Ad

Ad

21 September 2016

ລາຄານ້ຳມັນກາຊວນ ຫລຸດລົງ 160 ກີບຕໍ່ລິດ

     ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລາຄາຂາຍຍ່ອຍ ນ້ຳມັນກາຊວນຈາກເດີມ 6.370 ກີບຕໍ່ລິດ ມາເປັນ 6.210 ກີບຕໍ່ລິດ (ຫລຸດລົງ 160 ກີບຕໍ່ລິດ) ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດແຕ່ເວລາ 6:00 ໂມງ ຂອງວັນທີ 19 ກັນຍາ 2016 ເປັນຕົ້ນມາ, ສ່ວນລາຄານ້ຳມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ຍັງບໍ່ມີການປ່ຽນແປງ.

ລາຄານ້ຳມັນ ໃນນະຄອນຫລວງວຽງຈັນ ກະຊວນ 6.210 ກີບຕໍ່ລິດ, ແອັດຊັງພິເສດ 8.350 ກີບ, ແອັດຊັງທຳມະດາ 7.350 ກີບ; ແຂວງສະຫວັນນະເຂດ ກະຊວນ 6.240 ກີບ, ແອັດຊັງພິເສດ 8.380 ກີບ, ແອັດຊັງທຳມະດາ 7.380 ກີບ; ແຂວງຈຳປາສັກ ກະຊວນ 6.450 ກີບ, ແອັດຊັງພິເສດ 8.410, ແອັດຊັງທຳມະດາ 7.410 ກີບ, ແຂວງຫລວງພະບາງ ກະຊວນ 6.670 ກີບ, ແອັດຊັງພິເສດ 8.810 ກີບ, ແອັດຊັງ 7.810 ກີບ.

No comments:

Post a Comment