ໂດຍ: ບ.ກ
ດັ່ງກົດໝາຍສື່ມວນຊົນໄດ້ລະບຸໄວ້ວ່າ: ສື່ມວນຊົນແມ່ນເວທີຖະແຫລງຂ່າວທີ່ຈຳເປັນ
ແລະ ຂາດບໍ່ໄດ້ສຳລັບຊີວິດສັງຄົມ. ດັ່ງສື່ສິ່ງພິມ, ສື່ເອເລັກໂຕຣນິກ
ແລະ ຜະລິດຕະພັນສື່ມວນຊົນອື່ນໆ, ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງພັກ,
ລັດ ແລະ ສັງຄົມໃນການເຮັດວຽກງານໂຄສະນາສຶກສາອົບ ຮົມແນວທາງຂອງພັກ,
ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳໃຈຮັກຊາດ,
ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ,
ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງໃຫ້ແກ່ສັງຄົມ,
ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງບິດເບືອນຄວາມຈິງ,
ເປັນ
ເວທີເສີມຂະຫຍາຍປະຊາທິປະໄຕ ແລະ
ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ.
ນີ້ແມ່ນຄຳນິຍາມທີ່ລະບຸໄວ້ໃນກົດໝາຍສື່ມວນຊົນເຮົາ
ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວເຮັດວຽກງານສື່ຂອງຕົນໃຫ້ຖືກຕ້ອງຕາມພາລະບົດບາດດັ່ງກ່າວ,
ແຕ່ແລ້ວ ໃນຜ່ານມານີ້ ພວກເຮົາຍັງເຮັດໄດ້ໜ້ອຍ ແລະ ຍັງບໍ່ທັນເສີມຂະຫຍາຍໄດ້ໝົດກຳລັງແຮງ
ແລະ ເງື່ອນໄຂຕ່າງໆທີ່ຕົນມີຢູ່. ກໍດັ່ງການຕີລາຄາຂອງກອງປະຊຸມວຽກງານຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດປະຈຳປີ 2016
ທີ່ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມານີ້ ໄດ້ຊີ້ໃຫ້ເຫັນວ່າ: ດ້ານເນື້ອຫາສາລະ ແລະ
ຮູບການສະເໜີຂອງສື່ມວນຊົນເຮົາຍັງບໍ່ທັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່,
ບໍ່ທັນດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ
ແລະ ຜູ້ຊົມໄດ້ເທົ່າທີ່ຄວນ, ການເປັນເຈົ້າການ ແລະ
ຄວາມສະດຸ້ງໄວໃນການຕອບຕ້ານຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກຳລັງປໍລະປັກ
ແລະ ກຸ່ມຄົນບໍ່ດີຍັງບໍ່ທັນການ ແລະ ບໍ່ທັນແຫລມຄົມ, ບາງລາຍການໃນສື່ມວນຊົນເຮົາມີຄວາມອຸດົມສົມບູນ
ແລະ ຫລາກຫລາຍສີສັນ ບາງຄັ້ງຄາວຍັງມີລັກສະນະປ່ອຍປະໄປຕາມອາລົມຂອງຜູ້ປະກອບການ ແລະ
ຜູ້ຈັດລາຍການເທົ່ານັ້ນ. ໃນຄວາມຈິງມັນກໍເປັນແນວນັ້ນແທ້, ແຕ່ຍ້ອນຫຍັງ
? ມັນກໍອາດມີຫລາຍສາເຫດທັງໃນຕົວ ແລະ ນອກຕົວຂອງມັນ.
ຖ້າເວົ້າເລື່ອງໃນຕົວກໍອາດແມ່ນກະໂຕນັກຂ່າວເອງຍັງຂາດຄວາມບຸກໜ້າບືນຕົວ, ຄວາມກະຕືລືລົ້ນໃນວຽກງານ, ບໍ່ທັນເປັນເຈົ້າການ
ແລະ ຄວາມຮັກອາຊີບມີໜ້ອຍ ບວກກັບຄວາມຮູ້ຄວາມສາມາດກໍຈຳກັດ. ດັ່ງນັ້ນ
ຈຶ່ງເຮັດໃຫ້ບົດຂຽນ, ບົດຂ່າວບໍ່ທັນເລິກເຊິ່ງເຖິງຮາກຖານປະຊາຊົນຢ່າງແທ້ຈິງ
ສ່ວນໃຫຍ່ແມ່ນສາມາດນຳສະເໜີໄດ້ແຕ່ເບື້ອງເທິງລົງລຸ່ມ, ສ່ວນການນຳເອົາຄວາມຄິດ,
ຄວາມເຫັນ ແລະ
ຄວາມຂັດຂ້ອງໝອງໃຈຂອງປະຊາຊົນຂຶ້ນເທິງແມ່ນຍັງເຮັດໄດ້ໜ້ອຍ ແລະ ອື່ນໆ.
ສ່ວນບັນຫານອກຕົວແມ່ນການກະຕຸກຊຸກຍູ້ເບື້ອງງົບປະມານການເງິນໃຫ້ແກ່ການພັດທະນາວຽກງານສື່ມວນຊົນຍັງຈຳກັດ,
ການຕອບສະໜອງຂໍ້ມູນຕ່າງໆຂອງແຕ່ລະກະຊວງ, ຂະແໜງການ
ແລະ ທ້ອງຖິ່ນກໍຍັງຝືດເຄືອງ.
ຖ້າເວົ້າເລື່ອງສຳພາດຂອງເຈົ້າໜ້າທີ່ກ່ຽວຂ້ອງວຽກງານໃດໜຶ່ງ
ເພື່ອຊີ້ແຈງຕໍ່ສັງຄົມກໍປານດຶງຂາເຕົ່າ. ເວົ້າລວມແລ້ວ
ສື່ມວນຊົນເຮົາກໍມີບາງອັນຍັງຖືກຈຳກັດ. ດັ່ງນັ້ນ ຈຶ່ງເຮັດໃຫ້ການນຳສະເໜີຂໍ້ມູນຂ່າວສານ,
ການສ້າງລາຍການ ແລະ ສາລະຕ່າງໆຍັງບໍ່ທັນອຸດົມສົມບູນ ແລະ
ຕອບສະໜອງໄດ້ຕາມພາລະບົດບາດຂອງຕົນຢ່າງແທ້ຈິງ.
ດັ່ງນັ້ນ,
ຖ້າສອງຝ່າຍຮ່ວມກັນແກ້ໄຂກໍຈະຊ່ວຍໃຫ້ສື່ມວນຊົນເຮົາໄດ້ຮັບການພັດທະນາເດີນໜ້າໄດ້ໄປໄກກວ່ານີ້.
No comments:
Post a Comment