Ad

Ad

8 April 2013

ຍ່າງສະເຫລີມສະຫລອງວັນສາກົນເພື່ອຕ້ານລະເບີດບໍ່ທັນແຕກ

        ລັດຖະບານ​ແຫ່ງ ສປປ ລາວ ​ພ້ອມ​ດ້ວຍ​ວົງ​ຄະນະ​ຍາດ​ສາກົນ​ໄດ້​ພ້ອມ​ກັນ​ສະ​ແດງ​ພັນທະ​ສັນຍາ​ຢ່າງ ໜັກ​ແໜ້ນ​ຕໍ່​ກັບ​ການ​ລຶບ ລ້າງ​ໄພ​ຄຸກ​ຄາມ​ຂອງ​ລະ​ເບີດ ​ແລະ ສິ່ງ​ເສດ​ເຫລືອຈາກສົງຄາມ​ໃຫ້​ໝົດ​ໄປ​ຈາກ​​ໂລກ​ນີ້ ແລະ ໃນ​ວັນ​ທີ 6 ເມສາ 2013 ຢູ່​ປະຕູໄຊ, ນະ ຄອນຫລວງ​ວຽງ​ຈັນ​, ຂະ​ແໜງ​ເກັບ​ກູ້​ລະ​ເບີດ​ຢູ່ ສປປ ລາວ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະ​ຫລອງ​ວັນ​ສາກົນ​ການ​ໂຄສະນາ​ເພື່ອ​ຕ້ານ​ລະ​ເບີດ​ບໍ່​ທັນ​ແຕກ​ຂຶ້ນ​ໂດຍ​ການ​ຍ່າງ​ເພື່ອ​ສຸ ຂະພາບ​ແຕ່​ປະຕູ​ໄຊ-ຫາ​ຫໍ​ຄຳ-ຫໍ ຄຳ​ກັບ​ຄືນ​ປະຕູ​ໄຊ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ມິນ ຟາ​ມ ຜູ້​ປະສານ​ງານ​ປະ​ຈຳ​ສະຫະ​ປະຊາ​ຊາດ ​ແລະ ຜູ້ຕາງ ໜ້າ​ອົງການ​ສະຫະ​ປະຊາ​ຊາ​ດ​ເພື່ອ​ການ​ພັດທະນາ​ ມີ​ບັນດາ​ຜູ້ ຕາງໜ້າ​ຈາກ​ໜ່ວຍ​ງານ​ລັດຖະບານ, ອົງ ການ​ໃນ​ເຄືອ​ຂ່າຍ​ສະຫະ​ປະຊາ​ຊາດ, ທູຕານຸທູດ, ອົງ​ການຈັດຕັ້ງສາກົນ, ປະຊາຊົນ​ທົ່ວ​ໄປ​ລວມທັງ​ຜູ້​ລອດ​ຊີ ວິດ​ຈາກ​ລະ​ເບີ​ດບໍ່​ທັນ​ແຕກ​ຈຳນວນ​ໜຶ່ງ.
         ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ກ່າວ​ວ່າ: ສປປ ລາວ​ເປັນ​ປະ​ເທ​ດ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ໜັກ ໜ່ວງ​ທີ່​ສຸດ​ໃນ​ໂລກ ​ເຖິງ​ແມ່ນ​ວ່າ​ສົງຄາມ​ຈະ​ສີ້ນສຸດ​ມາ​ເປັນ​ເວລາ 40 ປີ​ແລ້ວ​ກໍ​ຕາມ, ​ແຕ່ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ແມ່ນ​ໄດ້​ສືບ ຕໍ່​ຄຸກ​ຄາມ​
ປະຊາຊົນ​ລາວ​ບັນດາ​ເຜົ່າ ​ແລະ ຍັງ​ເປັນ​ອຸປະສັກ​ຕໍ່​ການ​ພັດທະນາ, ລັດຖະບານ ສປປ ລາວ ​ໄດ້​ຖື​ເອົາ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ເປັນ​ວຽກ​ງານ​ບູລິ​ມະ​ສິດ​ໃນ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ​ແຫ່ງ​ຊາດ​ໃນ​ປີ2012 ລັດຖະ ບານ​ໄດ້​ຮັບຮອງ​ເອົາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ອັນ​ດັບ​ທີ່ 9 ວ່າ​ດ້ວຍ​ການ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ໃນ ສປປ ລາວ.
         ທ່ານ ມິນ​ຟາ​ມ ​ໄດ້​ກ່າວ​ວ່າ ວັນ​ສາກົນ​ໂຄສະນາ​ເພື່ອ​ຕ້ານ​ລະ​ເບີດ​ບໍ່​ທັນ​ແຕກ​ແມ່ນ​ມື້ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ສະ​ແດງ​ພັນທະ​ທີ່​ໜັກ​ແໜ້ນ​ເ​ພື່ອລຶບລ້າງ​ໄພ​ຄຸກ​ຄາມ​ຈາກ​ລະ​ເບີດ ​ແລະ ສິ່ງ​ເສດ​ເຫລືອ​ຕ່າງໆ​ຈາກ​ສົງຄາມ​ໃຫ້​ໝົດ​ໄປ​ຈາກ​ໂລກ, ​ອົງການ​ສະຫະ​ປະຊາ​ຊາດ​ມີ​ພັນທະຢ່າງ​ໜັກ​ແໜ້ນ​ຕໍ່​ກັນ​ວັນ​ສາກົນ​ການ​ໂຄສະນາ​ເພື່ອ​ຕ້ານ​ລະ​ເບີດ​ບໍ່​ທັນ​ແຕກ​ເພື່ອ​ເປັນ​ການ​ຮູ້​ບຸນຄຸນ​ເຖິງ​ບັນດາ​ນັກ​ເກັບ​ກູ້​ລະ​ເບີດ ​ແລະ ຜູ້​ລອດ​ຊີວິດ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ນັ້ນ​ແມ່ນ​ບໍ່​ຄວນ​ຫລົງ​ລືມບໍ່​ວ່າ​ຈະ​ແມ່ນ​ລັດ ຫລື ອົງການ​ສາກົນ​ເພື່ອ​ການ​ພັດ ທະນາ​ຕ່າງ​ກໍ​ມີ​ຄວາມ​ຮັບຜິດ​ຊອບ​ທີ່​ຈະ​ປົກ​ປ້ອງ​ປະຊາ​ຊົນ​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ​ແລະ ຮັບປະ ກັນ​ວ່າ​ຊີວິດ​ພວກ​ເຂົາ​ຕ້ອງ​ມີ​ຄວາມ​ປອດ​ໄພ, ການ​ຫລຸດ​ລົງ​ຂອງ​ລະ​ເບີດ​ບໍ່​ທັນ​ແຕກ​ແມ່ນ​ເປັນ​ຜົນ​ດີ​ໃຫ້​ປະຊາຊົນ​ຫລາຍ​ລ້ານ​ຄົນ​ໃນ ສປປ.ລາວ ມັນ​ແມ່ນ​ພັນ ທະ​ທີ່​ສຳຄັນ​ຂອງ​ພວກ​ເຮົາ​ທີ່​ຈະ​ຮັບປະກັນ​ວ່າ​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ຖືກ​ລືບ​ລ້າງຈົນ​ໝົດ, ການ​ເກັບ​ກູ້​ລະ​ເບີດ​ແມ່ນ​ໄດ້​ລວມທຸຸກບາດ ກ້າວ​ໂດຍ​ວົງສາ​ຄະນາ​ຍາດ​ສາ ກົນ​ເພື່ອ​ລືບ​ລ້າງ​ໄພ​ຄຸກ​ຄາມ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ໃນເດືອນ​ທັນ ວາ 2005 ເລຂາ​ທິການ​ໃຫຍ່​ໄດ້​ປະກາດ​ເອົາ​ວັນ​ທີ 4 ເມສາ ​ເປັນ​ວັນ​ສາກົນ​ເພື່ອ​ຕ້ານ​ລະ​ເບີດ​ບໍ່​ທັນ​ແຕກ,ການ​ປະກາດ​ດັ່ງກ່າວ​ນັ້ນ​ແມ່ນ​ເປັນ​ຜົນ​ມາ​ຈາກ​ຄຳ​ແນະ​ນຳ​ຂອງ​ບັນດາ​ລັດ​ສະມາຊິກ​ທີ່​ຕ້ອງ ການ​ສ້າງ​ຈິດ​ສຳນຶກ​ໃຫ້​ກັບ​ປວງ​ຊົນ​ກ່ຽວ​ກັບ​ບັນຫາ​ຂອງ​ລະ​ເບີດ ​ແລະ ສິ່ງ​ເສດ​ເຫລືອ​ຈາກ​ສົງຄາມ​ທັງ​ນີ້ກໍ​ເພື່ອ​ຕ້ອງການ​ທີ່​ຈະ​ລືບ​ລ້າງ​ລະ​ເບີດ​ດັ່ງກ່າວ.

No comments:

Post a Comment