Ad

Ad

28 February 2017

ສຳເລັດຊຸດອົບຮົມຫຼັກສູດລະບາດວິທະຍາພາກສະໜາມລຸ້ນທີ 8

           ວັນທີ 27 ກຸມພານີ້, ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຈົບຫຼັກສູດອົບຮົມລະບາດວິທະຍາພາກສະໜາມລຸ້ນທີ 8 ຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີເອກອັກຄະລັດຖະທູດສະຫະລັດອາເມຣິກາ ແລະ ຜູ້ຕາງໜ້າຈາກອົງການອະນາໄມໂລກເຂົ້າຮ່ວມ.

           ທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມນີ້ໄດ້ເລີ່ມມາແຕ່ປີ 2009, ໂດຍ
ແມ່ນກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາເປັນຜູ້ຈັດຕັ້ງປະຕິບັດ, ໂດຍໄດ້ຮັບການສະໜັນສະໜູນຈາກສູນປ້ອງກັນ ແລະ ຄວບຄຸມພະຍາດສະຫະລັດອາເມຣິກາ, ສຳ ນັກງານປ້ອງກັນ ແລະ ຫຼຸດຜ່ອນໄພຂົ່ມຂູ່ສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກເພື່ອສະໜັບສະໜູນກະຊວງສາທາລະນະສຸກໃນການເພີ່ມຄວາມເຂັ້ມແຂງ ແລະ ສ້າງຄວາມອາດສາມາດດ້ານລະບາດວິທະຍາພາກສະໜາມລະດັບຊາດ, ກໍຄືທົ່ວປະເທດໃນການຄົ້ນຫາ, ສອບສວນ ແລະ ຕອບໂຕ້ຕໍ່ພະຍາດຕິດຕໍ່ ຫຼື ພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ ແລະ ເຫດການສຸກເສີນທາງດ້ານສາທາ ລະນະສຸກອື່ນໆທີ່ສອດຄ່ອງກັບຍຸດທະສາດສຳລັບພະຍາດຊືມເຊື້ອທີ່ເກີດຂື້ນໃໝ່ໃນພາກພື້ນ, ອາຊີ-ປາຊີຟິກ ແລະ ກົດລະບຽບສາທາລະນະສຸກສາກົນ(THR 2005 ) ສຳລັບການຝຶກອົບຮົມຫລັກສູດດັ່ງກ່າວໃນ 8 ປີຜ່ານມາສາມາດສ້າງນັກລະບາດວິທະຍາພາກສະໜາມໄດ້ຫຼາຍກວ່າ 60 ຄົນ, ຊຶ່ງກວມເອົາທັງໝົດ 18 ແຂວງ ແລະ ໃນຊຸດທີ 8 ນິ້ມີນັກລະບາດວິທະຍາເຂົ້າຮ່ວມຈໍານວນ 8 ຄົນມາຈາກກະຊວງສາທາ, ກະຊວງກະສິກຳ ແລະ ກະຊວງປ້ອງກັນຄວາມສະຫງົບ. ຫລັກສູດລະບາດວິທະຍາພາກສະໜາມເປັນການພັດທະນາບຸກຄະລາກອນໃຫ້ສາມາດຕອບໂຕ້ຕໍ່ການລະບາດຂອງພະຍາດ, ການສະໜອງຂໍ້ມູນເຝົ້າລະວັງຢ່າງຖືກຕ້ອງ ແລະ ປະຕິບັດມາດຕະການໄດ້ທັນເວລາ.

No comments:

Post a Comment