Ad

Ad

4 February 2013

ທ່ານຮອງນາຍົກລັດຖະມົນຕີສົມສະຫວາດ ເລັ່ງສະຫວັດເຄື່ອນໄຫວຢ້ຽມຢາມຈຸດສຸມອ່າງຄຳ ເມືອງວິລະບູລີແຂວງສະຫວັນນະເຂດ



             ເພື່ອເປັນການກະຕຸກຊຸກ ຍູ້ສົ່ງເສີມ, ໃກ້ຊິດຕິດແທດ ແລະ ຊີ້ນຳ-ນຳພາ ບັນດາທ້ອງຖິ່ນ ໃຫ້ ບັນລຸໄດ້ແຜນພັດ ທະນາ ເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VII. ດັ່ງ ນັ້ນ, ໃນວັນທີ 2 ກຸມພາ 2013 ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະ ມົນຕີ, ຜູ້ຊີ້ນຳ ວຽກງານເສດຖະກິດ ພ້ອມດ້ວຍ ຄະນະໄດ້ເດີນທາງໄປ ເຄື່ອນໄຫວ ຢ້ຽມຢາມເຂດ ຈຸດສຸມອ່າງຄຳ ເມືອງວິລະ ບູລີ ແຂວງສະຫວັນ ນະເຂດ ເຊິ່ງມີເຈົ້າແຂວງ, ຄະນະນຳແຂວງ, ອຳນາດການ ປົກຄອງ ທ້ອງຖິ່ນ ແລະ ພໍ່ແມ່ ປະຊາຊົນພາຍ ໃນເມືອງດັ່ງກ່າວ ໃຫ້ການຕ້ອນຮັບ.
        ໃນການໄປເຄື່ອນໄຫວຢ້ຽມ ຢາມຄັ້ງນີ້,ຮອງນາຍົກລັດ ຖະມົນຕີ ແລະ ຄະນະ ກໍໄດ້ຮັບຟັງການລາຍງານການພັດ ທະນາ ເສດຖະກິດ-ສັງຄົມຂອງຈຸດສຸມ ອ່າງຄຳ ເຊິ່ງປະກອບມີ 2 ກຸ່ມ ບ້ານ ມີ 10 ບ້ານ,557 ຄອບຄົວ, ມີພົນລະເມືອງ 2.971 ຄົນ,ຍິງ 1.565 ຄົນ, ອາຊີບສ່ວນໃຫຍ່ແມ່ນ ເຮັດນາ ແລະ ເຮັດໄຮ່ປູກເຂົ້າ ເປັນຕົ້ນຕໍ ຊຶ່ງມີເນື້ອທີ່ນາທັງໝົດ 171 ເຮັກຕາຍັງບໍ່ ທັນກຸ້ມກິນ, ການລ້ຽງສັດ ກໍມີການລ້ຽງເພີ່ມ ຂຶ້ນ ແລະ ປູກພືດລະດູແລ້ງຈຳ ນວນໜຶ່ງ;ດ້ານການພັດທະນາ ຊົນນະບົດ  ແລະ ແກ້ໄຂຄວາມ ທຸກຍາກ ແມ່ນໄດ້ສຸມໃສ່ຈັດຕັ້ງ ປະຕິບັດຕາມທິດຊີ້ນຳຂອງຂັ້ນ ເທິງເປັນຕົ້ນໄດ້ມີການເຕົ້າ ໂຮມ ບ້ານນ້ອຍເປັນ ບ້ານໃຫຍ່ ແລະ
ເປັນຕົວເມືອງນ້ອຍໃນຊົນນະບົດ.ປັດຈຸບັນສາມາດແກ້ໄຂຄວາມ ທຸກຍາກ ໄດ້ແລ້ວ 6 ບ້ານ ລວມມີ 348ຄອບ ຄົວ,ຍັງ 4 ບ້ານ,209 ຄອບຄົວ.
          ໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສົມສະ ຫວາດ ເລັ່ງສະຫວັດ ກ່ໄດ້ສະ ແດງຄວາມຊົມເຊີຍ ຕໍ່ບັນດາ ຜົນ ງານທີ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນຈຸດ ສຸມອ່າງຄຳຍາດມາໄດ້ ໂດຍສະ ເພາະສາມາດ ເຮັດໃຫ້ ບັນດາກຸ່ມ ບ້ານໃນຈຸດສຸມດັ່ງກ່າວມີຄວາມ ສະຫງົບໜັກແໜ້ນຮັກສາໄດ້ມູນ ເຊື້ອເມືອງວິລະບູລີທີ່ເປັນເມືອງວິ ລະຊົນ ອັນເປັນພື້ນຖານໃຫ້ແກ່ ການພັດທະນາ, ການສຶກສາ ກໍ່ ໄດ້ຮັບການເອົາໃຈໃສ່ຢ່າງຕັ້ງ ໜ້າ; ພ້ອມນີ້ ກໍໃຫ້ເອົາໃຈໃສ່ ຕື່ມ ບາງບັນຫາເປັນຕົ້ນການແກ້ໄຂ ຄວາມທຸກຍາກ ໃຫ້ເບິ່ງຄືນການ ປູກ-ການລ້ຽງທີ່ໃຊ້ເວລາສັ້ນເພື່ອ ສ້າງລາຍຮັບ ແລະ ຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ ຄຽງຄູ່ກັບ ການປູກພືດອຸດສາຫະກຳໄລຍະ ຍາວ ເຊັ່ນ:ການ ປູກຕົ້ນໂບງ; ໃຫ້ເອົາໃຈໃສ່ພີ່ນ້ອງຊົນເຜົ່າທີ່ ທຸກຍາກຢ່າງໃກ້ຊິດຕິດແທດ ສ້າງໃຫ້ໄດ້ຕົວແບບຂອງບ້ານ ເພື່ອຍົກລະດັບ ຊີວິດການເປັນຢູ່ ຂອງເຂົາເຈົ້າດ້ານການສຶກສາ ກໍໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ອຳນວຍ ຄວາມ ສະດວກໃຫ້ ລູກຫຼານ ໄດ້ຮຽນ.ອັນສຳຄັນ ແມ່ນຄວາມສະ ເໝີພາບ ຍິງ-ຊາຍ ເພື່ອເປັນກຳລັງແຮງໃນການ ສ້າງສາ ພັດທະນາປະເທດຊາດ ໃນ ອະນາຄົດ.
  ນອກຈາກນີ້,ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ຄະນະ ຍັງ ໄດ້ ໄປຢ້ຽມຊົມສູນສາທິດການປູກຝັງທ່າສະໂນ, ຄອບຄົວຕົວແບບ ປູກໂບງ ແລະ ສວນກ້າເບ້ຍໄມ້ ຢູ່ທີ່ຈຸດສຸມອ່າງຄຳ.

No comments:

Post a Comment