Ad

Ad

19 April 2013

ສະຖານທູດລາວປະຈຳປະເທດໄທສະເຫລີມສະຫລອງປີໃຫມ່ ລາວ ພສ 2556



     ວັນທີ 14 ເມສານີ້ ຢູ່ບາງ ກອກ, ສະຖານເອກອັກຄະລັດຖະ ທູດແຫ່ງ ສປປ ລາວ ປະຈຳຣາ ຊະອານາຈັກໄທ ໄດ້ຈັດພິທີສະ ເຫລີມສະຫລອງວັນຂຶ້ນປີໃໝ່ ພສ 2556 ໂດຍການໃຫ້ກຽດເປັນອົງ ປະທານຂອງສົມເດັດພະເທບ ຣັດ ຣາຊະສຸດາ ສະຫຍາມ ບໍຣົມ ຣາ ຊະກຸມາຣີ, ມີພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກ ລັດ  ຖະມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະ ເທດແຫ່ງ ສປປ ລາວ, ທ່ານ ກິດຕິຣັດ ນະ ຣະນອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການເງິນ ແຫ່ງຣາຊະ ອານາຈັກໄທ, ທ່ານ ຫລີ ບຸນຄ້ຳ ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະ ຈຳຣາຊະອານາຈັກໄທ, ມີເຈົ້າໜ້າທີ່ສຳນັກພະ ຣາຊະວັງ, ພະນັກງານສະຖານທູດ, ກົງສຸນໃຫຍ່ລາວປະຈຳຂອນແກ່ນພ້ອມດ້ວຍແຂກທີ່ມີກຽດ ທັງພາກລັດ-ເອກະ ຊົນຂອງລາວ ແລະ ໄທເຂົ້າຮ່ວມຢ່າງຫລວງຫລາຍ.
    ໃນໂອກາດອັນສະຫງ່າລາສີນີ້, ສະຖານເອກອັກຄະລັດຖະທູດ ລາວ ໄດ້ຈັດພິທີບາສີສູ່ຂວັນ ແລະ ຈັດງານລ້ຽງອາຫານຄ່ຳ ເປັນ ກຽດແດ່ສົມເດັດພະເທບ ຣັດຣາ ຊະສຸດາ ສະຫຍາມບໍຣົມ ຣາຊະກຸ ມາຣີ ເພື່ອເປັນສິລິມຸງຄຸນໃນໂອ ກາດວັນປີໃໝ່.
    ໃນໂອກາດດັ່ງກ່າວ ຍັງມີການສະແດງສິລະປະວັນນະຄະດີຂອງ ລາວທີ່ມ່ວນຊື່ນອ່ອນຊ້ອຍສະແດງໃຫ້ເຫັນລັກສະນະຊາດອັນ ງົດງາມ ເປັນຕົ້ນການສະແດງ ຂອງຄະນະສິລະປະສະໂມສອນ ວັດທະນະທຳບ້ານດ່ານຊ້າງ ແລະ ອື່ນໆ ດ້ວຍບັນຍາກາດອັນມ່ວນ ຊື່ນແຕ່ຕົ້ນສະຫລອດປາຍ.

No comments:

Post a Comment