ໂດຍ: ວິເສດ ສະແຫວງສຶກສາ
ມີບົດຄວາມ ແລະ ຂ່າວ ສອງເລື່ອງທີ່ອ່ານແລ້ວຮູ້ສຶກມີຄວາມຫວັງ ແລະ ຫົດຫູ່ໃຈໄປ
ພ້ອມໆກັນ. ພູດທີ່ໃຫ້ຄວາມຫວັງ ກໍຄືວ່າ: ສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ ເຊັ່ນວິທະຍຸ
ແລະ ໂທລະ ພາບທີ່ມີມາແຕ່ເຫິງນານແລ້ວນັ້ນ ຍັງຈະສາມາດຢູ່ຮ່ວມກັບໂລກສື່ສານທີ່ທັນສະໄໝໃນລະບົບດີຈີຕອນທີ່ວ່ອງໄວທັນການພຽບພ້ອມໄປດ້ວຍຂ່າວສານໃນຫລາຍຮູບແບບ
ແລະ ສີສັນ. ໃນສ່ວນທີ່ພາໃຫ້ຫົດຫູ່ແດ່ນັ້ນ ກໍຄືພວກເຮົາມວນຊົນຄົນສື່ໃນລະບົບເກົ່າຕ້ອງໄດ້ປັບຕົນເອງໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫລາດສື່ໃນຍຸກປັດຈຸບັນ, ຖ້າບໍ່ປັບປຸງຕົນເອງ ຫລື ປັບປຸງບໍ່ໄດ້, ລະດັບຂີດການແຂ່ງຂັນແລ້ວ ສື່ ສິ່ງພິມ ແລະ
ກົນໄກສື່ແບບເກົ່າກໍຈະລົ້ມອາບຟາບ. ຂ່າວ ແລະ ບົດຄວາມສອງເລື່ອງທີ່ເອີ່ຍເຖິງໃນ
ເບື້ອງຕົ້ນນັ້ນ ຄືໜຶ່ງແມ່ນ
ບົດຄວາມກ່ຽວກັບຄຳເຫັນຂອງ ທ່ານ ສິດທິໄຊ ຢຸນ
ປະທານທີ່ປຶກສາເຄືອຂ່າຍກຸ່ມມັນຕີມີເດຍເນເຊິນ ທັງເປັນຜູ້ຮ່ວມກໍ່ຕັ້ງເດິເນເຊິນ (The Nation) ໜັງສືພິມ ພາສາອັງກິດຂັ້ນຫົວແຖວຂອງປະເທດໄທ. ບົດຄວາມດັ່ງກ່າວ
ພິມລົງໃນໜັງສືພິມ The
Nation ສະບັບວັນທີ 8 ເດືອນກັນຍາປີນີ້ (ໜັງສືພິມວຽງຈັນທາມ ຂອງບ້ານເຮົາເຄີຍສະເໜີບົດດັ່ງກ່າວອີກຕໍ່ໜຶ່ງ).
ສ່ວນ ເລື່ອງທີ່ສອງນັ້ນ ເປັນຂ່າວໃນສື່ສິ່ງພິມລາວກ່ຽວກັບການສຳມະນາພາຍໃຕ້ຫົວຂໍ້ “ເຮັດແນວໃດໃຫ້ສັງຄົມຫັນມາອ່ານໜັງສືພິມຫລາຍຂຶ້ນ ?”. ຂ່າວນີ້ກໍຄືກັນບອກວ່າດຽວນີ້ຄົນນິຍົມອ່ານຂ່າວຈາກສື່ອອນລາຍຫລາຍກວ່າອ່ານໜັງສືພິມ
ແລະ ອ່ານກໍມັກອ່ານແຕ່ຫົວຂໍ້ຊື່ໆ ເພື່ອໃຫ້ເປັນໄປຕາມລຳດັບ, ຈານແຫຍ່ ຂໍເຂົ້າເນື້ອໃນໃຈຄວາມຂອງບົດກ່ຽວກັບຄຳເຫັນຂອງທ່ານ
ສິດທິໄຊ ຢຸນ ຊ່ຽວຊານວຽກສື່ຂັ້ນອາຈານຂອງໃຕ້ຟ້າເມືອງໄທ. ຄຳເຫັນຂອງທ່ານນັ້ນມີຫົວຂໍ້ຟັງແລ້ວກະ
ຕຸ້ນຄວາມຮູ້ສຶກດີຄື “ຕະ ຫລາດສື່ຕ້ອງປັບປ່ຽນ ຖ້າຢາກມີຊີວິດຢູ່ລອດ”. ທ່ານບອກວ່າ: ວົງການຄົນສື່ຂອງໄທພວມຢູ່ໃນສະ ພາບໃກ້ຈຸດລົ້ມສະຫລາຍ.
ດັ່ງນັ້ນ ຕ້ອງປັບປ່ຽນຕົນເອງໃຫ້ເຂົ້າກັບຄວາມຕ້ອງການການບໍລິໂພກສື່
ທີ່ຜັນແປໄປຢ່າງໄວວາ ກໍຄືຄ່ານິຍົມໃໝ່ຂອງຜູ້ບໍລິໂພກສື່ໃນຍຸກນີ້.
ການປ່ຽນແປງຂອງສື່ລະບົບເກົ່າ ນັ້ນຕ້ອງເລີ່ມຈາກມຸມມອງໃໝ່ທີ່ຕ່າງໄປຈາກບົດລາຍງານຂ່າວທີ່ເຄີຍເຮັດມາເປັນປະຈຳຄືແບບ
ແຈ້ງຂ່າວທຳມະດາ. ການສະເໜີຂ່າວໃນຍຸກແຂ່ງຂັນນີ້ຕ້ອງໃຫ້ມີຄຸນນະພາບ ໂດຍເນັ້ນເນື້ອໃນເຈາະຈີ້ມລັກສະນະສອບສວນ
(Investigative
reporting) ຫລື ປະເພດຂ່າວທີ່ສາມາດໃຊ້ເປັນແຫລ່ງເອ ກະສານຄົ້ນຄວ້າອ້າງອີງໄດ້
(News
documentary). ທ່ານວ່າ: ໃນຍຸກດີຈີຕອນນີ້ ໃຜໆກໍສາ ມາດເປັນນັກສື່ຂ່າວ-ເປັນນັກໜັງສືພິມໄດ້
ເພາະມີເຄື່ອງມືສື່ສານທີ່ທັນສະໄໝ ເຊັ່ນໂທລະສັບມືຖືປະເພດອະເນກປະສົງ (Smart Phone)
ໂດຍຜ່ານເຄືອຂ່າຍເຟດບຸກ, ທະວິດເຕີ,
ກູເກີນ ແລະ ອື່ນໆ. ທ່ານ ສຸດທິໄຊ ບອກວ່າ: ໃນປັດຈຸບັນ
ໄທມີສະຖານີໂທລະພາບລະບົບດີຈີຕອນຈຳນວນ 24 ແຫ່ງ ແຕ່ການສະເໜີຂ່າວ ແລະ ບົດນັ້ນຍັງຊ້ຳຊ້ອນກັນ ແລະ
ມັກເອົາດີໃນການແຂ່ງຂັນກັນໂດຍອາໄສບົດລະຄອນໂທລະທັດເທົ່ານັ້ນ. ທ່ານ ແນະນຳວ່າ:
ສື່ສິ່ງພິມ,
ສື່ວິທະຍຸ ແລະ ໂທລະພາບ ຄວນນຳໃຊ້
ແຫລ່ງຂ່າວຈາກສື່ສັງຄົມອອນລາຍ ແລະ ຄຳຄິດເຫັນຂອງຜູ້ທີ່ບໍ່ຖືວ່າເປັນຄົນສື່ມືອາຊີບ, ເຮັດ ແບບນີ້ຈຶ່ງຈະຢູ່ລອດໃນຍຸກດີຈີຕອນນີ້.
ເລື່ອງທີສອງທີ່ຢາກຕ້ອຍໃສ່ຕອນທ້າຍກໍຄືຄຳເຫັນຂອງທ່ານ ຢານ ວິນເຊັນ ສະຕິນ (Jan Vincens
Steen) ອາຈານສອນວິຊາຂ່າວຈາກປະເທດນອກແວ
ທີ່ມີຄຳເຫັນໃນກອງປະຊຸມພົບປະກັບສື່ມວນຊົນລາວ ຈັດໂດຍສະມາຄົມນັກຂ່າວແຫ່ງ ສປປ ລາວ
ໃນວັນທີ 6
ເດືອນຕຸລານີ້ ພາຍໃຕ້ຫົວຂໍ້ “ເຮັດແນວໃດໃຫ້ສັງຄົມຫັນມາອ່ານໜັງສືພິມຫລາຍຂຶ້ນ ?” ທ່ານອາຈານ ຢານ ບອກວ່າ: ຊາວໜຸ່ມໃນເກນອາຍຸ 30 ປີລົງມານັ້ນ ສ່ວນຫລາຍສົນໃຈອ່ານຂ່າວສານຈາກສື່ສັງຄົມອອນລາຍຫລາຍກວ່າໜັງສືພິມ ແລະ
ເອກະສານ ນີ້ລະຄືສາເຫດທີ່ມີຄົນອ່ານໜັງສືພິມນັບມື້ໜ້ອຍລົງ. ການອ່ານຂ່າວອອນລາຍນັ້ນກໍມັກອ່ານແຕ່ຫົວຂໍ້, ສ່ວນເນື້ອໃນບໍ່ສົນໃຈພໍປານໃດ ເພາະວ່າມັນຍາວເກີນໄປ. ດັ່ງນັ້ນ
ທ່ານຈຶ່ງແນະນຳວ່າ: ນັກຂ່າວຍຸກນີ້ຕ້ອງຂຽນຂ່າວໃຫ້ສັ້ນກະທັດຮັດກວ່າເກົ່າ
ແຕ່ໃຫ້ໄດ້ເນື້ອໃນຄົບຖ້ວນ,
ສົມບູນ, ແທດເໝາະທີ່ສຸດຈະດຶງດູດຊາວໜຸ່ມ, ນັກຮຽນ-ນັກສຶກສາມາສົນໃຈອ່ານໜັງສືພິມຫລາຍຂຶ້ນ.
ເມື່ອອ່ານບົດຄວາມຂອງທ່ານ ສຸດທິໄຊ ແລະ ຟັງຄຳ ແນະນຳຂອງທ່ານອາຈານຢານ ແລ້ວ
ພູດຄວາມຫົດຫູ່ໃຈກໍຄ່ອຍໆມາຍອອກ ເພາະແນມເຫັນຫົນທາງສາມາດເຊື່ອມເຄືອຂ່າຍສື່ລະບົບເກົ່າເຂົ້າກັບສື່ລະບົບດີຈີຕອນ
ແຕ່ຄົນສື່ພວກເຮົາເດລະກຽມພ້ອມແລ້ວບໍທີ່ຈະປັບປ່ຽນຕົນເອງ ? ນີ້ລະຄືຄຳຖາມທີ່ຍັງຄາໃຈຈານແຫຍ່ຢູ່.
No comments:
Post a Comment