ໃນລະຫວ່າງວັນທີ 4-5 ເມ ສາ 2013 ນີ້ຢູ່ລີສອດສັນຕິ
ບ້ານ ນາເດືອຍ ແຂວງຫລວງພະບາງ, ກະຊວງແຜນການ ແລະ ການລົງ ທຶນໄດ້ເປັນເຈົ້າ ພາບຈັດ ກອງປະຊຸມຄະນະກຳມາທິການຮ່ວມມື
ດ້ານເສດຖະກິດ-ການຄ້າ ແລະ ວິທະຍາ ສາດ ເຕັກນິກລາວ-ລັດ ເຊຍຄັ້ງທີ X ຂຶ້ນໂດຍການເປັນປະ ທານຂອງທ່ານ
ສົມດີ ດວງດີ ລັດ ຖະມົນຕີກະຊວງແຜນຫການ ແລະ ການລົງທຶນ, ປະທານຄະ ນະກຳມາ ທິການຮ່ວມມືດ້ານເສດ
ຖະກິດ-ການຄ້າ ແລະ ວິທະຍາ ສາດ-ເຕັກນິກລາວ-ລັ ດເຊຍ, ທ່ານອາເລັກ ຊານເດີ ວາຊີເລວິດ ຣັດກົບ
ຫົວຫນ້າອົງການທ່ອງທ໋ຽວສະຫະພັນລັດເຊຍທັງເປັນປະທານ ຄະນະ ກຳມາທິການຮ່ວມມືດ້ານເສດຖະກິດ-ການຄ້າ
ແລະ ວິທະຍາສາດ-ເຕັກນິກລັດເຊຍ-ລາວ, ມີຫົວໜ້າ, ຮອງຫົວໜ້າພະ ແນກການ ທີ່ກ່ຽວຂ້ອງຂອງສູນກາງລາວ,
ລັດເຊຍ ແລະ ແຂວງຫລວງພະບາງເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນປຶກສາຫາລື
ແລະ ທົບທວນຄືນຄວາມຄືບໜ້າຂອງການ ຮ່ວມມືລະຫວ່າງລາວ-ລັດເຊຍ ກໍຄືການ ຈັດຕັ້ງປະຕັ້ງປະຕິບັດບັນດາຂໍ້ຕົກ
ລົງທີ່ໄດ້ເອກະພາບກັນໃນກອງປະຊຸມຄັ້ງທີ IX
ລະຫວ່າງສອງຄະນະກຳມາທິກາຮ່ວມລາວ ແລະ ລັດເຊຍທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງມົດສະກູສະຫະພັນລັດເຊຍໃນປີ
2012 ຜ່ານມາ. ຈາກນັ້ນກໍເປັນການຜັນຂະຫຍາຍ ຜົນການໄປຢ້ຽມຢາມທາງລັດ ຖະກິດຂອງພະນະທ່ານ ຈູມມາລີ
ໄຊຍະ ສອນ ປະທານປະເທດແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຢູ່ສະຫະພັນລັດ ເຊຍໃນເດືອນຕຸລາ
2011 ຜ່ານ ມາຊຶ່ງທັງສອງປະມຸກລັດໄດ້ຕົກລົງກັນຍົກລະດັບການຮ່ວມມືລະຫວ່າງລາວ ແລະ ລັດເຊຍໃຫ້ກາຍເປັນການຮ່ວມມື
ແບບຄູ່ ຮ່ວມມືຍຸດທະສາດ. ພ້ອມນັ້ນ ຍັງໄດ້ທົບທວນຄືນກ່ຽວກັບ ສະພາບການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງສອງ
ປະເທດ ລາວ-ລັດເຊຍໃນປີທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບກອບ ລວມຂອງການຮ່ວມມືໃນຂົງເຂດການຄ້າ,
ານລົງທຶນຂອງບໍລິ ສັດລັດເຊຍຢູ່ ສປປ ລາວ, ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ການສຳຫລວດທາງທໍລະນີວິທະຍາ,
ເຕັກນິກການທະຫານ, ການ ທະນາຄານ, ການບິນ, ການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທຳ. ພ້ອມນັ້ນທັງສອງຝ່າຍກໍ
ໄດ້ລົງນາມເຊັນບົດບັນ ທຶກກອງປະຊຸມຄັ້ງນີ້ຂຶ້ນຢ່າງສົມກຽດຕື່ມອີກ.
No comments:
Post a Comment