Ad

Ad

15 July 2016

ບາດລ້ຽວໃໝ່ໃນການພັດທະນາຂອງ ສປປ ລາວ

            ໃນໂອກາດຢ້ຽມຢາມຣາຊະອານາຈັກໄທຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ໄປຢ້ຽມຢາມມະຫາວິທະຍາໄລຂອນແກ່ນ ເຊິ່ງໄດ້ໃຫ້ກຽດຂຶ້ນປາຖະກະຖາຫົວຂໍ້: ສປປ ລາວ ສູ່ອະນາຄົດແຫ່ງການພັດທະນາ ໂດຍມີຄະນະອະທິການບໍດີ, ພະນັກງານ-ຄູອາຈານ ແລະ ນັກ ສຶກສາມະຫາວິທະຍາໄລດັ່ງກ່າວເຂົ້າຮ່ວມຮັບຟັງເປັນຈຳນວນຫລວງຫລາຍ.
              ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ໃຫ້ເຫັນບາດກ້າວເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ ໃນຕະຫລອດ 40 ປີຜ່ານມາ ແລະ ບາດລ້ຽວໃໝ່ໃນການພັດທະ ນາປະເທດໃນຕໍ່ໜ້າ ໂດຍສະເພາະແມ່ນເປົ້າໝາຍນຳພາປະເທດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ເຊິ່ງພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍເມື່ອປີ 1975 ຫາ 1980 ແມ່ນໄລຍະຮຳບາດແຜສົງຄາມ, ພື້ນຖານເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນມີຄວາມຫຍຸ້ງຍາກ, ມາຮອດປີ 1986 ພາຍໃຕ້ການນຳພາຂອງປະທານ ໄກສອນ ພົມວິຫານ ໄດ້ມີການຫັນແນວທາງປ່ຽນແປງໃໝ່ຮອບດ້ານ ເພື່ອເປີດປະຕູສູ່ພາຍນອກ, ເພີ່ມທະວີການພົວພັນ
ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງການຊ່ວຍເຫລືອ ແລະ ການລົງທຶນເພື່ອພັດທະນາປະເທດໃນແຕ່ລະໄລຍະ ເຮັດໃຫ້ເສດຖະກິດມະຫາພາກມີສະຖຽນລະພາບໝັ້ນທ່ຽງ ແລະ ເຕີບໃຫຍ່ໃນຈັງຫວະໄວ ຄືແຕ່ປີ 1991-2000 ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍ 6,3%, ແຕ່ 2001-2010 ເພີ່ມຂຶ້ນເປັນ 7,1% ແລະ ແຕ່ປີ 2011-2015 ເພີ່ມຂຶ້ນເປັນ 7,9% ຕໍ່ປີ. ສຳລັບປີ 2015-2016 ຄາດວ່າເສດຖະກິດຈະມີອັດຕາການຂະ ຫຍາຍຕົວໃນລະດັບ 6,9% ເຊິ່ງການເຕີບໃຫຍ່ໄວຄືດັ່ງກ່າວແມ່ນຍ້ອນຂະແໜງການອຸດສາຫະກຳ, ພະລັງງານໄຟຟ້າ ແລະ ບໍ່ແຮ່ ມີການຂະຫຍາຍ ຕົວໄວ, ຄຽງຄູ່ກັນນັ້ນ ອຸດສາຫະກຳປຸງແຕ່ງ ເປັນຕົ້ນໂຮງຈັກໂຮງງານຜະລິດເຄື່ອງເອເລັກໂຕຣນິກ ແລະ ອື່ນໆແມ່ນມີໜໍ່ແໜງເກີດຂຶ້ນຫລາຍ, ຂະແໜງບໍລິການ, ການຄ້າ, ທ່ອງທ່ຽວ, ຂົນສົ່ງ, ການເງິນ ກໍຂະຫຍາຍຕົວສູງໃນແຕ່ລະປີ. ນອກຈາກນີ້ ຂະແໜງກະສິກຳກໍຄ່ອຍໆໄດ້ຮັບການຫັນໄປສູ່ການຜະລິດເປັນສິນຄ້າເທື່ອລະກ້າວ. ເວົ້າລວມແລ້ວເຫັນວ່າ ການພັດທະນາເສດຖະກິດຂອງລາວແມ່ນຫັນຈາກການເອື່ອຍອີງຊັບພະຍາກອນທຳມະຊາດແບບຟຸມເຟືອຍມາເປັນການຜະລິດ, ການບໍລິການທີ່ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນຫລາຍຂຶ້ນ.

              ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ເພື່ອຮັບປະກັນໃຫ້ການພັດທະນາປະ ເທດມີຄຸນນະພາບ ແລະ ມີອະນາຄົດທີ່ສົດໃສ, ສປປ ລາວ ໄດ້ກຳນົດວິໄສທັດໃນການພັດທະນາປະເທດ ຄືສູ້ຊົນນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາໃນປີ 2020 ກ້າວໄປສູ່ປະເທດທີ່ກຳລັງພັດທະນາມີລາຍຮັບປານກາງຫາສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງໃນປີ 2030. ນອກຈາກນີ້ ຍັງສຸມໃສ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໂດຍແນໃສ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7,5% ຕໍ່ປີ, ດຶງດູດການລົງທຶນຂອງຕ່າງປະເທດທີ່ມີປະສິດທິພາບ, ຫລຸດຜ່ອນການເອື່ອຍອີງທຳມະຊາດ, ນຳໃຊ້ເຕັກໂນໂລຊີ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ ໂດຍຖືເອົາການພັດທະນາຊັບພະຍາ ກອນມະນຸດເປັນປັດໄຈຕັດສິນການພັດທະນາປະເທດ ແລະ ຟື້ນຟູເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2020.

No comments:

Post a Comment