Ad

Ad

3 November 2016

ການ​ປະຢັດ​ແມ່ນ​ບໍ່​ເກີດ​ຂອງ​ຄວາມ​ຮັ່ງມີ

ໂດຍ: ທິດ​ກໍ່າ
    ທິດກໍ່າຂໍຊົມເຊີຍ ແລະ ສະໜັບສະໜູນທີ່ທ່ານນາຍົກ ກໍຄືລັດຖະບານ ໄດ້ມີແນວທາງໃນການ ຫັນປ່ຽນນະໂຍບາຍສູ່ການປະຢັດ ແລະ ຕ້ານການຟຸມເຟືອຍແຫ່ງຊາດ ເຊິ່ງນະໂຍບາຍດັ່ງກ່າວຖືວ່າໄດ້ເຮັດໃຫ້ເປັນວາລະຂອງຊາດ. ໃນໄລຍະຜ່ານມາ ກໍມັກໄດ້ຍິນເລື້ອຍໆແຕ່ບໍ່ເຖິງຂັ້ນເອົາຈິງເອົາຈັງ, ສ່ວນວ່າໂຕທີ່ມັກໄດ້ຍິນ ແລະ ເຄີຍໄດ້ເຫັນແມ່ນໄລຍະປີໃໝ່ ເພິ່ນຈະມີປະກາດ ຫລື ອອກຄຳສັ່ງວ່າໃຫ້ມີ ການປະຢັດ, ຫ້າມຫລິ້ນກິນຟຸມເຟືອຍ, ຫ້າມເອົາລົດຂອງລັດໄປເລາະທ່ຽວບຸນຫົດນ້ຳ ແລະ ອື່ນໆ. ໃນຄວາມເປັນຈິງແລ້ວ, ເວົ້າເລື່ອງການປະຢັດມັດທະຍັດຈະຢູ່ກໍລະນີໃດກໍຕາມ, ຈະເຮັດຫຍັງ
ກໍຕາມ ຖ້າພວກເຮົາຖືເອົາຫລັກການ ແລະ ມາດຕະການເຂົ້າໄປຊ່ວຍມັນກໍມັກຈະເກີດດອກອອກຜົນພໍເໝາະພໍດີ ແລະ ມັນກໍຍັງນອນຢູ່ໃນຫລັກຂອງສິນທຳ ເພິ່ນກໍຢັ້ງຢືນວ່າເປັນແນວນັ້ນແທ້.
    ເມື່ອເວົ້າເຖິງການປະຢັດ ແລະ ຕ້ານການຟຸມເຟືອຍ ທິດກໍ່າຍັງຄິດເຫັນຄຳເວົ້າຂອງປະທານ ໂຮ່ຈີມິງ ທີ່ເຮັດໃຫ້ຊາວຫວຽດນາມຖືເອົາເປັນບັ້ນຮົບໜຶ່ງ ແລະ ເປັນຄະຕິເຕືອນໃຈແບບມີມາດຕະການຈັດຕັ້ງຄັກແນ່ຈົນມາຮອດທຸກວັນນີ້ ພາລະກິດດັ່ງກ່າວໄດ້ເຮັດໃຫ້ປະເທດຫວຽດນາມມັ່ງຄັ່ງຮັ່ງມີໃນດ້ານເສດຖະກິດຢ່າງສົມບູນແບບ. ຄຳຂວັນຂອງລຸງໂຮ່ທີ່ກະຕຸ້ນໃຫ້ຊາວຫວຽດນາມປະຕິບັດນັ້ນກໍແມ່ນ ການ ປະຢັດແມ່ນພາລະກິດໜຶ່ງຂອງພວກເຮົາພາສາຫວຽດເວົ້າວ່າ: ສຶຕຽດກ້ຽມລ່າ ໂໝດ ຍ້ຽມວຸ ກົວຈຸງຕາ”. ສະໄໝທິດກໍ່າຍັງຮຽນທິດສະດີຢູ່ຫວຽດນາມກໍຍັງໄດ້ນຳເອົາຄຳຂວັນດັ່ງກ່າວມາຄົ້ນຄວ້າວິເຄາະຢ່າງ ແຫລກແຫລວ ເຊິ່ງຄຳຂວັນທີ່ເປັນຄຳເວົ້າຂອງລຸງໂຮ່ນີ້ນອກຈາກຈະເປັນການປຸກລະດົມໃຫ້ທຸກຄົນຕ້ອງເຮັດ ແລະ ປະຕິບັດຕາມແລ້ວ ຍັງເປັນຍອດປັດຊະຍາທີ່ຊີ້ແນະເຍືອງທາງໃນຂະບວນການປະຕິວັດໃນເງື່ອນໄຂທີ່ປະເທດຊາດຍັງທຸກຍາກຫົວລ້ຽວຫົວຕໍ່ ແລະ ຍັງໃຊ້ໄດ້ຕະຫລອດການໃນຂະບວນວິວັດ ສ້າງສາພັດທະນາປະເທດຊາດ ເພື່ອກ້າວຂຶ້ນສັງຄົມນິຍົມຮອດປັດຈຸບັນ.
    ໃນຄວາມໝາຍຂອງຄຳວ່າ ປະຢັດຂອງລຸງໂຮ່ນັ້ນມັນບໍ່ໝາຍເຖິງໃຫ້ພາກັນອົດຢູ່ອົດກິນ, ອົດໃຊ້ອົດຈ່າຍຈົນເຖິງຂັ້ນເຮັດໃຫ້ເຮົາເອງ ແລະ ປະເທດຊາດເກີດຄວາມເປັນທຸກ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍຢ່າງກວ້າງຂວາງ, ຮັດກຸມ ແລະ ຮອບດ້ານ. ຕົວຢ່າງຖ້າເວົ້າເຖິງການກິນຢູ່ກໍແມ່ນໃຫ້ກິນອີ່ມນຸ່ງອຸ່ນ, ກິນແຊບນຸ່ງງາມ, ກິນຕາມເຮົາໄດ້ໃຊ້ຕາມເຮົາມີ, ບໍ່ໃຫ້ຟຸມເຟືອຍ, ຢູ່ແບບກະທັດຮັດເບົາບາງປອດໃສຂາວສະອາດ, ໃຫ້ຂະຫຍັນໝັ່ນພຽນໃນການອອກແຮງງານ, ເຮັດວຽກຕົງໂມງເວລາ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຜູ້ໃດເຮັດອັນໃດກໍຕ້ອງເຮັດໃຫ້ມັນຫລ້ອນ, ໃຫ້ສັດຊື່ບໍລິສຸດ, ບໍ່ພາກັນສໍ້ລາດບັງຫລວງ, ບໍ່ໂກງກິນບ້ານກິນເມືອງ. ທຸກສິ່ງທຸກຢ່າງຈະເຮັດຫຍັງລົງໄປຕ້ອງຄຳນຶງເຖິງຊາດບ້ານເມືອງເປັນໃຫຍ່. ຈະເປັນຍຸກໃດສະໄໝໃດກໍຕາມ ຖ້າປະເທດຊາດຮັ່ງມີແລ້ວບ້ານເມືອງກໍມີຄວາມສະຫງົບ, ປະຊາຊົນກໍມີຄວາມສຸກ. ໃນເມື່ອຊາດຮັ່ງມີແລ້ວປະຊາຊົນກໍຮັ່ງມີ, ຈະເກີດເປັນຕາຍຮ້າຍດີ ຫລື ເກີດວິກິດ ການອັນໃດກໍຕາມ ຖ້າລັດມີຄວາມເຂັ້ມແຂງຮັ່ງມີແລ້ວທຸກຢ່າງກໍສາມາດປົດເປື້ອງຄວາມຫຍຸ້ງຍາກສັບສົນໄດ້.
   ນີ້ຄືຄຳສອນຂອງ ລຸງໂຮ່ຈີມິງ ທີ່ສອນຄົນຫວຽດນາມໃຫ້ພ້ອມກັນຮັ່ງຈົນມາຮອດປັດຈຸ ບັນ ຄຳສອນດັ່ງກ່າວກໍຍັງເປັນອຳມະຕະມາຕະຫລອດການ. ຖ້ານຳເອົາມາສົມທຽບໃສ່ບ້ານເຮົາເບິ່ງຢ່າງໜຶ່ງຄືມັນປີ້ນຈາກໜ້າມືເປັນຫລັງມື. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນຢູ່ບ້ານເຮົາມີຫລາຍຄົນກໍເວົ້າວ່າ ຖ້າຢາກໃຫ້ ຊາດຮັ່ງບຸກຄົນຕ້ອງມີກ່ອນ. ຖ້າທຸກຄົນໃນຊາດຮັ່ງ, ປະເທດຊາດກໍຈະຮັ່ງມີໄປຕາມ ວ່າຊັ້ນ ! ຍ້ອນໃຜກໍຢາກຮັ່ງມີຕ່າງຄົນຕ່າງຊອກຕ່າງຫາ, ຜູ້ບໍ່ມີຫຍັງມັນກໍໄປຊອກລັກ, ຜູ້ບໍ່ມີທາງອອກມັນກໍພາກັນໄປຊອກຂາຍຢາບ້າ, ຜູ້ມີລົດຫລາຍຄັນມີເຮືອນສິບຫລັງຊາວຫລັງເຮັດທຸລະກິດມັນກໍຫາວິທີຫລີກເວັ້ນພາສີ, ຜູ້ຢູ່ຖັນແຖວພະນັກງານກໍຊອກວິທີກິນເງິນຂອງລັດ. ຂອງແນວວ່າໃຜກໍຢາກຮັ່ງຢາກມີ, ຢາກມີຢູ່ມີກິນເອົາໄປເອົາມາເລີຍເຮັດໃຫ້ຊາດເປັນທຸກຍ້ອນ.

    ເຖິງຢ່າງໃດກໍຕາມ, ທິດກໍ່າວ່າ: ເສຍທີແຕ່ນະໂຍບາຍນີ້ມັນອອກມາຊ້າໂພດ. ຖ້າອອກມາແຕ່ກ່ອນໜ້ານີ້ ພວກເຮົາກໍຈະບໍ່ໄດ້ພາກັນຫັກເງິນເດືອນຄືນຜູ້ລະ 700.000 ກີບ ດອກວາ ! ກໍຂໍໃຫ້ນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຂອງລັດຖະບານຊຸດນີ້ຈົ່ງເປັນຄາຖາຢາດີວິເສດເປົ່າໄປທາງໃຕ້ທາງເໜືອກໍຂໍໃຫ້ຂຶ້ນຍົງໆຢ່າລົງຈັກເທື່ອ, ເປົ່າໃສ່ນ້ຳກໍໃຫ້ໄຫລໃສເຢັນ, ເປົ່າໃສ່ໄຟກໍຂໍໃຫ້ລຸກເປັນແສງສະຫວ່າງ ສາທຸ ໂອມສະໂຫມຕິດ.

No comments:

Post a Comment