Ad

Ad

30 May 2016

ວາງສະແດງສິນຄ້າອິນໂດເນເຊຍຢູ່ສູນການຄ້າວຽງຈັນເຊັນເຕີ້

          ງານວາງສະແດງສິນຄ້າອິນໂດເນເຊຍໄດ້ຈັດຂື້ນທີ່ສູນການຄ້າວຽງຈັນເຊັນເຕີ້, ໃນວັນທີ 27 ພຶດສະພານີ້, ໂດຍສະ ຖານທູດອິນໂດເນ ເຊຍປະຈຳລາວຮ່ວມກັບກະຊວງອຸດສາກະກຳ ແລະ ການຄ້າເປັນຜູ້ຈັດຂື້ນ, ເພື່ອແນ່ ໃສ່ສົ່ງເສີມການພົວພັນແລກປ່ຽນສິນຄ້າ ເລະ ການລົງທືນລະຫວ່າງສອງປະເທດ.
          ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າມີຄຳເຫັນໃນພິທີວ່າ: ໃນຫຼາຍປີຜ່ານມາການພົວພັນການຄ້າລະຫວ່າງລາວ - ອິນໂດເນເຊຍໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ແລະ ເຊື່ອມໂຍງເຂົ້າສູ່ຕະຫຼາດຂອງກັນ ບໍ່ວ່າຈະເປັນທາງກົງ ແລະ ທາງອ້ອມຄື: ປີ 2015 ຜ່ານມານີ້ມູນຄ້າການສົ່ງອອກສິນຄ້າປະເພດກະສິກຳ ແລະ
ອຸດສາ ຫະກຳຂອງລາວໄປອິນໂດເນເຊຍບັນລຸໄດ້ຫຼາຍກວ່າ 640  ພັນໂດລາສະຫາລັດໃນຂະນະດຽວກັນລາວກໍ່ມີຄວາມຈຳເປັນຕ້ອງນຳເຂົ້າສິນຄ້າຈາກອິນໂດເນເຊຍ, ເປັນຕົ້ນແມ່ນ: ສະບຽງອາຫານ, ພາຫະນະອາໄຫຼ່, ເຄື່ອງໃຊ້ສອຍ, ອຸປະກອນການແພດເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນກໍ່ສ້າງອື່ນໆລວມມູນຄ່າສູງເຖິງ 11 ລ້ານໂດລາສະຫາລັດ, ດັ່ງນັ້ນການວາງສະແດງສິນຄ້າຂອງອິນໂດເນເຊຍຄັ້ງນີ້ບໍ່ພຽງແຕ່ເປັນການໂຄສະນາສົ່ງເສີມສິນຄ້າຢ່າງດຽວແຕ່ຍັງເປັນການເປີດໂອກາດໃຫ້ນັກທຸລະກິດລາວ-ອິນໂດເນເຊຍໄດ້ມີໂອກາດຊອກຫາຄູ່ຄ້າ, ຄູ່ຮ່ວມງານນຳກັນ ແລະ ເພື່ອຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍໃຫ້ຫຼາກຫຼາຍຍິ່ງຂື້ນ, ດັ່ງນັ້ນ ຜູ້ປະກອບການ ແລະ ນັກທຸລະກິດລາວເຮົາກໍຈະຕ້ອງໄດ້ກຽມຄວາມພ້ອມໃນທຸກດ້ານໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ, ຊຶ່ງມີຫຼາຍສິ່ງທ້າທາຍທີ່ຈະຕ້ອງໄດ້ຜ່ານຜ່າລວມເຖິງການແລກປ່ຽນສິນຄ້າ, ຂໍ້ມູນຂ່າວສານຂອງຕະຫຼາດ ແລະ ລວມທັງລະບຽບການ ແລະ ມາດຕະການຕ່າງໆ, ຊຶ່ງຖືວ່າເປັນປັດໄຈທີ່ສຳຄັນເພື່ອສ້າງພື້ນຖານໃຫ້ແກ່ຫົວໜ່ວຍທຸລະກິດທັງສອງປະເທດໄດ້ເຊື່ອມໂຍງການຄ້າເຂົ້າກັນຢ່າງມີປະສິດທິຜົນ ແລະ ຍືນຍົງ.
          ງານວາງສະແດງດັ່ງກ່າວຈະດຳເນີນໄປຮອດວັນທີ  29 ພຶດສະພານີ້, ສິນຄ້າທີ່ນຳມາສະແດງສ່ວນໃຫຍ່ແມ່ນປະເພດເສື້ອຜ້າ, ເຟີນິເຈີ, ອຸປະກອນ ແລະ ເຄື່ອງໃຊ້ສອຍຕ່າງໆ, ລວມເຖິງການແນະການສະຖານທີ່ທອງທ່ຽວ ແລະ ການສະໜັກເຂົ້າຮຽນຢູ່ທີ່ປະເທດອິນໂດເນເຊຍອີກດ້ວຍ.

No comments:

Post a Comment