ໂດຍ: ສົມອົກ ເຄນຄໍາແພງ
ຖ້າຈະເວົ້າເຖິງການເຮັດທຸລະກິດ
ໃນຂົງເຂດໃດໜຶ່ງໃຫ້ປະສົບຜົນສໍາເລັດໄດ້ນັ້ນ ມັນບໍ່ແມ່ນເລື່ອງງ່າຍພໍ ເທົ່າໃດ
ເພາະມັນມີຫຼາຍອົງປະກອບທີ່ກ່ຽວຂ້ອງກັນ
ແຕ່ສໍາລັບຜູ້ປະກອບການທີ່ມີແນວຄິດຈະສ້າງທຸລະກິດໃໝ່ຫຼືກໍາລັງດໍາເນີນທຸລະກິດຢູ່ນັ້ນ
ຍິ່ງຈະຕ້ອງໄດ້ຄິດໜັກ ແລະ ມີຄວາມກັງວົນຫຼາຍ ປະການເຊັ່ນ:
ຈະສາມາດດໍາເນີນທຸລະກິດຂອງຕົນໄປໄດ້ດີບໍ່ ? ລາຍຮັບທີ່ໄດ້ມາໃນແຕ່ລະວັນພຽງພໍທີ່ຈະລ້ຽງຊີບ? ຈະສາມາດຈ່າຍເງິນເດືອນໃຫ້ພະນັກງານໄດ້ທຸກເດືອນອິກດົນປານໃດ
ແລະ ຖ້າຫາກວ່າທຸລະກິດບໍ່ສາມາດດໍາເນີນໄປໄດ້
ຈະກັບໄປເຮັດອາຊີບໃດແທນ ເພື່ອມາລ້ຽງຊີບ ຖ້າຫາກວ່າບໍ່ເປັນດັ່ງທີ່ຄິດໄວ້.
ສໍາລັບຄົນສ່ວນຫຼາຍແລ້ວ
ຕ້ອງມີຄວາມໄຝ່ຝັນຢາກມີອາຊີບການງານທີ່ໜັ້ນຄົງ ແລະ ສະຫວັດດີການທີ່ດີ
ແຕ່ອີກສ່ວນໜຶ່ງກໍ່ມີຄວາມໄຝຝັນຢາກເປັນເຈົ້າຂອງທຸລະກິດ ແລະ ມີເງິນຄໍາຫຼາຍ ເຊິ່ງເມື່ອເຮົາຈະພິຈາລະນາເບິ່ງແລ້ວ
ກໍ່ເຫັນວ່າມັນອາດມີຄວາມເປັນໄປໄດ້ ແລະ ອາດເປັນໄປບໍ່ໄດ້. ສະນັ້ນ, ສະຖາບັນການສຶກສາຕ່າງໆ
ຈຶ່ງ ແນມເຫັນໂອກາດທີ່ຈະສ້າງຜົນປະໂຫຍດໃຫ້ຕົນ ຈຶ່ງໄດ້ເປີດຫຼັກສຸດ “ການບໍລິຫານທຸລະກິດ” ຂຶ້ນ
ເພື່ອຈະດຶງເອົາຜູ້ທີ່ສົນໃຈຢາກເປັນຜູ້ປະກອບການເຂົ້າມາສຶກສາຮໍ່າຮຽນ
ເຊິ່ງມັນກໍ່ເປັນສິ່ງທີ່ສົນອົກສົນໃຈຫຼາຍສໍາລັບຜູ້ທີ່ຢາກເປັນເຈົ້າຂອງທຸລະກິດ ເນື່ອງຈາກວ່າເມື່ອຮຽນຈົບແລ້ວ
ກໍ່ຈະນໍາເອົາຄວາມຮູ້ທີ່ໄດ້ມານັ້ນມານໍາໃຊ້ໃນການດໍາເນີນທຸລະກິດ; ແຕ່ສິ່ງສໍາຄັນອີກຢ່າງໜຶ່ງທີ່ຫຼາຍສະຖາບັນການສຶກສາຍັງແນມບໍ່ເຫັນ
ແລະ ບໍ່ໄດ້ກ່າວເຖິງສິ່ງນັ້ນເລີຍ ນັ້ນກໍຄື:
ການສ້າງທຸລະກິດ.
ໃນໂອກາດທີ່ກ່າວມານີ້ຍັງມີຫຼາຍອັນທີ່ເປັນອຸປະສັກ
ແລະ ຜູ້ທີ່ມີຄວາມຫວັງຢາກເປັນຜູ້ປະກອບການ
ອາດຜິດຫວັງ ແລະ ຕ້ອງໄດ້ຫັນໜ້າເຂົ້າມາໃນສາຍອາຊີບທີ່ໝັ້ນຄົງ
ນັ້ນກໍ່ຄືການເປັນລຸກຈ້າງຫຼືທີ່ຫຼາຍຄົນເອີ້ນວ່າ “ມະນຸດເງິນເດືອນ”.
ສໍາລັບບັນດາປະເທດທີ່ມີຄວາມສີວິໄລນັ້ນ
ຈະມີກົນລະຍຸດທີ່ແປກ ແຕ່ງ່າຍດາຍ ໃນການກະຕຸ້ນ ແລະ ປຸກໄຟໃຫ້ຄົນທັງລູ້ນເກົ່າ ແລະ
ລູ້ນໃໝ່ ທີ່ຢາກເປັນຜູ້ປະກອບການຫຼືເຈົ້າຂອງທຸລະກິດ
ໂດຍການໃຊ້ປະໂຫຍກ ແລະ ຖ້ອຍຄໍາ ເພື່ອກະຕຸ້ນ
ເຊັ່ນ: ຢາກລວຍຕ້ອງເຮັດທຸລະກິດ, ຄິດແບບຄົນລວຍໃຜກໍ່ລວຍໄດ້
ແລະ ວິທີຄິດຂອງຄົນລວຍ
ເຊິ່ງເຂົາເຈົ້າຈະນໍາເອົາຜູ້ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດມາເປັນຕົວອ້າງອີງ
ແລະ ອອກມາແບ່ງປັນປະສົບການດັ່ງກ່າວຜ່ານສື່ຕ່າງໆ ເພື່ອໃຫ້ແງ່ຄິດໃນການສ້າງ ແລະ
ເຮັດທຸລະກິດ ແກ່ຄົນທີ່ມີຄວາມສົນໃຈ
ເຊິ່ງຈະກົງກັນຂ້າມກັບບາງທິດສະດີ ແລະ ຄ່ານິຍົມ ທີ່ບາງປະເທດໃຊ້ກັນຢູ່ເຊັນ:
ເຮັດການຜະລິດເພື່ອກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,
ຜະລິດໃຫ້ຫຼາຍ
ເພື່ອໃຫ້ກຸ້ມກີນ ແລະ ສາມາດເປັນສິນຄ້າ
ເຊິ່ງມັນກໍ່ມີຄໍາຖາມກັບມາວ່າ: ຜະລິດເພື່ອຫຍັງ ໃນເມື່ອຂ້ອຍກຸ້ມກິນແລ້ວ,
ເຮັດທຸລະກິດເຮັດຫຍັງ ຖ້າຫຼົ້ມເຫຼວໃຜຈະມາຮັບຜິດຊອບຊ່ວຍ
ຢູ່ແບບນີ້ກໍ່ດີແລ້ວ ພໍຢູ່ພໍກີນ ບໍ່ຕ້ອງດີ້ນຮົນຫຼາຍ.
ໜຶ່ງໃນນັກຄິດຂອງປະເທດສິວິໄລ
ທ່ານ ໂຣເບີດ ຄິຢາສາກິ ຜູ້ຊ່ຽວຊານການເງິນ, ນັກລົງທຶນ ແລະ ນັກຂຽນຊື່ດັງ ທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດ ແລະ ໄດ້ຂຽນໜັງສືເຫຼັ້ມໜຶ່ງ ໂດຍໃສ່ຊື່ວ່າ “ພໍ່ລວຍສອນລຸກ” ເນື້ອໃນຂອງໜັງສືເຫຼັ້ມນີ້
ໄດ້ສະທ້ອນແງ່ມຸມທີ່ແຕກຕ່າງກັນລະຫວ່າງ 2 ແນວຄວາມຄິດ ໂດຍທ່ານໄດ້ສົມທຽບຄ່ານິຍົມຂອງພໍ່ສອງຄົນທີ່ມີຄ່ານິຍົມທີ່ແຕກຕ່າງກັນວ່າ:
ພໍ່ຈົນມັກຈະບອກວ່າ: ຕັ້ງໃຈຮຽນໃຫ້ຫຼາຍໆ, ເຮັດຄະແນນໃຫ້ດີ,
ເມື່ອຈົບມາຕ້ອງຊອກວຽກງານທີ່ໝັນຄົງ, ປະຢັດອົດອ້ອມ,
ຢ່າສ້າງໜີ້ ແລະ ມີແຜນກະສຽນອາຍຸທີ່ດີ ນັ້ນຄືຄ່ານີຍົມຂອງພໍ່ຈົນສອນ.
ແຕ່ພໍ່ລວຍຜັດບອກວ່າ:
ລູກບໍ່ມີທາງລວຍໄດ້ຈາກການເຮັດແບບນັ້ນ
ແລະ ມັນກໍ່ເປັນຄວາມຄິດທີ່ບໍ່ ເໝາະສົມພໍປານໃດ; ແຕ່ການອ້ອມເງິນກໍ່ເປັນວິທີ່ການສ້າງເງິນທີ່ດີແມ່ນບໍ່? ແຕ່ສໍາລັບພໍ່ລວຍບອກວ່າ:
ເງິນມັນຖືກອອກແບບໃນທາງເສດຖະສາດໃຫ້ມີມູນຄ່າຫຼຸດລົງໃນທຸກໆປີ
ຖ້າຈະພິຈາລະນາຄ່າຂອງເງິນໃນ 40 ປີ ກໍ່ເຫັນວ່າເງິນມັນມີການເຊື່ອມຄ່າໃນທຸກໆປີ ສະນັ້ນ,
ເຮົາຈະມານັ່ງເກັບອ້ອມສີ່ງທີ່ຫຼຸດຄ່າລົງທຸກປີເຮັດຫຍັງ; ເຊິ່ງພໍ່ລວຍໄດ້ອະທິບາຍແຜນພູມເງິນ 4 ດ້ານໃນໂລກທຸລະກິດດັ່ງນີ້:
(ຄົນ ກຸ່ມ E) ເຊິ່ງ E ຫຍໍ້ມາຈາກ
Employee ຫຼື ລູກຈ້າງ
ຄົນກຸ່ມນີ້ເຖິງເຂົາຈະມີຕໍາແໜ່ງນັບແຕ່ ຜູ້ຮັກສາຄວາມສະອາດ ຈົນເຖິງຜູ້ບໍລິຫານ
ເຂົ້າກໍ່ມີຄວາມຕ້ອງການຄື: ຊອກຫາວຽກງານທີ່ດີໆ ແລະ ໜັ້ນຄົງ, ສະຫວັດດີການທີ່ດີ
ເພາະຄ່ານິຍົມຂອງເຂົ້າແມ່ນການເປັນລູກຈ້າງ.
(ຄົນກຸ່ມ S) ເຊິ່ງ S ຫຍໍ້ມາຈາກ Safe Employ ພວກທີ່ເປັນນາຍຕົວເອງ ເຮັດທຸລະກິດດ້ວຍຕົນເອງ ຫຼື ເຈົ້າຂອງທຸລະກິດ ຄ່ານິຍົມຂອງຄົນກຸ່ມນີ້ຈະບອກວ່າ
ຢາກໃຫ້ດີຕ້ອງເຮັດເອງ.
(ຄົນກຸ່ມ B) ເຊິ່ງ B ຫຍໍ້ມາຈາກ
Big business ຫຼື ທຸລະກິດຂະໜາດໃຫ່ຍ ທີ່ມີພະນັກງານ ແຕ່ 500
ຄົນຂຶ້ນໄປ
ຄ່ານິຍົມຂອງຄົນກຸ່ມນີ້ແມ່ນຊອກຫາເຄື່ອຄ່າຍທີ່ດີ, ເພື່ອນຮ່ວມງານທີ່ດີ
ແລະ ຊອກຫາຄົນເກັ່ງໆມາບໍລິຫານ
ເພາະເຂົ້າເຈົ້າບໍ່ຕ້ອງການຈະເຮັດວຽກເອງ
ແຕ່ເຂົ້າຈະໃຫ້ຄົນອື່ນມາເຮັດວຽກແທນ.
(ຄົນກຸ່ມ I) ເຊິ່ງ I ຫຍໍ້ມາຈາກ
Investor ຫຼື ນັກລົງທຶນ
ຄ່ານິຍົມຂອງຄົນກຸ່ມນີ້ແມ່ນຈະໃຫ້ເງິນເຮັດວຽກແທນເຂົ້າເຈົ້າ.
ທ່ານ ໂລເບີດ ໄດ້ບອກວ່າ:
ຄົນເຮົາສາມາດສ້າງຊັບສີນໄດ້ອີກຢ່າງໜຶ່ງໃນຊີວິດ ນັ້ນກໍ່ຄືການສ້າງທຸລະກິດ
ເພາະມັນຈະຕົກທອດໄປຮອດລູ້ນລູກລູ້ນຫຼານໄດ້ ເຊິ່ງທ່ານໄດ້ອະທິບາຍວ່າ: ສໍາລັບຄົນກຸ່ມ E ແລະ ກຸ່ມ S ແມ່ນຈະໃຊ້ວິທີການສ້າງລາຍຮັບແບບ Active
income ຄື: ການເອົາເຮື່ອແຮງ+ເວລາ ມາແລກເອົາເງິນ.
ແຕ່ຄົນກຸ່ມ
B
ແລະ ກຸ່ມ I ແມ່ນຈະໃຊ້ວິທີການສ້າງລາຍຮັບແບບ passive
income ຄື: ການເອົາເຮື່ອແຮງ+ເວລາ ມາສ້າງຊັບສິນ ແລ້ວໃຫ້ຊັບສີນ
ສ້າງລາຍຮັບເປັນເງິນແທນ; ແລະ ນີ້ກໍ່ຄື 2
ຄ່ານິຍົມທີ່ແຕກຕ່າງກັນ.
ໃນເມື່ອໄດ້ເຫັນ, ໄດ້ສໍາຜັດ ແລະ ໄດ້ຟັງບັນດາແຜນການ ແລະ ວິທີຄິດຕ່າງໆ
ກ່ຽວກັບມຸມມອງຂອງນັກທຸລະກິດທີ່ປະສົບຜົນສໍາເລັດແລ້ວ
ແນ່ນອນວ່າບັນດາຄົນລຸ້ນໃໝ່ທີ່ໄຟແຮງ ກໍ່ຈະມີວິທີການວາງແຜນທຸລະກິດຂອງຕົນ ພ້ອມທັງລົງມືເຮັດໃຫ້ເປັນຮູບເປັນຮ່າງຂຶ້ນມາຢ່າງຫຼວງຫຼາຍ
ຈົນມີຫຼາຍຜູ້ປະກອບການ ແລະ ຫຼາຍຜະລິດຕະພັນໃນສັງຄົມ
ເຊິ່ງໃນນັ້ນ, ກໍ່ມີທັງຫຼົ້ມເຫຼວ ແລະ ປະສົບຜົນສໍາເລັດ
ປົນເປກັນໄປ.
No comments:
Post a Comment