Ad

Ad

9 April 2013

ພາຍຸເຂົ້າຄົງເຊໂດນສ້າງຄວາມເສຍຫາຍຫລາຍຮ້ອຍລ້ານກີບ



          ແຫລ່ງຂ່າວຈາກແຂວງສາລະວັນລາຍງານວ່າ: ຫລັງ ລົມພາຍຸພັດເຂົ້າເມືອງຄົງເຊໂດນ ໃນວັນທີ 31 ມີນາ ແລະ 1 ເມ ສານັ້ນ,ເຈົ້າໜ້າທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງດັ່ງກ່າວ ເປີດເຜີຍເຖິງຜົນເສຍຫາຍວ່າ:ກຸ່ມຄົງ ມີຫ້ອງ ການສານປະຊາຊົນ, ສາລາຜາມໄຊ, ເສົາໄຟຟ້າ,ຫ້ອງການສະຫະພັນ ນັກຮົບເກົ່າ,ວັດຄົງນ້ອຍບຶງກາງ, ໂຮງຮຽນ, ເຮືອນຈັກ ໂປມນ້ຳ, ຫ້ອງການນາຍບ້ານ 94 ຫລັງຖືກ ເສຍຫາຍຄິດເປັນມູນຄ່າກວ່າ 122 ລ້ານກີບ.ຂະນະທີ່ກຸ່ມຄຳທອງ, ເຮືອນປະ ຊາ ຊົນຢູ່ບ້ານຝັງ ຖ່ານນ້ອຍ-ຝັງຖ່ານໃຫຍ່ 24 ຫລັງ ເສຍຫາຍຄິດເປັນມູນຄ່າ 82 ລ້ານ ກ່ວາກີບ,ສ່ວນໂຮງຮຽນ ແລະ ເຮືອນ ປະຊາຊົນ 32 ຫລັງຢູ່ກຸ່ມ ນາເມັກກໍຖືກເສຍຫາຍຄິດ ເປັນ ມູນຄ່າ 45 ລ້ານກ່ວາກີບ. ຢູ່ກຸ່ມນາມ່ວງກໍມີເຮືອນປະຊາ ຊົນ 12 ຫລັງຢູ່ບ້ານກອງເຂົ້າເສຍຫາຍຄິດເປັນນມູນຄ່າ 40 ລ້ານກວ່າກີບ. ກຸ່ມນາປົ່ງມີບ້ານນາປົງ, ບ້ານໂຮງເລື່ອຍມີໄຊ ເສຍຫາຍຄິດເປັນມູນຄ່າ 16 ລ້ານກວ່າກີບ.       
        ແນວໃດກໍດີການເກັບກຳ ສັງລວມດ່ັງກ່າວຍັງບໍ່ທັນຄົບ ຖ້ວນເທື່ອ,ແຕ່ປັດຈຸບັນມີ 165 ຫລັງຄາເຮືອນ ແລະ 2.479 ຄົນ, ຍິງ 1.173 ຄົນ ເດືອດຮ້ອນ ແລະ ເບື້ອງຕົ້ນມີມູນຄ່າເສຍຫາຍ 300 ລ້ານກ່ວາກີບ.

No comments:

Post a Comment