Ad

Ad

9 April 2013

ບໍລິສັດໄຟຟ້າຫົງສາຈຳກັດສະຫນັບສະຫນູນ 260 ລ້ານກີບ ໃຫ້ໂຄງການຮ່ວມມືລະຫວ່າງລາວ- ໄທ ໃນການຜ່າຕັດ ຫນິ້ວຖົງບີຜ່ານທໍ່



    ໃນວັນທີ 5 ເມສານີ້, ໄດ້ເປີດ ໂຄງການຮ່ວມມືລະຫວ່າງ ລາວ- ໄທ ໃນການຜ່າຕັດໜິ້ວຖົງບີຜ່ານທໍ່ ລະຫວ່າງພະແນກ ສາທາລະນະສຸກແຂວງໄຊຍະບູລີ ແລະ ສະມາຄົມວິທະຍາໄລແພດຜ່າຕັດນາໆຊາດ ແຫ່ງປະເທດໄທ ໂດຍການສະໜັບສະ ໜູນຂອງບໍລິສັດ ໄຟຟ້າຫົງສາ ຈຳກັດ ຂຶ້ນຢູ່ໂຮງ ໝໍເມືອງຫົງສາ ແຂວງໄຊຍະບູລີ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳສິງ ສໍລະສຸກ ກຳມະ ການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫົງສາ; ທ່ານ ອີສຸເກະ ອາສາດະ ຜູ້ອຳນວຍການບໍລິສັດ ໄຟຟ້າຫົງສາ ຈຳກັດ; ທ່ານ ດຣ. ຄູນສະຫວັດ ເສນາພັນ ຮອງຜູ້ອຳ ນວຍການໂຮງໝໍແຂວງໄຊຍະບູ ລີ ແລະ ທ່ານ ດຣ. ສຸດທິຈິດ ລີນາ ນົນ ຫົວໜ້າຄະນະແພດຈາກສະ ມາຄົມວິທະຍາໄລແພດຜ່າຕັດ ນາໆຊາດ ແຫ່ງປະເທດໄທ. ໂຄງ ການດັ່ງ ກ່າວນີ້ເກີດຂຶ້ນຍ້ອນການ ປະສານງານລະຫວ່າງບໍລິສັດໄຟຟ້າຫົງສາຈຳກັດ ແລະ ສະມາ ຄົມວິທະຍາໄລແພດຜ່າຕັດນາໆ ຊາດ ແຫ່ງປະເທດໄທ ໂດຍປະຕິ ບັດຕາມບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນຄັ້ງວັນທີ 28 ມັງກອນຜ່ານມາ ແລະ ເປົ້າ ໝາຍທັງໝົດກໍເພື່ອເປັນການ ຖອດຖອນບົດຮຽນແບບມີສ່ວນ ຮ່ວມ ແລະ ຍົກລະດັບຄວາມຮູ້ດ້ານວິຊາການໃຫ້ແກ່ ວິຊາການ ແພດໃນບັນດາໂຮງໝໍອ້ອມຂ້າງແຂວງໄຊຍະບູລີ ໂດຍສະເພາະ ໂຮງໝໍເມືອງຫົງສາ ແລະ ເມືອງ ເງິນເພື່ອເປັນ ການຮອງຮັບການ ບໍລິການສາທາລະນະສຸກໃຫ້ມີປະສິດທິພາບທີ່ດີໃຫ້ແກ່ປະຊາຊົນ ທ້ອງຖິ່ນໃນອະນາຄົດ. ການສະໜັບ
ສະໜູນຂອງບໍລິສັດໄຟຟ້າຫົງສາ ຈຳກັດ ໄດ້ນຳໃຊ້ເຂົ້າໃນການ ເຊົ່າອຸປະກອນການແພດ, ຢາ ຕ່າງໆມາຮັບໃຊ້ວິຊາການ ແລະ ເງິນອຸດໜູນຄົນເຈັບຈຳນວນໜຶ່ງ. ໃນໂຄງການນີ້ມີຄົນເຈັບເຂົ້າ ຮ່ວມປິ່ນປົວທັງໝົດ 34 ຄົນ ແລະ ມີ 29 ຄົນ ແມ່ນ ປິ່ນປົວ ໜິ້ວຖົງບີ ໂດຍວິທີການຜ່າຕັດຜ່ານທໍ່ ແລະ ດຳເນີນການປິ່ນປົວ 16 ຄົນທຳ ອິດ ຢູ່ໂຮງໝໍເມືອງຫົງສາ ໃນວັນ ທີ 5-8 ເມສາ ນີ້ ເຊິ່ງມີຄົນເຈັບມາ ຈາກເມືອງເງິນ ແລະ ເມືອງຫົງສາ ແລະ ໃນວັນທີ 9-12 ເມສານີ້ ຈະດຳເນີນປິ່ນປົວຢູ່ໂຮງໝໍແຂວງໄຊ ຍະບູລີອີກ 13 ຄົນ.

No comments:

Post a Comment