Ad

Ad

16 September 2016

ຄູ່ຮ່ວມພັດທະນາສະໜັບສະໜູນລາວສຳຫລວດດັດຊະນີໝາຍສັງຄົມຄັ້ງທີ II


          ໃນວັນທີ 15 ກັນຍານີ້, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ  ໄດ້ມີພິທີລົງນາມບົດບັນທຶກການສຳຫລວດດັດຊະນີໝາຍສັງຄົມລາວຄັ້ງທີ II ລະຫວ່າງສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງ, ກະຊວງສາທາລະນະສຸກ, ອົງການສະຫະປະຊາຊາດກອງທຶນສຳລັບເດັກ (UNICEF) ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA), ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານໃນການຕິດຕາມ ແລະ ປະເມີນຄວາມຄືບໜ້າ ການຈັດຕັ້ງປະຕິ ບັດບັນດາແຜນງານກ່ຽວຂ້ອງ ເພື່ອບັນລຸບັນດາຄາດໝາຍຍຸດທະສາດຕ່າງໆໃນແຕ່ລະໄລຍະການສຳຫລວດຄັ້ງນີ້, ຈະເລັ່ງໃສ່ການສະໜອງຂໍ້ມູນທີ່ສຳຄັນກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງຄົວເຮືອນເຊັ່ນ: ເດັກນ້ອຍ, ແມ່ຍິງ, ຜູ້ຊາຍ ເຊິ່ງກວມເອົາຫລາຍຕົວຊີ້ບອກໂດຍສະເພາະແມ່ນດ້ານສຸຂະ ພາບ, ໂພສະນາການ, ການສຶກສາ, ນ້ຳ, ສຸຂະພິບານ, ການມີເພດສຳພັນ, ການຈະເລີນພັນ, ການຕາຍ, ການຄຸມກຳເນີດ, ເອດສ, ການປົກປ້ອງເດັກ, ການນຳໃຊ້ຂໍ້ມູນຂ່າວສານ ແລະ ເທັກໂນໂລຢີຕ່າງໆ ເພື່ອຕອບສະໝອງຂໍ້ມູນທາງດ້ານເສດຖະກິດ-ສັງຄົມທີ່ຈຳເປັນສຳລັບການຕິດຕາມ ແລະ ສ້າງແຜນນະໂຍບາຍຕ່າງໆຂອງລັດຖະບານ, ສະໜອງຂໍ້ມູນປີຖານສຳລັບການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາເປົ້າໝາຍດ້ານການພັດທະນາແບບຍືນຍົງ (SDGs) ກໍຄືການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020.

          ການສຳຫລວດດັດສະນີໝາຍສັງຄົມລາວ, ແມ່ນການສຳຫລວດໜຶ່ງທີ່ຈຳເປັນ ແລະ ມີຄວາມສຳຄັນທີ່ສຸດໃນການສະໜອງຂໍ້ມູນສະຖິຕິດ້ານສັງຄົມໂດຍໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ 2010-2020 ໂດຍປະຕິບັດຕາມກົດໝາຍ ແລະ ຍຸດທະສາດດັ່ງກ່າວການສຳຫລວດດັດສະນີໝາຍສັງຄົມລາວຄັ້ງທຳອິດໄດ້ຈັດຕັ້ງປະຕິບັດໃນປີ 2011-2012 ພາຍໃຕ້ການສະໜັບສະໜູນຂອງລັດຖະບານ ແລະ ອົງການຈັດຕັ້ງສາກົນ.

No comments:

Post a Comment