Ad

Ad

9 April 2013

ເສັ້ນທາງ 450 ປີມີອຸປະຕິເຫດເກີດຂຶ້ນຫລາຍຍ້ອນທາງມືດ ແລະ ບໍ່ມີໄຟອຳນາດ



      ເສັ້ນທາງ 450 ປີ ເຖິງວ່າເປັນ ເສັ້ນທາງໃຫຍ່ໄດ້ມາດຕະຖານ, ແຕ່ການສັນ ຈອນໄປມາຂອງຜູ້ໃຊ້ລົດໃຊ້ຖະໜົນຢູ່ເສັ້ນທາງດັ່ງກ່າວຍັງມີຄວາມ ສະຫຍອງຫວາດ ກົວເພາະບາງຍ່ານທາງມືດ ແລະ ຈຸດທີ່ເປັນສີ່ແຍກຍັງບໍ່ມີໄຟອຳນາດ ເຮັດໃຫ້ການ ສັນຈອນບໍ່ມີລະບຽບ, ຜ່ານມາມີຫລາຍສົບສັງເວີຍໃຫ້ກັບການປະປ່ອຍຕໍ່ບັນ ຫາດັ່ງກ່າວ.
     ພາຍຫລັງເສັ້ນທາງ 450 ປີ ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ ໃນຊຸມປີຜ່ານມາ ໄດ້ກາຍເປັນເສັ້ນທາງສຳຄັນສາຍໜຶ່ງຢູ່ນະຄອນຫລວງວຽງຈັນ ທີ່ມີພາຫະນະສັນຈອນໄປ ມາເປັນຈຳນວນຫລາຍໃນແຕ່ລະມື້ໂດຍສະເພາະແມ່ນລົດ ບັນທຸກສີນຄ້າຈາກສາງທ່ານາແລ້ງຜ່ານ ເຂົ້າສູ່ຕົວເມືອງແລະ ຜ່ານໄປເສັ້ນ ທາງເລກ ທີ 13.ແນ່ນອນວ່າ:ການສັນຈອນຢູ່ເສັ້ນ ທາງດັ່ງກ່າວຈະ ມີຄວາມສະດວກສະບາຍ,ແຕ່ໃນ ອີກດ້ານໜຶ່ງມັນກໍຍັງມີຫລາຍຈຸດ ທີ່ພາກສ່ວນກ່ຽວຂ້ອງຄວນໄດ້ ເບິ່ງຄືນ ແລະ ຮີບຮ້ອນແກ້ໄຂ ເປັນຕົ້ນ ໄຟເຍືອງທາງຫລາຍ ຍ່ານແມ່ນບໍ່ຮຸ່ງສ້າງຄວາມລຳ ບາກຕໍ່ການສັນຈອນໃນຍາມຄ່ຳ ຄືນ ແລະ ຈຸດທີ່ເປັນທາງຄົບສີ່ ແຍກແມ່ນບໍ່ມີໄຟອຳນາດເຮັດໃຫ້ ລົດທີ່ແລ່ນຜ່ານສີ່ແຍກ ມີຄວາມ ສັບສົນ.ປະຊາຊົນທີ່ຢູ່ໃກ້ຄຽງ ບອກ ກັບນັກຂ່າວວ່າ:ເມື່ອທ້າຍ ອາທິດຜ່ານມາໄດ້ເກີດອຸປະຕິ ເຫດລົດບັນທຸກຕຳ
ລົດຈັກຢ່າງ ຮ້າຍແຮງຢູ່ເສັ້ນທາງດັ່ງກ່າວຈຸດ ສີ່ ແຍກຕັດໄປທາງຫລັກ 21 ຫາ ບ້ານນາຄວາຍຈົນເຮັດໃຫ້ຜູ້ ຊ້ອນທ້າຍລົດຈັກ ຜູ້ຍິງຄົນໜຶ່ງຖືກ ລົດບັນທຸກຢຽບຈົນຮ່າງກາຍ ແຫລກມຸ່ນ,ສ່ວນຜູ້ຂັບຜູ້ຊາຍອີກຄົນໜຶ່ງໄດ້ຮັບບາດເຈັບ ເຊິ່ງເຫດການສູນ ເສຍດັ່ງກ່າວແມ່ນໜຶ່ງໃນຫລາຍໆ ກໍລະນີອຸປະ ຕິເຫດທາງຖະໜົນທີ່ເກີດຂຶ້ນຢູ່ເສັ້ນທາງ ດັ່ງກ່າວ ໂດຍໄດ້ສ້າງຄວາມສູນ ເສຍຕໍ່ຊີວິດ ແລະ ຊັບສີນເປັນຈຳ ນວນຫລາຍມາ ແລ້ວ. ດັ່ງນັ້ນ ຖ້າສ່ວນກ່ຽວຂ້ອງບໍ່ຮີບຮ້ອນແກ້ໄຂ ກໍເຊື່ອແນ່ວ່າ ຄວາມສູນເສຍ ຄືດັ່ງທີ່ກ່າວມານັ້ນ ຍັງຈະສືບຕໍ່ເກີດຂຶ້ນ ເລື້ອຍໆ.

No comments:

Post a Comment