Ad

Ad

15 July 2016

ລາວຕ້ອງເອົາໃຈໃສ່ພັດທະນາຂະແຫນງການປະມົງໃຫ້ເຂັ້ມແຂງ

            ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ສປປ ລາວ ມີທີ່ຕັ້ງ ຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້, ເປັນປະເທດທີ່ບໍ່ມີທະເລ, ພື້ນທີ່ສ່ວນໃຫຍ່ເປັນພູດອຍ, ພູພຽງ ແລະ ທົ່ງພຽງ ຊຶ່ງມີເນື້ອທີ່ທັງຫມົດ 236,800 km2, ໃນນັ້ນ 87,7% ແມ່ນໄດ້ກວມເອົາພື້ນທີ່ ຂອງອ່າງແມ່ນ້ຳຂອງ ຊຶ່ງໄດ້ປະກອບ ສ່ວນ ປະມານ 35% ຂອງບໍລິມາດນ້ຳທັງຫມົດ ໃຫ້ແກ່ແມ່ນ້ຳຂອງ. ອີກສ່ວນຫນຶ່ງ ຂອງພື້ນທີ່ປະເທດລາວ ຫລື ປະມານ 12,3% ແມ່ນເປັນອ່າງແມ່ນ້ຳ ທີ່ໄຫລລົງ ສູ່ ແມ່ນ້ຳ ທີ່ຢູ່ທາງພາກເຫນືອ ຂອງປະເທດຫວຽດນາມ ແລ້ວໄຫລລົງສູ່ ທະເລຈີນຕອນໃຕ້. ພື້ນທີ່ ເກືອບທັງຫມົດ ຂອງປະເທດລາວ ແມ່ນມີຄວາມສຳຄັນ ເປັນຢ່າງຍິ່ງ ສຳລັບຊັບພະຍາກອນດ້ານການປະມົງ ແລະ ຄວາມຫລາກຫລາຍທາງດ້ານຊີວະນາໆພັນ ຂອງສັດນ້ຳ ທີ່ມີຄວາມອຸດົມສົມບູນ. ປັດຈຸບັນປະເທດເຮົາມີພົນລະ ເມືອງທັງຫມົດ ປະມານ 7 ລ້ານຄົນ, ຊຶ່ງໃນນັ້ນ
ປະມານ 75 ຫາ 80% ແມ່ນຍັງດຳລົງ ຊີວິດ ຢູ່ໃນເຂດຊົນນະບົດ ແລະ ສ່ວນຫລາຍແມ່ນຍັງອາໄສ ຊັບພະຍາກອນສັດນ້ຳ, ເພື່ອການດຳລົງຊີວິດ ເຊັ່ນ: ການຫາປາ ແລະ ຈັບສັດນ້ຳ ຊະນິດຕ່າງໆ ມາເປັນອາຫານ ເປັນແຫລ່ງຕົ້ນຕໍ ໃນການສະຫນອງທາດຊີ້ນ ເພື່ອການບໍລິໂພກປະຈຳວັນ.ສຳລັບການປະມົງ ຢູ່ ສປປ ລາວ ແບ່ງອອກເປັນ ສອງຂະແຫນງ ການຍ່ອຍ ຄື: ການຫາປາແລະ ສັດນ້ຳ (Capture sheries) ແລະ ການລ້ຽງສັດນ້ຳ (aqua culture). ລະບົບນິເວດແຫລ່ງນ້ຳ ທີ່ມີການປະມົງ ແມ່ນປະກອບດ້ວຍ ແມ່ນ້ຳຂອງ ແລະ ແມ່ນ້ຳ ສາຂາຕ່າງໆ, ອ່າງເກັບນ້ຳ ເຂື່ອນໄຟຟ້າ, ອ່າງເກັບນ້ຳຊົນລະປະທານ ແລະ ຝາຍ, ຫນອງບຶງທຳມະຊາດ ແລະ ດິນບໍລິເວນນ້ຳ (Wetlands), ທົ່ງນ້ຳຖ້ວມ (Floodplains) ແລະ ທົ່ງນາ (Rice fields). ເນື້ອທີ່ທັງຫມົດຂອງແຫລ່ງນ້ຳ ທີ່ມີການປະມົງ (ການຫາປາ) ແມ່ນມີຫລາຍກ່ວາ 1,2 ລ້ານເຮັກຕາ. ຜົນຜະລິດປາແລະສັດນ້ຳ ຢູ່ ສປປ ລາວ ສະເລັ່ຍແລ້ວແມ່ນມີປະມານ 167.922 ໂຕນຕໍ່ປີ, ຊຶ່ງຕົກເປັນມູນຄ່າປະມານ 150 ລ້ານໂດລາ ຕໍ່ປີ,ປະຊາຊົນປະມານ 75% ແມ່ນດຳລົງຊີວິດຢູ່ໃນເຂດຊົນນະບົດ ແລະ ອາໄສ ການບໍລິໂພກປາແລະສັດນ້ຳ ເປັນອາຫານ ປະຈຳວັນ ແລະ ມີລາຄາຖືກ, ມີຄວາມຫມັ້ນຄົງ ແລະ ສາມາດຄ້ຳປະກັນທາງດ້ານສະບຽງອາຫານ ໄດ້ໂດຍ ພື້ນຖານ. ການບໍລິໂພກປາ ສະເລັ່ຍ ໃນປະຈຸບັນ ແມ່ນ 24,5 ກິໂລ/ຄົນ/ປີ, ການ ບໍລິໂພກ ສັດນ້ຳອື່ນໆ 4,1 ກິໂລ / ຄົນ / ປີ, ແລະ ການບໍລິໂພກ ອາຫານທະເລ ປະມານ 0,4 ກິໂລ/ຄົນ/ປີ.

            ເລີ່ມແຕ່ປີ 2007, ກົມລ້ຽງສັດ ແລະ ການປະມົງ ໄດ້ມີການປະເມີນ ເນື່ອທີ່ແຫລ່ງນ້ຳ ແຕ່ລະປະເພດ ທີ່ມີການປະມົງ ໃນທົ່ວປະເທດ ເພື່ອເປັນບ່ອນອີງ ໃນການປະເມີນຜົນຜະລິດປາ ຈາກການຫາປາ ແລະ ການລ້ຽງປາ ໂດຍສະເພາະແມ່ນຢູ່ແມ່ນ້ຳຂອງ ແລະ 14 ແມ່ນ້ຳສາຂາຕ່າງໆ ທີ່ຢູ່ທາງພາກຕາເວັນອອກສ່ຽງເຫນືອ, ກວມເອົາ ເນື້ອທີ່  304.704 ຮຕ, ໃນນັ້ນ ເນື້ອທີ່ ຂອງອ່າງເກັບ ນ້ຳເຂື່ອນໄຟຟ້າ ຂະຫນາດໃຫຍ່ ແມ່ນເທົ່າກັບ 96.030 ຮຕ, ເນື້ອທີ່ຂອງຫນອງທຳມະຊາດ   114.800 ຮຕ, ອ່າງເກັບນ້ຳຊົນລະປະທານ ແລະ ຝາຍ 60.000 ຮຕ, ທົ່ງນາ ທີ່ບໍ່ມີຊົນລະປະທານ 632.850 ຮຕ, ເນື້ອທີ່ ທົ່ງນ້ຳຖ້ວມ ຕາມລະດູການ ຖືກປະເມີນວ່າ ມີຫລາຍກ່ວາ 30.000 ຮຕ. ເນື້ອທີ່ ແຫລ່ງນ້ຳ ທັງຫມົດ ທີ່ມີການປະມົງ ເທົ່າກັບ   1.238.394 ຮຕ. ນອກຈາກນັ້ນ, ເນື້ອທີ່ທີ່ມີການລ້ຽງປາ ປະມານ 42.000 ຮຕ. ໃນນີ້ ເປັນເນື້ອທີ່ ຫນອງປາ  22.000 ຮຕ, ຫນອງ ແລະ ຝາຍຊົນລະປະທານ 15.000 ຮຕ ແລະ ເນື້ອທີ່ ລ້ຽງປາໃສ່ນາເຂົ້າ ປະມານ 5.000 ຮຕ. ໂດຍອີງຕາມເງື່ອນໄຂ ແລະ ທ່າແຮງສຳຄັນດັ່ງກ່າວລາວເຮົາຈະຕ້ອງໄດ້ເອົາໃຈໃສ່ພັດທະນາຂະແໜງການນີ້ໃຫ້ຂະຫຍາຍຕົວ, ຕ້ອງການວາງນະໂຍບາຍຕ່າງໆໃຫ້ເໝາະສົມ ແລະ ມີຄວາມຍືນຍົງ.

No comments:

Post a Comment