ກອງປະຊຸມວິຊາການວຽກງານຖະແຫລງຂ່າວ-ສື່ມວນຊົນທົ່ວປະເທດ ໄດ້ໄຂຂຶ້ນໃນວັນທີ 12
ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມົນຕີ
ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ
ມີບັນດາຫົວໜ້າກົມ, ຮອງກົມ ພ້ອມຜູ້ຕາງໜ້າພະແນກຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວໃນຂອບເຂດທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ
ເພື່ອພ້ອມກັນສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວ ແລະ ສື່ມວນຊົນເຮົາໃນໄລຍະ
5 ປີຜ່ານມາ ເພື່ອຍົກໃຫ້ເຫັນດ້ານຕັ້ງໜ້າ ເພື່ອສົ່ງເສີມ ແລະ
ປັບປຸງແກ້ໄຂບັນດາຈຸດອ່ອນຄົງຄ້າງຕ່າງໆ.
ທ່ານ
ສະຫວັນຄອນ ຣາຊະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ:
ກອງປະຊຸມວິຊາການດັ່ງກ່າວມັນມີຄວາມສຳຄັນຍິ່ງ
ເພື່ອຈະເປັນບ່ອນອີງອັນສຳຄັນໃຫ້ແກ່ການພັດທະນາວຽກງານຖະແຫລງຂ່າວ ແລະ
ສື່ມວນຊົນພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ
ສາມາດຕອບສະໜອງຂໍ້ມູນຂ່າວສານຕ່າງໆໃຫ້ແກ່ສັງຄົມໄດ້ວ່ອງໄວ ແລະ ມີຄຸນນະພາບສູງເດັ່ນຂຶ້ນ, ພ້ອມສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນໄດ້. ດັ່ງນັ້ນ
ບັນດານັກວິຊາການ ແລະ ພະນັກງານຫລັກແຫລ່ງໃນຂະແໜງສື່ມວນຊົນທີ່ເຂົ້າຮ່ວມກອງປະຊຸມນີ້ຈະຕ້ອງໄດ້ເປັນເຈົ້າການປຶກສາຫາລື,
ປະກອບຄຳຄິດຄຳເຫັນເຂົ້າໃນແຜນພັດທະນາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ.
ໃນບົດລາຍງານຂອງຫົວໜ້າກົມສື່ມວນຊົນ ກໍໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີຜ່ານມາ
ໂດຍພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ, ຄະນະນຳກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ
ໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ-ສື່ມວນຊົນໄດ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ
ຄຸນນະພາບ, ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ, ສາມາດນຳເອົາແນວທາງນະໂຍບາຍໃນທຸກວຽກງານລົງສູ່ປະຊາຊົນໄດ້ຢ່າງກວ້າງຂວາງ ແລະ
ສ່ອງແສງການຈັດຕັ້ງປະຕິບັດແຜນນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆຕໍ່ທັງພາຍໃນ ແລະ
ຕ່າງປະເທດ ຮັບປະກັນບໍ່ມີບັນຫາ ແລະ ຄວາມຜິດພາດ, ສາມາດນຳສະເໜີຂໍ້ມູນຂ່າວສານໄດ້ວ່ອງໄວທັນເຫດການ,
ມີເນື້ອໃນເລິກເຊິ່ງ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ດີຂຶ້ນ
ແລະ ພ້ອມນັ້ນ ກໍມີສິ່ງທ້າທາຍຈຳນວນໜຶ່ງທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ຜ່ານຜ່າຄື: 1.
ການໂຄສະນານຳພາຫາງສຽງ, ຕອບຂໍ້ສົນໃຈຂອງສັງຄົມ ແລະ
ຕອບໂຕ້ການໂຄສະນາໃສ່ຮ້າຍປ້າຍສີພວກຄົນບໍ່ດີຍັງຊັກຊ້າ, ເນື້ອໃນບໍ່ເລິກເຊິ່ງກວ້າງຂວາງ,
ການໃຫ້ຂໍ້ມູນຂ່າວສານຄວາມຮູ້ບັນເທີງ
ເພື່ອອຸດົມການຮັກຊາດບ້ານເກີດເມືອງນອນບໍ່ທັນອຸດົມສົມບູນ, ເນື້ອໃນນຳສະເໜີຍັງມີຊ່ອງຫວ່າງໃຫ້ພວກບໍ່ດີເອົາໄປນຳໃຊ້,
ການໂຄສະນາຍັງບໍ່ທັນສ່ອງແສງລົງຮາກຖານ, ບາງລາຍການບໍ່ໄປຕາມເປົ້າໝາຍ
ແລ່ນນຳເສດຖະກິດເກີນໄປ, ດ້ານຮູບການຂາດຄວາມດຶງດູດຄວາມສົນໃຈຂອງຜູ້ອ່ານ,
ຜູ້ຟັງ ແລະ ຜູ້ຊົມ. 2.
ການພັດທະນາພື້ນຖານວັດຖຸ-ເຕັກນິກຂອງສື່ມວນຊົນ
ເຖິງແມ່ນໄດ້ຮັບການປັບປຸງແຕ່ກໍຍັງບໍ່ທັນຄົບຊຸດ ບໍ່ພຽງພໍກັບຄວາມຕ້ອງການຊັກຊ້າບໍ່ເປັນເອກະພາບ.
3. ການເຜີຍແຜ່ກົດໝາຍວ່າດ້ວຍສື່ມວນຊົນຍັງບໍ່ທັນທົ່ວເຖິງ, ນິຕິກຳລຸ່ມກົດໝາຍຍັງບໍ່ທັນຄົບຊຸດ
ແລະ ຊັກຊ້າ, ການຊຸກຍູ້ສົ່ງເສີມ ແລະ
ຕິດຕາມກວດກາການເຄື່ອນໄຫວຂອງສື່ມວນຊົນຍັງສຸມໃສ່ແຕ່ຢູ່ສູນກາງ. 4.
ການກໍ່ສ້າງພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການສື່ມວນຊົນຍັງບໍ່ຕອບສະໜອງໄດ້ຄວາມຕ້ອງການຕົວຈິງ,
ລະດັບຄວາມຮູ້ດ້ານການເມືອງ, ວິຊາສະເພາະ,
ພາສາຕ່າງປະເທດຂອງບັນນາທິການ, ນັກຂ່າວ,
ນັກວິຊາການສື່ມວນຊົນຍັງຈຳກັດ, ຢູ່ທ້ອງຖິ່ນຍັງຂາດນາຍຊ່າງເຕັກນິກຜູ້ມີຄວາມຮູ້
ແລະ ປະສົບການ ແລະ 5. ທຶນຮອນມີຈຳກັດ ເຖິງວ່າລັດມີນະໂຍບາຍໃຫ້ອົງສື່ມວນຊົນສ້າງລາຍຮັບກຸ້ມຕົນເອງ
ແຕ່ຍັງຂາດນິຕິກຳເພື່ອຊຸກຍູ້ການນຳໃຊ້ລາຍຮັບ.
No comments:
Post a Comment