Ad

Ad

14 October 2016

ຫລຽວຫລັງ ເພື່ອຍ່າງໄປໃຫ້ຖືກທາງ ( ບັນຫາຈານແຫຍ່ )

          ເລື່ອງທີ່ຈະເວົ້າອອກໄປນີ້ ຈານແຫຍ່ມ່າໄວ້ໃນໃຈແຕ່ເຫິງມາແລ້ວ, ໃນນັ້ນສ່ວນໜຶ່ງໄດ້ຢອນອອກມາປຶກສາກັບໝູ່ຄູ່ໃນ ສະພາກາເຟ ແລະ ໃນຄໍລຳດຽວກັນນີ້. ຖ້າຜູ້ອ່ານຫາກປືດເບິ່ງ ລາວພັດທະນາສະບັບເກົ່າໆກໍຄົງຈະພໍ້. ບັນຫາທີ່ຢາກເວົ້າເປັນຂໍ້ທີໜຶ່ງ ກໍຄືເລື່ອງຮູບປັ້ນຂອງບັນດາຜູ້ນຳພັກ-ລັດ ເຊິ່ງໄດ້ນຳໄປປະດິດສະຖານຕາມສະຖານທີ່ຕ່າງໆ ເພື່ອໃຫ້ຊາວລາວທົ່ວປະເທດໄດ້ຈາລຶກເຖິງຄຸນງາມຄວາມດີ, ການເສຍສະລະທີ່ບໍ່ມີຂອບເຂດຂອງພວກເພິ່ນ ເພື່ອພາລະກິດປົດປ່ອຍປະເທດຊາດຈົນຍາດໄດ້ໄຊຊະນະຢ່າງເດັດຂາດ. ຮູບປັ້ນ ຫລື ອະນຸສາວະລີທີ່ມີຄຸນຄ່າເຫລົ່ານັ້ນ
ແມ່ນແວ່ນແຍງແປງທາງໃຫ້ພວກເຮົາເຈົ້າຂ້ອຍໄດ້ຕາມໄຕ່ສູ່ຄວາມກ້າວໜ້າຮຸ່ງເຮືອງສີວິໄລ ໂດຍຍຶດຖືເອົາແນວຄິດ ແລະ ອຸດົມການຂອງພວກເພິ່ນເປັນເຂັມທິດ. ແນວໃດກໍດີ, ຫາງສຽງຈຳນວນໜຶ່ງເວົ້າວ່າ: ສະຖານທີ່ປະດິດສະຖານຮູບປັ້ນເຫລົ່ານັ້ນຍັງມີຈຳນວນຈຳກັດໂພດ ແລະ ບໍ່ເປີດກວ້າງໃຫ້ປວງຊົນເຂົ້າເຖິງໄດ້ທຸກໂອກາດ ເຊັ່ນ ສວນເຈົ້າອານຸວົງ ແລະ ເຈົ້າຟ້າງຸ່ມ ຢູ່ນະຄອນຫລວງວຽງຈັນ ເຊິ່ງຕັ້ງຢູ່ສວນສາທາລະນະ, ທຸກຄົນສາມາດທ່ຽວຊົມໄດ້ທຸກໂອກາດ, ສ່ວນສະຖານທີ່ປະດິດສະຖານຮູບປັ້ນຂອງຜູ້ນຳພວກເຮົາສ່ວນຫລາຍຍັງເປັນເຂດສະຫງວນໄວ້ສະເພາະໃຫ້ມວນຊົນ ແລະ ການນຳເຂົ້າວາງກະຕ່າດອກໄມ້ໃນວັນສຳຄັນຂອງຊາດ. ຢູ່ບັນດາປະເທດໃກ້ຄຽງຕາມເຫັນມາ, ອະນຸສາວະລີ ຫລື ຮູບປັ້ນການນຳສ່ວນຫລາຍນັ້ນປະດິດສະຖານຢູ່ສະຖານທີ່ສາທາລະນະ ເພື່ອໃຫ້ທຸກຄົນເຂົ້າເຖິງທຸກໂອກາດ. ນີ້ຄືບັນຫາທີໜຶ່ງທີ່ຢາກເວົ້າ. ບັນຫາທີສອງແມ່ນກ່ຽວກັບເມືອງ, ຖະໜົນຫົນທາງທ່ີໄດ້ຮັບກຽດເອົາຊື່ຜູ້ນຳມາເປັນຊື່ເພື່ອໃຫ້ທົ່ວສັງຄົມໄດ້ລະລຶກເຖິງຄຸນງາມຄວາມດີ ແລະ ການ ເສຍສະລະຂອງພວກເພິ່ນ. ຈານແຫຍ່, ໃນໃຈນ້ອຍຍັງຄິດອິດສາຜູ້ໂຊກດີທີ່ມີເຮືອນຕັ້ງຕາມເສັ້ນທາງທີ່ໃສ່ຊື່ຜູ້ນຳຂອງພວກເຮົາ. ແຕ່ໃນຂະນະດຽວກັນກໍຮູ້ສຶກບໍ່ສະບາຍໃຈເມື່ອໄດ້ຮັບຂ່າວບໍ່ດີທີ່ເກີດຂຶ້ນຕາມເສັ້ນ ທາງທີ່ໃສ່ຊື່ຜູ້ນຳ ເຊັ່ນບັນຫາອຸປະຕິເຫດ, ການລັກເລັກຂະໂມຍນ້ອຍ, ການຂັບຂີ່ແບບອັນທະພານ ກໍຄືອາດຊະຍາກຳຕ່າງໆ. ເລື່ອງນີ້ບາງທີອາດເປັນເລື່ອງທີ່ຈານແຫຍ່ຄິດໂພດໄປເອງ ເພາະຢູ່ໃນສັງຄົມນັ້ນພວກເຮົາບໍ່ສາມາດສ້າງໃຫ້ທຸກຄົນເປັນເທວະບຸດ-ເທວະດາ, ແຕ່ພວກເຮົາຢ່າງເກັ່ງກໍສາມາດຈຳ ກັດບັນດາຜີນາຮົກບໍ່ໃຫ້ມີອຳນາດບາດໃຫຍ່. ຄົນເຮົາຊື່ ດີອາດຊົ່ວກໍເປັນໄດ້. ຊື່ ເງິນອາດຖົງແປແລບແຊບຫາເງິນຕິດຖົງກີບໜຶ່ງກໍບໍ່ມີ, ຊື່ ພໍກໍອາດວິ່ງເຕັ້ນຊອກຢູ່ຫາກິນບໍ່ມີຍາມເຊົາຕະ ຫລອດຊີວິດກໍມີ. ເຖິງຈະເຂົ້າໃຈດີກ່ຽວກັບບັນຫານີ້, ແຕ່ພໍໄດ້ຮັບຂ່າວບໍ່ເປັນມຸງຄຸນເກີດຂຶ້ນຖີ່ໆໃນເມືອງ ຫລື ຕາມຖະໜົນທີ່ໄດ້ຮັບກຽດເອົາຊື່ຜູ້ນຳມາເປັນຊື່ແລ້ວ ໃຈຄໍຂອງຈານແຫຍ່ກໍອ່ອນໂຍບລົງປານ ຜັກໜຶ້ງ. ດັ່ງນັ້ນ ທຸກຄົນທີ່ໂຊກດີ ມີເຮືອນຕັ້ງຢູ່ໃນຕົວເມືອງ ຫລື ຕາມເສັ້ນທາງທີ່ຊົງກຽດ ແລະ ເປັນມຸງຄຸນເຫລົ່ານີ້ ຄວນມີພັນ ທະອ່າວພິເສດແດ່ ເພື່ອຊ່ວຍກັນ ສ້າງສິ່ງດີໆງາມໆໃຫ້ເປັນສິລິມຸງ ຄຸນແກ່ສະຖານທີ່ ເພື່ອຫລຸດຜ່ອນບັນຫາທີ່ຍ່າງສວນທາງກັບຊື່ເມືອງຊື່ຖະໜົນ. ສ່ວນອຳນາດການປົກຄອງກໍຄືທາງການທີ່ມີສ່ວນຮັບຜິດຊອບເລື່ອງນີ້ກໍຄວນຖືວ່າພວກຕົນມີໜ້າທີ່ໜັກສອງທົບເທົ່າ (ບ່ອນອື່ນ) ເພື່ອຮັກສາກຽດສັກສີຂອງຊື່ຜູ້ນຳຂອງພວກເຮົາ. ບັນຫາທີ່ຂໍເວົ້າມ້ວນທ້າຍກໍ ຍັງກ້ຽວກູ້ກ້ຽວກອດກັບຜູ້ນຳພັກ-ລັດລຸ້ນກ່ອນທີ່ໄດ້ລ່ວງລັບດັບຂັນຈາກພວກເຮົາໄປແລ້ວຄືກັນ. ຈານແຫຍ່ເຫັນພວກເຮົາຍັງບໍ່ທັນໄດ້ເອົາໃຈໃສ່ຢ່າງຈິງຈັງໃນການສຶກສາ ແລະ ຖອດຖອນເອົາບົດຮຽນທີ່ດີເດັ່ນຂອງພວກເພິ່ນມານຳໃຊ້. ພວກເຮົາຍັງຂາດປຶ້ມຊີວະປະຫວັດ, ປຶ້ມບັນທຶກຜົນງານການເຄື່ອນໄຫວຂອງຜູ້ນຳການປະຕິວັດຊຸດທີໜຶ່ງກໍຄືເຫລົ່າວິລະຊົນຄົນກ້າ. ທີ່ມີຢູ່ກໍຍັງໜ້ອຍທີ່ສຸດບໍ່ຄົບທຸກທ່ານ. ດັ່ງນັ້ນ ຈຶ່ງຂໍສະເໜີໃຫ້ພາກສ່ວນກ່ຽວຂ້ອງເກັບກຳ ແລະ ຈັດພິມປຶ້ມຊີວະປະຫວັດ ແລະ ຜົນງານຂອງຜູ້ນຳໃຫ້ຄົບຊຸດ ແລະ ເຜີຍແຜ່ຢ່າງກວ້າງຂວາງກວ່າເກົ່າ ເພາະການທີ່ຈະສາມາດກ້າວໄປຂ້າງໜ້ານັ້ນ ເຮົາຕ້ອງໄດ້ເບິ່ງຫລັງຢູ່ສະເໝີ ແລະ ແວ່ນຫລັງອັນໃສແຈ້ງນັ້ນລ້ວນແຕ່ຕິດພັນກັບຊີວິດ ແລະ ການເຄື່ອນໄຫວຂອງບັນດາທ່ານຜູ້ນຳທີ່ດີເດັ່ນ ຂອງຊາດຂອງປະຊາຊົນພວກເຮົາ.

No comments:

Post a Comment