Ad

Ad

9 April 2013

ປະຊາຊົນສາລະວັນກວ່າ 7 ແສນ ຄົນໄດ້ຮັບຜົນປະໂຫຍດຫລັງທຳລາຍລະເບີດບໍ່ທັນແຕກ



            ແຫລ່ງຂ່າວຈາກແຂວງ ສາລະວັນ ລາຍງານວ່າ:ວັນທີ 6 ເມສານີ້,ໂຄງການເກັບກູ້ລະເບີດ ແຂວງຕົນ ໄດ້ສະຫລຸບຕີ ລາຄາ ຜົນງານ 15 ປີໂດຍທ່ານ ບົວສີ ຄ່ຽມມະນີຂັນໄຊ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທ່ານ ຫລ່ຽມ ມີໄຊ ແກ້ວກາງເມືອງ ຜູ້ປະສານງານ ໂຄງການເກັບກູ້ລະເບີດແຂວງ, ເຈົ້າ ໜ້າທີ່ຫ້ອງການພັດທະນາ ຊົນນະບົດ ແລະລຶບລ້າງຄວາມ ທຸກຍາກພ້ອມດ້ວຍພະນັກງານ- ລັດຖະກອນໂຄງ ການເຂົ້າຮ່ວມ 100 ກວ່າຄົນ.
           ຜູ້ປະສານງານໂຄງການ ດັ່ງກ່າວ ລາຍງານວ່າ:ແຕ່ປີ 1997- 2012 ໄດ້ເຄື່ອນໄຫວຢູ່ 7 ເມືອງໂດຍ ການໂຄສະນາ ຢູ່ 982 ບ້ານ,ມີຜູ້ເຂົ້າຮ່ວມ 2 ແສນກວ່າ ຄົນ,ລົງສຳຫລວດເກັບກຳຂໍ້ມູນ ຜົນກະທົບຈາກລູກລະເບີດທີ່ບໍ່ ທັນແຕກຢູ່ 1 ພັນກວ່າບ້ານ ແລະ ສຳຫລວດລູກລະເບີດພົບມີ 11 ພັນກວ່າໜ່ວຍໃນນີ້ບົມໃຫຍ່ ຂະ ໜາດແຕ່ 100-3 ພັນປອນມີ 6 ຮ້ອຍ ກວ່າໜ່ວຍ, ບົມບີ 5 ພັນ ກວ່າໜ່ວຍ,ມິນ 100 ກວ່າໜ່ວຍ, ສັບພະວຸດອື່ນໆ 4.000 ກວ່າ ໜ່ວຍ. ຂະນະດຽວກັນ ກໍສາ ມາດທຳລາຍລະເບີດບໍ່ທັນແຕກຢູ່ 1.349 ບ້ານເປົ້າໝາຍ  ແລະ ທຳ ລາຍລະເບີດ 1 ແສນກວ່າໜ່ວຍ, ບົມໃຫຍ່ 800 ໜ່ວຍ, ບົມບີ 5.000 ກວ່າໜ່ວຍ,ມິນ 1.000 ກວ່າ ໜ່ວຍ, ສັບພະ ວຸດອື່ນໆກວ່າ 86.000 ໜ່ວຍ ອັນເຮັດໃຫ້ປະຊາຊົນ ກວ່າ 7 ແສນຄົນໄດ້ຮັບຜົນປະໂຫຍດ. ທີ່ສຳຄັນສາມາດກອບກູ້ເນື້ອທີ່ກະສິກຳ 2.000 ກວ່າເຮັກຕາ, ເນື້ອທີ່ພັດທະນາ ເກືອບ 700 ເຮັກຕາ ແລະ ວຽກງານອື່ນໆ ກໍປະສົບຜົນສຳເລັດເປັນຢ່າງດີ.

No comments:

Post a Comment