Ad

Ad

18 April 2013

ພະນະທ່ານປະທານປະເທດ ອວຍພອນປີໃຫມ່ລາວ ພສ 2556



       ພະນະທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງາຍ​ສູນ​ກາງ​ພັກປະຊາຊົນ​ປະຕິ ວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ອ່ານ​ສານ​ອວຍພອນ​ປີ​ໃໝ່​ລາວ ​ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ພສ. 2555 (ປີມະໂລງ) ແລະ ຕ້ອນຮັບປີໃໝ່ ພສ. 2556 (ປີມະເສັງ) ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ​ເມສາ 2013 ນີ້ ທີ່​ຫ້ອງ​ວ່າການ​ປະທານ​ປະ​ເທດ( ຫໍຄຳ) ຊຶ່ງ​ມີ​ເນື້ອ​ໃນ​ດັ່ງນີ້: ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ມື້ນີ້ແມ່ນມື້ສັນວັນດີ,ມື້ ໂຊກໃຫຍ່ໄຊງາມແຫ່ງການສົ່ງທ້າຍປີເກົ່າ ພສ. 2555 (ປີມະໂລງ) ແລະ ຕ້ອນ ຮັບປີໃໝ່ ພສ. 2556 (ປີມະເສັງ). ໂດຍສືບ ທອດມູນເຊື້ອວັດທະນະທຳອັນດີງາມຂອງຊາດ ລາວເຮົາ,ຂ້າພະເຈົ້າຮູ້ສຶກປິຕິຊົມ ຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ການນ ຳພັກ-ລັດ ສົ່ງຄຳອວຍ ພອນອັນປະເສີດມາຍັງພີ່ ນ້ອງ ຮ່ວມຊາດທຸກເຜົ່າ, ທຸກຊັ້ນຄົນທີ່ ຢູ່ທັງພາຍໃນ ແລະ ຕ່າງປະເທດ.
    ພວກເຮົາຕ່າງກໍຮູ້ດີວ່າ: ປີ ພສ. 2555 ທີ່ພວມຈະຜ່ານພົ້ນໄປ ເປັນປີທີ່ບໍ່ງ່າຍປານໃດສຳລັບການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ກໍຄືພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາ ປີ ພສ. 2555 ເປັນປີທີ່ສະພາບ ແວດ ລ້ອມມີການຜັນແປອັນສະ ຫລັບສັບຊ້ອນເປັນຕົ້ນ:ແມ່ນສະ ພາບທາງດ້ານເສດຖະກິດການ ເງິນ ຕະຫລອດເຖິງການປ່ຽນແປງຂອງດິນຟ້າອາກາດ ທີ່ມີຜົນ ກະທົບຕໍ່ປະເທດເຮົາ ກໍຄືຕໍ່ການ ຜະລິດ ແລະ ຊີວິດການ ເປັນ ຢູ່ຂອງປະຊາຊົນເຮົາ.ແຕ່ປີ 2555 ກໍເປັນປີແຫ່ງຄວາມພາກພູມໃຈ ແລະ ເປັນປີແຫ່ງຄວາມຊື່ນຊົມຍິນດີຕໍ່ຜົນງານ ແລະ ໄຊ
ຊະນະທີ່ ພັກ-ລັດ ແລະ ປະຊາຊົນເຮົາບັນລຸ ໄດ້.ອັນພົ້ນເດັ່ນ ແມ່ນສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມສະ ຫງົບປອດໄພໃນສັງຄົມຍັງສືບຕໍ່ມີຄວາມໜັກແໜ້ນ; ເສດຖະກິດແຫ່ງຊາດຂະຫຍາຍຕົວໃນຈັງຫວະຕໍ່ເນື່ອງສູງກວ່າ 8%; ສດ ຖະກິດມະຫາພາກໂດຍລວມມີ ຄວາມໝັ້ນທ່ຽງ ຊຶ່ງເປັນເງື່ອນໄຂ ອຳນວຍໃຫ້ແກ່ການດຳເນີນທຸລະກິດ, ການຜະລິດ ແລະ ການບໍລິການກໍຄືການທຳມາຫາກິນຂອງພົນລະເມືອງ. ອັນທີ່ເປັນໜ້າພາກພູມໃຈທີ່ສຸດນັ້ນແມ່ນປະຊາຊົນບັນດາເຜົ່າຂອງ ພວກເຮົາທັງຢູ່ເໜືອ ແລະ ຢູ່ໃຕ້,ທັງຢູ່ທົ່ງພຽງ ແລະ ພູດອຍຕ່າງກໍມີຄວາມສາມັກຄີເປັນປຶກແຜ່ນອ້ອມຂ້າງ, ເຊື່ອໝັ້ນແລະ ດຳເນີນຕາມການນຳພາຂອງພັກ. ພ້ອມກັນນັ້ນກໍເປັນເຈົ້າການທຳການຜະລິດເປັນສິນຄ້າ ແລະ ເຮັດການບໍລິການສ້າງ ລາຍໄດ້ ແກ້ໄຂຄວາມທຸກຍາກ- ສ້າງຄວາມພໍຢູ່ພໍກິນ ແລະ ຄວາມ ຮັ່ງມີໃຫ້ແກ່ຄອບຄົວ. ພວກເຮົາ ຕ່າງກໍດີໃຈທີ່ເຫັນວ່າຫລາຍບ້ານ ໄດ້ມີປັດໃຈໃໝ່,ໜ່ໍແໜງໃໝ່ ອັນ ຕັ້ງໜ້າຫລາຍຢ່າງເກີດຂຶ້ນ,ເຮັດ ໃຫ້ສະພາບຊົນນະບົດມີການປ່ຽນ ແປງ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນ, ຄວາມທຸກຍາກຂອງຄອບຄົວ ໄດ້ຮັບການແກ້ໄຂໃຫ້ຫລຸດ ລົງຕາມຄາດໝາຍ. ອັນພົ້ນເດັ່ນອັນໜຶ່ງອີກໃນປີຜ່ານມາ ແມ່ນ ພວກເຮົາໄດ້ຮັບຜົນສຳເລັດອັນສຳຄັນຫລາຍປະການໃນການ ເຄື່ອນໄຫວຕ່າງ ປະ ເທດໂດຍສະເພາະແມ່ນການເປັນເຈົ້າພາບຈັດ ກອງປະຊຸດສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ທີ່ນະຄອນ ຫລວງວຽງ ຈັນ ແລະ ກອງປະຊຸມອື່ນໆອີກລະ ດັບພາກພື້ນ ແລະ ອະນຸພາກພື້ນ. ຜົນສຳເລັດດັ່ງກ່າວນັ້ນໄດ້ ເປັນ ການປະກອບສ່ວນອັນສຳຄັນ ຂອງ ສປປ ລາວ ເຮົາ ເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະ ນາລະຫວ່າງປະເທດຕ່າງໆໃນ ໂລກເວົ້າລວມກໍຄືໃນພາກພື້ນອາຊີ-ອາຄະເນ ຂອງພວກເຮົາເວົ້າສະເພາະ.
      ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ !ປີ ພສ 2556 ປີມະ ເສັງ ທີ່ພວມກ້າວເຂົ້າມາຍັງເປັນ ປີທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງ ຊົນເຮົາຕ້ອງ ໄດ້ສືບຕໍ່ເສີມຂະ ຫຍາຍຜົນສຳ ເລັດໃນດ້ານຕ່າງໆ ໃຫ້ແຂງແຮງກວ່າເກົ່າ. ພວກເຮົາ ຈົ່ງພ້ອມພຽງ ກັນເຮັດໃຫ້ສອງປີກວ່າທີ່ຍັງເຫລືອໃນສະໄໝກອງປະຊຸມໃຫຍ່ຄັ້ງທີ IX ນີ້ເປັນໄລຍະເວລາແຫ່ງການສ້າງຖ່ວງທ່າໃໝ່ ເພື່ອສ້າງ ບາດລ້ຽວໃໝ່ໃນການພັດທະນາປະເທດຊາດຂອງພວກເຮົານັ້ນກໍຄື: ເຮັດໃຫ້ຄອບຄົວທຸກຍາກຕ່ຳກວ່າ 10% ແລະ ບັນລຸ ຄາດໝາຍສະຫັດສະວັດດ້ານການພັດທະນາ ໃນປີ 2015; ເຮັດໃຫ້ປະເທດຊາດຫລຸດພົ້ນ ອອກຈາກຄວາມດ້ອຍພັດທະນາ ໃນປີ 2020. ສະນັ້ນ ຂ້າພະເຈົ້າ ຈິ່ງຂໍຕາງໜ້າການນຳ ພັກ-ລັດ ອວຍພອນໃຫ້ ປີ 2556 ປີມະເສັງ ຈົ່ງເປັນປີໂຊກ-ປີໄຊ ສຳລັບການທຳມາຫາກິນ,ເຮັດໃຫ້ການຜະລິດ ທຸລະກິດ ຂອງພີ່ນ້ອງຊາວລາວ ທຸກເຜົ່າ,ທຸກຊັ້ນຄົນໃນຂອບເຂດທົ່ວປະເທດ; ຂໍໃຫ້ທຸກໆຄົນຈົ່ງມີສຸ ຂະພາບແຂງແຮງ, ມີພາລະນາ ໄມສົມບູນ ແລະ ມີຄວາມຜາສຸກ ເບີກບານ.ຂໍໃຫ້ສະມາຊິກພັກ,ພະ ນັກງານ, ທະຫານ, ຕຳຫລວດທີ່ພວມປະຕິບັດໜ້າທີ່ຢູ່ທຸກຫົນທຸກ ແຫ່ງໃນຂອບເຂດທົ່ວປະເທດ ຈົ່ງມີຄວາມບຸກບືນຫ້າວ ຫັນເຮັດສຳເລັດໜ້າທີ່ໃນຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ; ຂໍ ໃຫ້ທຸກຄົນຈົ່ງມີຜົນສຳເລັດໃໝ່ ໃຫຍ່ຫລວງ ກວ່າເກົ່າ; ສ່ວນຜູ້ ເຈັບເປັນ ກໍໃຫ້ຫາຍຈາກພະຍາດ ໂລຄາ ແລະ ມີຄວາມສຸກສະບາຍ ດີຕະຫລອດປີໃໝ່.ອວຍພອນໄຊ ໃຫ້ພະນັກງານປະຕິວັດອາວຸໂສ, ຜູ້ເຖົ້າຜູ້ແກ່ ແລະ ຜູ້ຊົງຄຸນວຸດທິທັງຫລາຍ ຈົ່ງຢູ່ດີມີ ແຮງ-ເຂັ້ມ ແຂງໝັ້ນຍືນ !ຂໍໃຫ້ລູກ ຫລານຊາວໜຸ່ມເຍົາວະຊົນທັງຍິງ ແລະ ຊາຍທຸກທົ່ວໜ້າຈົ່ງມີຄວາມເຂັ້ມແຂງເບີກບານ, ຕັ້ງໜ້າຝຶກຝົນ ຫລໍ່ຫລອມຕົນເອງ ແລະ ຮ່ຳຮຽນໃຫ້ເປັນຜູ້ມີຄວາມຮູ້, ມີວິຊາຊີບ ແລະ ມີຄວາມປະດິດຄິດສ້າງເພື່ອເປັນຜູ້ສືບທອດເສີມຂະ ຫຍາຍມູນເຊື້ອອັນ ດີງາມຂອງຊາດຂອງບັນພະບູລຸດກໍຄື ຂອງພັກ;ເປັນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດສູ່ຄວາມຈະເລີນ ວັດທະນາ. ປີໃໝ່ ພສ. 2556 ປີມະເສັງ ຈົ່ງເປັນປີແຫ່ງຄວາມສະຫງົບສຸກ ແລະ ມີຄວາມສາມັກຄີເບີກບານ. ປີ ພສ. 2556 ຈົ່ງເປັນປີແຫ່ງຜົນສຳເລັດ ແລະ ເປັນປີແຫ່ງຄວາມສຸກສົມຫວັງຂອງພີ່ນ້ອງຮ່ວມ ຊາດ ທຸກທົ່ວໜ້າ.

No comments:

Post a Comment