ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫລວງວຽງຈັນ ຖະ ແຫລງຂ່າວຕໍ່ສື່ມວນ ຊົນ ໃນວັນທີ 8 ເມສາ 2013 ກ່ຽວ ກັບການສະເຫລີມສະ ຫລອງບຸນປີໃໝ່ລາວ ຢູ່ນະຄອນຫລວງວຽງຈັນ ຕ້ອງຮັກສາໄດ້ຮີດຄອງປະເພນີອັນ ດີງາມຂອງຊາດ ທີ່ມີມາ ແຕ່ບູຮານນະການຄຽງຄູ່ກັບຮັບປະກັນຮັກສາຄວາມ ສະ ຫງົບປອດໄພໃນທຸກດ້ານ ແລະ ສະ ແດງ ເຖິງຄວາມສາມັກຄີຮັກແພງ,
ຄວາມກະ ຕັນຍູຮູ້ບຸນຄຸນຕໍ່ພໍ່ໍແມ່, ຜູ້ອາວຸໂສ ແລະ ຜູທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຊຶ່ງການ
ສະຫລອງປີໃໝ່ລາວປີນີ້, ທາງນະຄອນຫລວງວຽງຈັນ ໄດ້ຈັດຫລາຍກິດຈະກຳເພື່ອດຸງດູດນັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດເປັນຕົ້ນ: ງານຕະຫລາດນັດຂາຍສິນຄ້າຜະລິດຕະພັນລາວການປະກວດນາງສັງຂານ, ການແຂ່ງຂັນສິລະປະ
ວັນ ນະຄະດີ, ຂະບວນແຫ່ນາງສັງຂານ, ການ ແຂ່ງຂັນກິລາຫາດຊາຍ, ການໃສ່ບາດຖວາຍສັງຄະທານ, ການບາສີສູ່
ຂວັນ ແລະ ການຫົດສົງ ນ້ຳ.
ກ່ຽວກັບການຈັດກິດຈະກຳ ມ່ວນຊື່ນຕ່າງໆ, ທ່ານຮອງເຈົ້າ
ຄອງນະຄອນຫລວງວຽງຈັນ ຍັງຮຽກຮ້ອງໃຫ້ມວນຊົນຊາວ ນະຄອນຫລວງວຽງຈັນ ກໍຄື ຊາວລາວທົ່ວປະເທດ ໃຫ້ພ້ອມ
ກັນເອົາໃສ່ປະຕິບັດຕາມຮີດຄອງ ປະເພນີ, ມີສະຕິໃນການຮັກ ສາ ຄວາມຫງົບປອດໄພ, ຕາມບ້ານ ເຮືອນ,
ທ້ອງຖະໜົນ ແລະ ສະ ຖານທີ່ ທ່ອງທ່ຽວຕ່າງໆ. ສິ່ງສຳຄັນການຫົດນ້ຳອວຍ ພອນເຊິ່ງກັນ ແລະ ກັນ
ຕ້ອງໃຫ້ຢູ່ໃນ ຂອບ ເຂດ ສະແດງເຖິງຄວາມຮັກແພງ, ເຄົາລົບເຊິ່ງກັນ ແລະ ກັນ, ການນຸ່ງຖືໃຫ້ຈົບ
ງາມ, ສຸພາບ ຮຽບຮ້ອຍ.
ທ່ານຮອງເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ກ່າວຕື່ມວ່າ:
ທັງໝົດນີ້ແມ່ນເພື່ອຮັກສາ ແລະ ເສີມ ຂະຫຍາຍມູນເຊື້ອ ວັດທະນະທຳ, ຮີດຄອງປະເພນີອັນດີງາມ
ຂອງຊາດ ໃຫ້ຢູ່ຄຽງຄູ່ກັບຄົນ ລາວຕະຫລອດໄປ, ຕິດພັນກັບ ການຜະລິດ, ການ ທ່ອງທ່ຽວວັດທະນະທຳ,
ທ່ອງທ່ຽວທຳມະຊາດ ແລະ ປະຫວັດສາດ; ຮັບປະກັນ ສະຖຽນລະພາບທາງການເມືອງ, ຄວາມ ເປັນລະບຽບຮຽບຮ້ອຍ
ແລະ ຄວາມສະຫງົບປອດໄພຮອບດ້ານ, ທັງຮັບປະກັນໃຫ້ມີ ຄວາມເບີກບານມ່ວນຊືນ, ສະອາດ, ຈົບງາມເພື່ອຕ້ອນຮັບນັກທ່ອງທ່ຽວແຂກທັງພາຍໃນ
ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ໃຫ້ນັບມື້ຫລາຍຂຶ້ນ.
No comments:
Post a Comment