, ນະໂຍບາຍພາສີຈະສະອາດໄດ້ ພະນັກງານຂັ້ນນຳທີ່ຮັບຜິດຊອບພາສີກໍຕ້ອງສະອາດກ່ອນ.
ໃນນາມຫົວໜ້າອົງການພາສີລະດັບຊາດ… ຂ້າພະເຈົ້າຂໍນຳໜ້າໃນການປະຕິບັດຂໍ້ຫ້າມນີ້”. ບົດຄວາມໄດ້ໃຫ້ລາຍລະອຽດຕື່ມວ່າ:
ພະນັກງານພາສີຂອງລັດທີ່ຖືກຫ້າມບໍ່ໃຫ້ຮ່ວມຮັບປະທານອາຫານ ແລະ
ຕີກ໋ອບກັບຜູ້ນຳທາງທຸລະກິດນັ້ນ ແມ່ນນັບແຕ່ຂັ້ນຫົວໜ້າກົມຂຶ້ນໄປ, ສ່ວນບໍລິສັດໃຫຍ່ໆຢູ່ໃນບັນຊີຕ້ອງຫ້າມນັ້ນມີທັງໝົດ 100 ບໍລິສັດ. ໃນຊຸມປີຫລັງໆມານີ້ ໄດ້ມີສຽງວິພາກວິຈານຈາກສັງຄົມ
ສ.ເກົາຫລີ ກ່ຽວກັບສະພາບຜິດປົກກະຕິທີ່ພົວພັນກັບບັນຫາຫລົບຫລີກພາສີຂອງກຸ່ມບໍລິສັດ
ເຊິ່ງເກີດຈາກການພົວພັນແບບລື້ງແກວ່ນຮັກແພງລະຫວ່າງພະນັກງານສືບສວນເລື່ອງພາສີກັບຜູ້ຮັບຜິດຊອບຈ່າຍພາສີຂອງເຫລົ່າບໍລິສັດ.
ສຳລັບຢູ່ຍີ່ປຸ່ນນັ້ນກໍມີເລື່ອງຫ້າມພະນັກງານຮ່ວມຕີກ໋ອບກັບກຸ່ມຄົນ ຫລື
ນັກທຸລະກິດທີ່ມີຜົນປະໂຫຍດຮ່ວມກັນ.
ຂໍ້ຫ້າມນີ້ນອນຢູ່ໃນກົດໝາຍວ່າດ້ວຍຈັນຍາບັນຂອງພະນັກງານລັດ.
ກົດໝາຍນີ້ໄດ້ແປຮູບມາຈາກກົດລະບຽບໃນເບື້ອງຕົ້ນເມື່ອເກືອບ 20 ປີຜ່ານມາ. ກົດໝາຍໄດ້ກຳນົດຂໍ້ຫ້າມ 4 ຂໍ້ຕົ້ນຕໍ ຄືຫ້າມພະນັກງານລັດຮ່ວມຫລິ້ນກິລາຕີກ໋ອບ, ຮັບປະທານອາຫານ, ເດີນທາງທ່ອງທ່ຽວກັບນັກທຸລະກິດ ຫລື ບຸກຄົນທີ່ມີຜົນປະໂຫຍດໄດ້-ເສຍຮ່ວມກັນ.
ນອກນັ້ນກໍຍັງມີການພົວພັນເລື່ອງຫຸ້ນນຳກັນອີກ.
ພະນັກງານທີ່ຫລິ້ນກິລາຕີກ໋ອບຮັບປະທານອາຫານທາງນອກ ແລະ
ເດີນທາງທ່ອງທ່ຽວນັ້ນຕ້ອງລາຍງານຢ່າງຈະແຈ້ງວ່າໄດ້ຮ່ວມກັບໃຜ ? ໃຜເປັນຜູ້ຈ່າຍ ? ແລະ ມີມູນຄ່າຫລາຍປານໃດ ?. ກົດໝາຍຈັນຍາບັນຍີ່ປຸ່ນສຳລັບພະນັກງານຂອງລັດບໍ່ໄດ້ຫ້າມການຫລິ້ນກິລາຕີກ໋ອບ, ຮັບປະທານອາຫານທາງນອກ, ທ່ອງທ່ຽວ ຫລື ພົວພັນກັບເລື່ອງຫຸ້ນ
ມີແຕ່ຫ້າມບໍ່ໃຫ້ພົວພັນກັບຜູ້ທີ່ມີຜົນໄດ້ຜົນເສຍນຳກັນ ເຊິ່ງຈະສ້າງປາກົດການຫຍໍ້ທໍ້ໃຫ້ແກ່ວົງການລັດຖະບານ.
ສຳລັບຢູ່ ສປ
ຈີນ ນັ້ນ,
ຫວ່າງປີກ່ອນໆ, ທາງການຈີນກໍໄດ້ສັ່ງໃຫ້ຍຸບເລີກເດີ່ນກ໋ອບເກືອບ 70 ເດີ່ນໃນທົ່ວປະເທດ ທີ່ສ້າງຂຶ້ນຕາມເຂດຕ່າງໆ
ໂດຍອ້າງວ່າເພື່ອປົກປັກຮັກສາສິ່ງແວດລ້ອມ.
ເຖິງຂ່າວຈະບໍ່ບອກວ່າເດີ່ນກ໋ອບນັ້ນສົ່ງຜົນກະທົບບໍ່ດີແນວໃດຕໍ່ສິ່ງແວດລ້ອມ
ແຕ່ກໍພໍຄາດອອກວ່າການສ້າງເດີ່ນກ໋ອບນັ້ນຕ້ອງໄດ້ມີການສັບສ່າວເນື້ອທີ່, ມີການທຳລາຍປ່າໄມ້.
ນອກນັ້ນການປົກປັກຮັກສາເດີ່ນກ໋ອບນັ້ນຍັງຕ້ອງເປືອງນ້ຳຫລາຍທີ່ສຸດ.
ນັ້ນເປັນຂໍ້ອ້າງທີ່ເປັນທີ່ຮູ້ກັນທົ່ວໄປ, ແຕ່ຂ່າວວົງໃນບອກວ່າ ການສັ່ງຍຸບເດີ່ນກ໋ອບນັ້ນແມ່ນນອນຢູ່ໃນມາດຕະການລວມຂອງທ່ານ
ສີຈິ້ນຜິງ ເພື່ອປາບປາມການໃຊ້ຈ່າຍຟຸມເຟືອຍ ແລະ ບັນຫາການສໍ້ລາດບັງຫລວງນັ້ນເອງ
ເພາະຖ້າບໍ່ມີການຄວບຄຸມກິລາປະເພດນີ້ຄັກແນ່ມັນກໍອາດເປັນເວທີຕໍ່ລອງຜົນປະໂຫຍດລະຫວ່າງພະນັກງານລັດກັບບຸກຄົນທີ່ມີຜົນປະໂຫຍດຮ່ວມກັນ.
ນີ້ກໍເປັນເລື່ອງສະເໜີໃຫ້ຊາບພໍຫອມປາກຫອມຄໍຊື່ໆ ວ່າຢູ່ບ້ານເພິ່ນນັ້ນການປາບປາມສິ່ງຫຍໍ້ທໍ້ໃດໜຶ່ງນັ້ນເພິ່ນເຮັດແບບມີຈຸດສຸມທີ່ສຸດ.
No comments:
Post a Comment