Ad

Ad

25 February 2013

ສົ່ງເສີມການທ່ອງທ່ຽວຢ່າໃຫ້ສວນທາງກັນ



    ນັບ​ວ່າ​ເປັນຄວາມ​ພາກພູມ​ໃຈ​ຢ່າງ​ຍິ່ງທີ່​​ປີ 2012 ຜ່ານ​ມາ ຂະ​ແໜງ​ທ່ອງ​ທ່ຽວ​ລາວ​ເຮົາ​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ ມາ​ປະ​ເທດ​ໄດ້​ຫລາຍ​ກວ່າ 3 ລ້ານ​ເທື່ອ​ຄົນອັນ​ເປັນ​ຍອດ​ສູງ​ສຸດ​ຂອງ​ສະຖິຕິ​ການທ່ອງທ່ຽວ​ລາວນັບ​ແຕ່​ໃດໆ​ມາ. ສິ່ງ​ນັ້ນສາ ມາດ​ສ້າງ​ລາຍ​ຮັບ​ເຂົ້າປະ​ເທດ​ເປັນ​ຈຳນວນ​ບໍ່​ໜ້ອຍ​ເຊິ່ງມັນ​ແທດ​ເໝາະ​ກັບ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ພັກ ແລະ ລັດຖະບານ​ເຮົາ​ລະບຸ​​ໄວ້ໜຶ່ງ​ແມ່ນ​ພັດທະນາ​ພະລັງງານ​ໄຟຟ້າ, ສອງ​ແມ່ນ​ສ້າງ​ປະ​ເທດ​ເປັນ​ທາງ​ຜ່ານ ​ແລະ ສາມ​ແມ່ນ​ສ້າງ​ກຳລັງ​ແຮງ​ທາງ​ດ້ານ​ການ ທ່ອງທ່ຽວ ​ແລະ ພວກ​ເຮົາ​ກໍ​ມີ​ຜົນສຳ​ເລັດ​ເປັນ​ກ້າວໆ​ມາໂດຍ​ສະ​ເພາະ​ຂະ​ແໜງ​ການທ່ອງທ່ຽວ​
ນັບ​ມື້ມີ​ທ່າ​ກ້າວ​ຂະຫຍາຍຕົວ. ກໍ​ດັ່ງ​ການ​ຕີ​ລາຄາ​ຂອງ​ຂະ​ແໜງ​ການ​ກ່ຽວຂ້ອງ​ວ່າ: ​ໂດຍ​ສັງ​ເກດ​ລວມ​ແລ້ວ, ວຽກ​ງານ​ທ່ອງ​ທ່ຽວ​ລາວ​ເຮົາ​ໃນ 5 ປີຜ່ານມາ​ນີ້ ​ແມ່ນ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງ​ໄດ້​ຮັບ​ຜົນ​ດີ, ການ​ເຊື່ອມ​ໂຍງ​ການທ່ອງທ່ຽວ​ລະຫວ່າງ​ປະ​ເທດ​ເຮົາ​ກັບ​ພາກພື້ນ ​ແລະ ສາ ກົນ​ນັບ​ມື້ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ, ການ​ພັດທະນາ​ແຫ​ລ່ງທ່ອງ​ທ່ຽວ ​ແລະ ສິ່ງ​ຮອງ​ຮັບ​ຕ່າງໆ
​ເຊັ່ນ: ສະຖານ​ທີ່​ພັກ​ແຮມ, ຮ້ານ​ອາຫານ, ການ​ໂຄສະນາ​ປະຊາ ສຳພັນ​ການທ່ອງທ່ຽວ ​ແລະ ການ​ສົ່ງ​ເສີມ​ລາວ​ທ່ຽວລາວ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ ​ແລະ ຫຍັບ​ເຂົ້າ​ໃກ້​ມາດຕະຖານ​ສາກົນ​ເທື່ອ​ລະ​ກ້າວ ​ເຊິ່ງ​ໄລ່​ມາ​ຮອດ​ປັດຈຸບັນ ພວກ​ເຮົາ​ໄດ້​ສຳ​ເລັດ​ການ​ສຳ​ຫລວດ ແລະ ຂຶ້ນບັນຊີ​ແຫ​ລ່ງທ່ອງ​ທ່ຽວ​ຕ່າງໆ​ແລ້ວ 1.493 ​ແຫ່ງ, ​ໃນ​ນັ້ນ ​ແຫ​ລ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ​ມີ 849 ​ແຫ່ງ, ​ແຫ​ລ່ງທ່ອງ​ທ່ຽວ​ວັດທະນະທຳ 435 ​ແຫ່ງ ​ແລະ ແຫ​ລ່ງທ່ອງ​ທ່ຽວ​ປະຫວັດສາດ​ຫລາຍ​ກວ່າ 200 ​ແຫ່ງ ​ເຊິ່ງທັງ​ໝົດ​ນັ້ນ​ໄດ້​ເປີດ​ບໍລິການ​ແລ້ວ 435 ​ແຫ່ງ ອັນ​ເປັນ​ທ່າ​ແຮງ​ຕົ້ນຕໍ​ໃຫ້​ແກ່​ການ​ພັດທະນາ​ຂະ​ແໜງ​ການທ່ອງ ທ່ຽວ​ພວກ​ເຮົາ. ​ແຕ່​ຄຽງ​ຄູ່​ກັນນັ້ນ ພວກ​ເຮົາ​ກໍ​ຍັງ​ມີ​ຈຸດ​ອ່ອນ​ຄົງ​ຄ້າງ​ຢູ່ບາງ​ຢ່າງ​ທີ່​ເຮັດ​ໃຫ້​ວຽກ​ງານ​ສົ່ງ​ເສີມ​ການທ່ອງທ່ຽວ​ສວນ​ທາງ​ກັນ​ເຊັ່ນ: ການ​ຕັດ​ໄມ້​ທຳລາຍ​ປ່າ, ການ​ຂຸດ​ຄົ້ນບໍ່​ແຮ່ເຊິ່ງ​ເປັນ​ການ​ທຳລາຍ​ຄວາມ​ອຸດົມສົມບູນ​ຂອງ​ທຳ​ມະ​ຊາດ ​ແລະ ຄວາມ​ຮັ່ງມີ​ສວຍ​ງາມ​ຂອງ​ປະ​ເທດ​ທີ່​ເປັນ​ທ່າ​ແຮງ​ອັນ​ມະຫາສານ​ໃນ​ການທ່ອງທ່ຽວ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ເຮົາ. ນີ້​ກໍ​ເນື່ອງ​ຈາກ​ຄວາມ​ເຂົ້າ​ໃຈ​ຂອງ​ສັງຄົມ​ຕໍ່​ວຽກ​ງານ​ທ່ອງ​ທ່ຽວ​ຍັງ​ມີ​ຂອບ​ເຂດ​ຈຳກັດ. ດັ່ງນັ້ນ ຈຶ່ງ​ເຮັດ​ໃຫ້ການ​ປະສານ​ງານ​ລະ ຫວ່າງ​ທ່ອງ​ທ່ຽວ​ກັບ​ຂະ​ແໜງ​ການ​ອື່ນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຍັງ​ບໍ່​ທັນ​ສະໜິດ​ແໜ້ນ​ເທົ່າ​ທີ​່ຄວນ ​ແລະ ການ​ເຂົ້າຮ່ວມ​ຂອງ​ມະ ຫາຊົນ​ບໍ່​ທັນ​ກວ້າງຂວາງ. ພ້ອມ​ນັ້ນ ຄວນ​ເປັນ​ເຈົ້າການ​ໃນ​ການ​ຄຸ້ມ​ຄອງ​ແຫ​ລ່ງທ່ອງ​ທ່ຽວ ​ແລະ ນັກ​ທ່ອງ​ທ່ຽວ​ບໍ່​ທັນ​ຮັດກຸມ ກໍ່ໃຫ້​ເກີດ​ປາກົດການ​ຫຍໍ້​ທໍ້​ຕ່າງໆ, ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮອງ​ຮັບ​ການທ່ອງທ່ຽວ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ ການນັບ​ທັງ​ການ​ກິນ​ຢູ່​ພັກ​ເຊົາ ​ແລະ ​ໄປມາ​ຂອງ​ແຂກ​ຍັງ​ເຮັດ​ບໍ່​ໄດ້​ດີ, ບາງ​ບ່ອນ​ເກີດ​ການ​ສວຍ​ໂອກາດ​ຫາ​ລາຍ​ໄດ້​ທີ່​ບໍ່​ຊອບ​ທຳ​ຈາກ​ນັກ​ທ່ອງ​ທ່ຽວ​ກໍ​ມີ​ເຊັ່ນ: ​ເກັບ​ຄ່າ​ໂດຍສານ​ແພງ​ເກີນ​ຂອບ​ເຂດ ​ຫລື ວາງ​ມາດ​ຕະການ ​ແລະ ລະບຽບ​ການ​ຕ່າງໆ​ເຂົ້າຫາ​ແຫ​ລ່ງທ່ອງ​ທ່ຽວ​ເຄັ່ງ​ຄັດ​ເກີນ​ໄປ ​ແລະ ບາງ​ບ່ອນ​ກໍ​ເກີດ​ສະພາບ​ຈຳ​ກັດ​ລົດ​ບໍລິການ​ແຂກ​ທ່ອງ​ທ່ຽວ​ຈາກ​ຂະ​ແໜງ​ການ​ອື່ນ ​ຫລື ມາ​ຈາກ​ໂຮງ​ແຮມ, ​ເຮືອນ​ພັກ​ອື່ນ​ສົ່ງ​ແຂກ​ເຂົ້າ​ແຫ​ລ່ງທ່ອງ​ທ່ຽວ​ກໍ​ມີ​ຕົວຢ່າງຄື​ຢູ່​ນະຄອນຫລວງ​ວຽງ​ຈັນ​ຜ່ານ​ມານີ້ ​ໄດ້​ມີ​ປາກົດ ການ​ຕຳຫລວດ​ທ່ອງ​ທ່ຽວ​ປະຈຳ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ອອກ​ມາກ​ວດກາ​ລົດ​ຂອງ​ແຂກ​ທ່ອງ​ທ່ຽວ ​ເພື່ອ​ຫາ​ລາຍ​ໄດ້​ກັບ​ຜູ້​ຂັບ​ຂີ່​ກໍ​ມີ ອັນ​ເຮັດ​ໃຫ້ການ​ບໍລິການ​ຍັງ​ບໍ່​ຄ່ອງ​ຕົວ ​ແລະ ມີ​ລາຄາ​ແພງ. ແຫ​ລ່ງທ່ອງ​ທ່ຽວ​ບາງ​ແຫ່ງ​ຍັງ​ຂາດ​ການ​ຮັກສາ​ຄວາມ​ສະອາດ ແລະ ຫລາຍ​ປາກົດການ​ອື່ນໆ​ອີກ​ເຊິ່ງຂະ​ແໜງ​ການ​ກ່ຽວຂ້ອງ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ໂດຍ​ສະ​ເພາະ​ຈະ​ຕ້ອງ​ໄດ້​ລົງທຶນ​ສ້າງ​ບຸກຄະລາ​ກອນ ​ແລະ ກົນ​ໄກ​ຕ່າງໆ​ໃຫ້​ສົມ​ຄູ່​ກັບ​ວຽກ​ງານ​ຕື່ມ.

No comments:

Post a Comment