Ad

Ad

21 September 2016

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປີດຫລັກສູດອະນຸປະລິນຍາ

ວັນທີ 19 ກັນຍາ ນີ້ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ເປີດຫລັກສູດອະນຸປະລິນຍາ ຊ່າງທັນຕະກຳຂອງຄະນະທັນຕະແພດສາດ ຂຶ້ນທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຮສ.ດຣ.ນາງ ສົມຈິດ ບຸບຜາ ອະທິການບໍດີ ມວສ ມີທ່ານ TAKASH I Miyata ປະທານອົງການສາກົນ ເພື່ອການຊ່ວຍເຫລືອການສຶກສາທາງທັນຕະກຳແຫ່ງປະເທດຍີ່ປຸ່ນ (OISDF)  ແລະ ພະນັກງານ ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.

ຫລັກສູດອະນຸປະລິນຍາຊ່າງທັນຕະກຳ ເປັນຫລັກສູດທີ່ສ້າງຂຶ້ນໃໝ່ ໂດຍອົງການ OISDF ໃຫ້ການຊ່ວຍເຫລືອ ພ້ອມທັງຊ່ວຍການບໍລິຫານຫລັກສູດ ແຕ່ເດືອນສິງຫາ 2016 ຫາເດືອນສິງຫາ 2018 ທີ່ໃຫ້ການສະໜັບສະໜູນຮ່າງເປີດຫລັກສູດ ແລະ ປະກອບເຄື່ອງມືທີ່ຈຳ ເປັນ ໃຫ້ແກ່ການສິດສອນຖ່າຍທອດ
ຄວາມຮູ້ໃຫ້ແກ່ ຄູ-ອາຈານສອນຂອງຄະນະທັນຕະແພດສາດ ດ້ວຍການສົ່ງອາ ຈານມາສິດສອນ 4 ຄັ້ງຕໍ່ປີ ພ້ອມນັ້ນ ຍັງສະໜອງງົບປະມານຊື້ເຄື່ອງມື-ອຸປະກອນປີໜຶ່ງ ມູນຄ່າ 7 ພັນໂດລາສະຫະລັດ ປະມານ 56 ລ້ານກີບ ໃນໄລຍະ 3 ປີ ລວມມູນຄ່າທັງໝົດ 168 ລ້ານກີບ. ກຳນົດເວລາຮຽນ 3 ປີ ມີ 6 ພາກຮຽນ ແລະ 104 ໜ່ວຍກິດ ເຊິ່ງວິທີການຮຽນ ແມ່ນປະຕິບັດຕົວຈິງຫລາຍກວ່າທິດສະດີ ແນໃສ່ເຮັດໃຫ້ ມວສ ສາມາດສ້າງບຸກຄະລາກອນທັນຕະກຳ ໄດ້ຫລາຍສາຂາອາຊີບ ເພື່ອຮັບໃຊ້ສັງຄົມ.ພ້ອມນັ້ນ, ຍັງຊຸກຍູ້ໃຫ້ຄະນະທັນຕະແພດສາດ ແລະ ຄະນະອື່ນໆສ້າງຫລັກສູດອື່ນໆໃຫ້ຫລາຍຕື່ມອີກ ເພື່ອຊ່ວຍແກ້ໄຂນັກຮຽນ ທີ່ຈົບ ມປາຍ ໄດ້ສຶກສາຮ່ຳຮຽນ ແລະ ມີວິຊາຊີບ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ເພື່ອສ້າງນາຍຊ່າງທັນຕະແພດ ມີຄວາມຮູ້ພື້ນຖານສາ ມາດປະດິດແຂ້ວທຽມ ແລະ ເຄື່ອງມືຊ່ວຍໃນການປິ່ນປົວຄົນເຈັບ ທີ່ມີຄວາມຫຍຸ້ງຍາກສັບຊ້ອນ ໃຊ້ເຕັກໂນໂລຊີທີ່ທັນສະໄໝ ສາມາດບໍລິຫານຫ້ອງປະຕິບັດການຊ່າງທັນຕະກຳ ເຮັດໜ້າທີ່ຊ່ວຍວຽກງານວິໄຈທາງດ້ານທັນຕະກຳ ແລະ ປະຕິບັດວຽກງານຮ່ວມກັບວິຊາການຂະແໜງອື່ນໆຢ່າງມີປະສິດທິພາບ.

No comments:

Post a Comment