ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ
ໄດ້ກຳນົດລາຄາຂອງສິນ ຄ້າບາງປະເພດຕາມທ້ອງຕະ ຫລາດ ເພື່ອບໍ່ໃຫ້ມີການເໜັງຕີງແພງຂຶ້ນໃນໄລຍະບຸນປີໃໝ່ລາວເຊັ່ນ:
ລາຄາໝູໃນຟາມ ຖືກສຸດ 16 ພັນກີບຕໍ່ກິໂລ,ແພງສຸດບໍ່ເກີນ 17.500 ກີບຕໍ່ກິໂລ,
ລາຄາຂາຍຍົກໝູທັງໂຕທີ່ໄດ້ຄົວແລ້ວ ແລະ ຊີ້ນໝູລວມໃນລາຄາ 20 ພັນ ຫາ 21 ພັນກີບຕໍ່
ກິໂລ ລາຄານີ້ແມ່ນສົ່ງຮອດຕະຫລາດໃຫ້ພໍ່ຄ້າໜ້າຂຽງຂາຍບໍ່ໃຫ້ເກີນ 34 ພັນກີບຕໍ່ກິໂລ.
ສຳລັບປາກະຊັງແມ່ນບໍ່ໃຫ້ຂາຍເກີນ 23 ພັນກີບຕໍ່ກິໂລ
ຖ້າພົບເຫັນຂາຍເກີນລາຄາທີ່ກຳນົດໄວ້ນີ້ ຈະຖືກຕັກເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ
ໂດຍໃນໄລຍະບຸນປີໃໝ່ນີ້,ພະແນກອຸດ ສາຫະກຳ ແລະ ການຄ້ານະຄອນ ຫລວງວຽງຈັນ ຈະຈັດຕັ້ງໜ່ວຍງານສະເພາະກິດລົງກວດກາຕາມທ້ອງຕະຫລາດ
ເພື່ອຕິດຕາມເບິ່ງການເໜັງຕີງຂອງລາຄາສິນ ຄ້າຢ່າງໃກ້ຊິດ ເພື່ອຮັບປະກັນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າທີ່ຈະເຮັດໃຫ້ເກີດຜົນກະທົບຕໍ່ຜູ້ບໍລິໂພກ.
No comments:
Post a Comment