ໂດຍ: ມຶກບໍ່ແຫ້ງ
ການຫລຸດຜ່ອນຄວາມທຸກຍາກ ແລະ ຄວາມບໍ່ເທົ່າທຽມກັນໃນສັງຄົມແມ່ນສອງຈຸດປະສົງທີ່ສຳ
ຄັນຂອງນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງຫລາຍປະເທດ, ບາງປະເທດກໍຍິງນົກບາດດຽວໄດ້ສອງໂຕ, ປະເທດກໍບັນລຸໄດ້ອັນໃດອັນໜຶ່ງ
ຫລື ບາງປະເທດແມ່ນບໍ່ສາມາດບັນລຸໄດ້ຈັກຢ່າງເລີຍ. ເພາະສະນັ້ນ ໃນບົດນີ້
ຜູ້ຂຽນໄດ້ຮຽບຮຽງເອົາບົດຄົ້ນຄວ້າຂອງທ່ານ ດຣ. ກົວບາວ ວູ (Dr. Guobao Wu) ອຳນວຍການສູນການສຶກສາກ່ຽວກັບຄວາມທຸກຍາກສະຖາບັນວິທະຍາສາດສັງຄົມຂອງ ສປ ຈີນ
ກ່ຽວກັບ 4 ປັດໄຈທີ່ຍູ້ດັນການຫລຸດຜ່ອນຄວາມທຸກຍາກຢູ່ຈີນ.
ສປ ຈີນ
ເຮັດໃຫ້ຊາວໂລກຕ້ອງໄດ້ຮຽນຮູ້ນຳກ່ຽວກັບການຫລຸດຜ່ອນຄວາມທຸກຍາກທີ່ໃຊ້ເວລາບໍ່ຫລາຍເທົ່າໃດທີ່ເຮັດໃຫ້ປະຊາຊົນພາຍໃນປະເທດຫລາຍລ້ານຄົນຫລຸດພົ້ນຈາກຄວາມທຸກຍາກ
ເຊິ່ງປະກອບມີ 4 ປັດໄຈທີ່ສຳຄັນດັ່ງນີ້:
ໜຶ່ງ:
ຜົນປະໂຫຍດຈາກການເຕີບໃຫຍ່ທາງດ້ານເສດຖະກິດທີ່ມີຄວາມໝັ້ນທ່ຽງຂອງປະເທດ ເຮັດໃຫ້ອຸດສາຫະກຳ
ແລະ ຕົວເມືອງຂະຫຍາຍຕົວ,
ເຮັດໃຫ້ແຮງງານກະສິກຳຢູ່ເຂດຊົນນະບົດໃນເມື່ອກ່ອນມີວຽກເຮັດທີ່ມີລາຍຮັບສູງກວ່າເກົ່າ.
ນັບແຕ່ປີ 1978-2015, ຈຳນວນຄົນທີ່ມີອາຊີບທີ່ບໍ່ແມ່ນຊາວກະສິກຳນັ້ນເພີ່ມຂຶ້ນຈາກ
29% ມາເປັນ 70%. ໃນລະຫວ່າງປີ 2002 ຫາ 2012 ລາຍຮັບຂອງປະຊາຊົນທີ່ເປັນເງິນເດືອນ ແລະ
ເບ້ຍລ້ຽງເພີ່ມຈາກ 26% ມາເປັນ 43% ຂອງຄອບຄົວໃນເຂດຊົນນະບົດ
ເຊິ່ງເປັນຕົວເລກທີ່ໃກ້ຄຽງກັບລະດັບສະເລ່ຍທົ່ວປະເທດ
ເຊິ່ງສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ
ປະຊາຊົນເຂດຊົນນະບົດໄດ້ຮັບຜົນປະໂຫຍດຈາກການປ່ຽນແປງໂຄງສ້າງຂອງການຈ້າງງານໃນຂະບວນການຫັນເປັນອຸດສາຫະກຳ
ແລະ ຕົວເມືອງທີ່ທັນສະໄໝຂອງຈີນ.
ສອງ:
ລະບົບການໂອນກຳມະສິດທີ່ດິນແມ່ນມີປະສິດທິຜົນໃນການຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດຂອງ
ສປ ຈີນ.
ການໂອນກຳມະສິດທີ່ດິນປູກຝັງໃນເຂດຊົນນະບົດຂອງຈີນຖືເປັນບູລິມະສິດອັນໜຶ່ງຂອງລັດຖະບານ
ເຊິ່ງໃນປັດຈຸບັນ ຄົວເຮືອນໃນເຂດຊົນນະບົດຂອງຈີນແມ່ນເປັນເຈົ້າຂອງທີ່ດິນກວມເອົາ 90%
ຂອງຄົວເຮືອນທັງໝົດ ໂດຍສະເລ່ຍແລ້ວ ຄົວເຮືອນໜຶ່ງແມ່ນໄດ້ຮັບທີ່ດິນຈຳນວນ 0,6 ເຮັກຕາ
(ດິນປູກຝັງ). ຄຽງຄູ່ກັບນະໂຍບາຍດັ່ງກ່າວນັ້ນ, ປະຊາຊົນບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດຈາກການປະຕິຮູບວຽກງານກະສິກຳ
ແລະ ການພັດທະນາ, ແຕ່ຍັງໄດ້ຮັບຜົນປະໂຫຍດຈາກການໂອນທຶນຮອນຂອງລັດຖະບານເພື່ອສະໜັບສະໜູນການພັດທະນາວຽກງານກະສິກຳຕື່ມອີກ.
ສາມ:
ແຜນງານການພັດທະນາສັງຄົມຢ່າງທົ່ວເຖິງ
ໄດ້ປະກອບສ່ວນສຳຄັນໃນການສ້າງລາຍຮັບຂອງຄົວເຮືອນທີ່ມີລາຍຮັບຕໍ່າ. ສປ ຈີນ
ໄດ້ຈັດຕັ້ງປະຕິບັດສອງແຜນງານທີ່ສຳຄັນ ນັບແຕ່ປີ 2000 ເປັນຕົ້ນມາ
ໃນນີ້ລວມມີການສຶກສາພາກບັງຄັບຮອດລະດັບມັດທະຍົມ, ລະບົບສາທາລະນະສຸກຊົນນະບົດ,
ລະບົບເບ້ຍລ້ຽງທາງສັງຄົມຕໍ່ຜູ້ອາໄສໃນເຂດຊົນນະບົດ ແລະ
ເງິນນະໂຍບາຍການຄອງຊີບ. ຈາກບັນດາລະບົບການດັ່ງກ່າວ
ເຮັດໃຫ້ຄອບຄົວທີ່ມີລາຍຮັບຕໍ່າສາມາດໄດ້ຮັບຜົນປະ ໂຫຍດ. ຕາມຕົວເລກທາງການໃຫ້ຮູ້ວ່າ:
ການໂອນລາຍຮັບດັ່ງກ່າວລະຫວ່າງປີ 2002 ຫາ 2012 ເຮັດໃຫ້ຄົວເຮືອນທີ່ມີລາຍຮັບຕໍ່າສາມາດປະກອບສ່ວນໃຫ້ລາຍຮັບຂອງເຂົາເຈົ້າເພີ່ມຂຶ້ນ
21%.
ສີ່:
ແຜນງານການຫລຸດຜ່ອນຄວາມທຸກຍາກທີ່ມີຈຸດສຸມ ນັບແຕ່ປີ 1986 ເປັນຕົ້ນມາ, ລັດຖະ ບານ ສປ ຈີນ ໄດ້ດຳເນີນແຜນງານດັ່ງກ່າວ
ເຊິ່ງມີບົດບາດສຳຄັນທີ່ສຸດໃນວຽກງານການພັດທະນາຊົນນະບົດຂອງຈີນ, ແຜນງານດັ່ງກ່າວລວມເອົາວຽກງານການພັດທະນາພື້ນຖານໂຄງລ່າງ, ການພັດທະນາສັງຄົມ, ພັດທະນາອຸດສາຫະກຳ ແລະ
ການສ້າງລາຍຮັບ ເພື່ອຊ່ວຍຄົວເຮືອນທີ່ມີລາຍຮັບຕໍ່າ, ເພີ່ມຂີດຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກການເຕີບໃຫຍ່ທາງດ້ານເສດຖະກິດຂອງປະເທດ
ແລະ ສາມາດສ້າງລາຍຮັບດ້ວຍຕົນເອງ. ຈາກຕົວເລກທາງການໃຫ້ຮູ້ວ່າ: ນັບແຕ່ປີ 1980-2016
ລັດຖະບານໄດ້ສຸມທຶນຮອນໃສ່ວຽກງານດັ່ງກ່າວກວ່າ 70 ຕື້ໂດລາສະຫະລັດ.
ຈາກຄວາມໝາຍໝັ້ນຂອງລັດຖະບານ ສປ ຈີນ ທີ່ຈະເຮັດໃຫ້ 2020
ເປັນປີທີ່ຄວາມທຸກຍາກໝົດໄປຈາກປະເທດນັ້ນ, ພວກເຮົາສາມາດຮຽນຮູ້ໄດ້ຫລາຍຢ່າງເພື່ອເລືອກເຟັ້ນບົດຮຽນທີ່ສາມາດມາໝູນໃຊ້ໃນປະເທດເຮົາຢ່າງສອດຄ່ອງແນໃສ່ແກ້ໄຂບັນຫາຄວາມທຸກຍາກຢ່າງເໝາະສົມທີ່ສຸດ
ຄຽງຄູ່ກັບການເຕີບໃຫຍ່ທາງເສດຖະກິດ-ສັງຄົມຂອງຊາດ.
No comments:
Post a Comment