Ad

Ad

19 April 2013

ລົດນິຍົມທີ່ອົມພິດ ( ຄໍລຳ ຈານແຍ່ )



     ທ່ານຜູ້ອ່ານເຫັນຄືຈານແຍ່ບໍ່ ວ່າ: ເຄື່ອງນຸ່ງທີ່ບໍ່ຍອມຫລ້າສະ ໄໝ, ນຸ່ງກັນໄດ້ທຸກເພດທຸກໄວ, ແມ່ຍິງນຸ່ງໄດ້ ຜູ້ຊາຍນຸ່ງດີ, ຜູ້ໜຸ່ມ ເອົາ-ຜູ້ເຖົ້າມັກນັ້ນ ຄືເສື້ອຍືດທັງ ແບບຄໍມົນ ແລະ ແບບມີຄໍ ຫລື ທີ່ ເອີ້ນກັນຕາມພາສາອັງກິດວ່າ: ທີ ເຊີດ (T-shirt). ນອກຈາກບໍ່ມີ ຍາມຕົກຍຸກແລ້ວ, ໃນປັດຈຸບັນ ຄວາມນິຍົມນຸ່ງທີເຊີດແຮງມີທ່າອ່ຽງຫລາຍຂຶ້ນ. ສາເຫດທີ່ເບິ່ງກັນອອກງ່າຍໆກໍ ເພາະມັນເປັນເຄື່ອງນຸ່ງລາຄາຖືກ, ນຸ່ງສະບາຍ, ຍິ່ງເປັນປະເທດເຂດຮ້ອນຄວາມ ນິຍົມທີເຊີດແຮງຍິ່ງຫລາຍ. ມີບາງຄົນໃຫ້ທັດສະ ນະກັບຈານແຍ່ ວ່າ: ນຸ່ງທີເຊີດແລ້ວມີຄວາມຮູ້ສຶກເປັນອິດສະລະເພາະມັນເປັນເສື້ອ ທີ່ບໍ່ມີຊົນຊັ້ນ, ເນື້ອແພຈະມີຄຸນນະພາບ ຫລື ແບບໂຫລໆມັນກໍແມ່ນ ເສື້ອຢືດສະເໝີພາບກັນໝົດ. ນອກຈາກບໍ່ຈຳແນກເພດ-ໄວແລ້ວ, ເສື້ອຢືດຍັງເປັນທີ່ນິຍົມຂອງທຸກຊັ້ນ ຄົນ ແລະ ຊົນຊັ້ນ (ສຳລັບໃນ ປະເທດທີ່ມີຊົນຊັ້ນ).
    ສຳລັບຈານແຍ່ແລ້ວເຫັນວ່າ: ເສື້ອຢືດຍັງເປັນໄດ້ອີກຫລາຍໆ ຢ່າງ ເດັ່ນກວ່າໝູ່ກໍແມ່ນເປັນສື່, ເປັນປ້າຍໂຄສະນາ, ເປັນສັນຍາ ລັກຂອງພັກຝ່າຍກຸ່ມກ້ອນ. ສິ່ງທີ່ເຫັນຕຳຕາຫລາຍກໍແມ່ນຄຸນສົມບັດຂອງເສື້ອຢືດໃນຖານະເປັນ ປ້າຍໂຄສະນາເຄື່ອນທີ່ເຊັ່ນ ການໂຄສະນາປຸກລະດົມຂະບວນການ ໂດຍພິມຄຳຂວັນໃສ່ເສື້ອຢືດ, ໂຄສະນາຂາຍສິນຄ້າ, ໂຄສະນາ ກ່ຽວກັບນັກສະແດງ, ດາລານັກຮ້ອງ, ນັກສະແດງຮູບເງົາທີ່ເດັ່ນດັງຕະຫລອດຮອດນັກປະຕິວັດໃນອຸດົມການ ຂອງຜູ້ນຸ່ງ. ເສື້ອຢືດທີ່ມີຮູບຈາກດາລາ, ນັກປະຕິວັດ, ລັດຖະບູລຸດຂອງກູບາໃນອະດີດທັງເປັນນັກປະຕິວັດໄຮ້ພົມແດນ ນັ້ນຍັງເປັນທີ່ນິຍົມກັນຢ່າງກວ້າງຂວາງໃນທົ່ວ ໂລກ.

     ສະຫລຸບຄວາມແລ້ວ, ເສື້ອຢືດ ມີປະໂຫຍດອະເນກອະນັນ, ເປັນ ໄດ້ທັງເຄື່ອງນຸ່ງ, ເປັນໄດ້ທັງ ເຄື່ອງມືສື່ ແລະ ປ້າຍໂຄ ສະນາ, ເອີ້ນວ່າ: “3 in 1” ບໍ່ຜິດພໍຫຸນ.
     ແຕ່ໃນບັນດາຄຸນປະໂຫຍດທີ່ ກ່າວມາຂ້າງເທິງນັ້ນ ກໍຍັງມີຜູ້ ສະຫລອກກອກຊອກເຫັນຈຸດ ດ້ອຍຈຸດທີ່ຄວນລະວັງ ອັນນີ້ບໍ່ ນັບຄວາມຮູ້ສຶກຂອງບາງຄົນທີ່ ເຫັນ ຖືວ່າໃສ່ເສື້ອຢືດມີຂໍ້ຄວາມ ໂຄສະນາສິນຄ້ານັ້ນຈະເຮັດໃຫ້ຜູ້ ນຸ່ງກາຍເປັນປ້າຍໂຄສະນາເຄື່ອນ ທີ່ໄປໃນໂຕ.
    ຈຸດດ້ອຍທີ່ບາງຄົນເຫັນໃນ ເສື້ອຢືດນັ້ນ ແມ່ນເນື້ອໃນ, ຮູບ ພາບທີ່ບໍ່ສົມມາພາຄວນຕິດຢູ່ ເສື້ອ. ເນື້ອໃນແບບນີ້ຈານແຍ່ເຄີຍ ອ່ານພໍ້ມາແຕ່ເຫິງແລ້ວ ແລະ ເຄີຍເອົາໄປເຜີຍແຜ່ເວລາເຮັດ ວຽກຢູ່ວົງການຊາວໜຸ່ມ. ຄຳເວົ້າ ທີ່ບໍ່ເໝາະສົມນັ້ນ ລວມມີຄຳເວົ້າ ທີ່ມີລັກສະນະຢົ້ວຢວນທາງເພດ (sex), ຄວາມເວົ້າແບບນັກເລງ, ຄຳເວົ້າຂອງພວກຟາດສິດ ແລະ ອື່ນໆ. ສ່ວນຮູບພາບທີ່ບາດຕາ ນັ້ນກໍມີຮູບໂປ້ເປືອຍ, ຮູບລາມົກ, ຮູບກະໂຫລກຫົວຜີ ແລະ ອື່ນໆ.
    ພາສາທີ່ພິມໃສ່ເສື້ອຢືດນັ້ນ ສ່ວນຫລວງຫລາຍແມ່ນພາສາ ອັງກິດ (ເສື້ອຢືດທີ່ນຳເຂົ້າ). ດັ່ງ ນັ້ນ, ເຈົ້າຂອງຜູ້ນຸ່ງບາງຄົນກໍ ເຂົ້າໃຈຄວາມໝາຍ ບາງຄົນບໍ່ ເຂົ້າໃຈ ເຫັນວ່າເປັນພາສາຕ່າງ ປະເທດແລ້ວກໍເລີຍຫລັບຕານິຍົມ ແບບບອດໄບ້. ຈານແຍ່ບາດຕາ ທຸກເທື່ອເມື່ອເຫັນບ່າວ-ສາວລູກ ຫລານພວກເຮົານຸ່ງເສື້ອຢືດທີ່ມີ ຄຳເວົ້າຢົ້ວຢວນບໍ່ສຸພາບເປັນພາ ສາອັງກິດເຊັ່ນ: “Kissme” (ຈູບ ນ້ອງແດ່) ແລະ ຄຳເວົ້າທີ່ໃຫ້ທ່ານ ຜູ້ອ່ານຊອກແປເອົາເອງເຊັ່ນ: “Baby have me tonight”, “Kick my ass”, “Screw me hard”, “Oh yeah ... I come”, “No time...too many men”, “Sexy Girl” ແລະ ອື່ນໆ.
    ຈານແຍ່ເຫັນວ່າບັນຫານີ້ຄວນ ຄວບຄຸມກັນຄັກແນ່ ໂດຍສະເພາະ ພາກສ່ວນທີ່ນຳເຂົ້າເສື້ອຢືດສຳ ເລັດຮູບ, ຄວນກວດເນື້ອ ໃນ, ຮູບພາບທີ່ພິມໃສ່ອັນໃດບໍ່ສົມມາພາຄວນກໍຕ້ອງສັ່ງຫ້າມ, ຢ່າຖືວ່າເປັນເລື່ອງນ້ອຍເລີຍ.

No comments:

Post a Comment