Ad

Ad

8 April 2013

ວຽງຈັນທາມ ສະຫລອງວັນ ຄົບຮອບ 19 ປີ ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ໃຫ້ກຽດໂອ້ລົມ

     ພິທີ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງໜັງສືພິມ​ພາສາ​ຕ່າງ ປະ​ເທດ (ວຽງ​ຈັນທາ​ມ) ຄົບ ຮອບ 19 ປີ (7/4/ 1994 - 7/ 4/2013) ​ໄດ້​ຈັດ​ຂຶ້ນ​ໃນ​ເຊົ້າວັນ​ທີ 5 ​ເມສາ​ນີ້ ຢູ່​ສຳນັກງານ​ໜັງສືພິມ​ດັ່ງກ່າວ ຢູ່​ນະຄອນ ຫລວງ​ວຽງ​ຈັນ ພ້ອມ​ກັບ​ກອງ​ປະ ຊຸມ​ປະສານ​ຂ່າວ​ປະຈຳ​ອາ ທິດ​ຂອງ​ບັນດາ​ພະນັກງານ ນຳ​ອົງການ​ສື່​ຕ່າງໆ​ອ້ອມ​ຂ້າງ​ສູນ​ກາງ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ ​ແລະ ພົບ​ປະ​ໂອ້​ລົມ​ຂອງ​ທ່ານ ສະຫວັນ​ຄອນ    ຣາຊມຸນຕຣີ ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງ ຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຜູ້​ຊີ້ນຳ​ຂົງ​ເຂດ​ວຽກ​ງານ​ຖະ​ແຫລ​ງ ຂ່າວ​ຂອງ​ກະຊວງ​ດັ່ງກ່າວ.
      ​ໃນ​ພິທີ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ນັ້ນ, ທ່ານ ທອງ​ສະຫວັດ ຈັນ​ສົມ ບັດ ຫົວໜ້າ​ບັນນາ​ທິການ​ໜັງສື ພິມ​ພາສາ​ຕ່າງປະ​ເທດ ກໍ​ໄດ້​ລາຍ​ງານ​ເຖິງ​ຜົນສຳ​ເລັດ​ຕ່າງໆ​ແຫ່ງ​ການ​ປັບປຸງ​ກໍ່ສ້າງ​ຕົນ​ເອງ​ຂອງ​ໜັງສືພິມ​ພາສາ​ຕ່າງປະ​ເທດ​ສະ ບັບ​ນີ້ນັບ​ມື້​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ແລະ ສາມາດ​ເຮັດ​ຫລ້ອນໜ້າ​ທີ່ ການ​ເມືອງ​ຂອງ​ຕົນ ຄື​ໜັງສືພິມ​ວຽງ​ຈັນທາ​ມຈາກ​ບ່ອນ​ເລີ່​ມຕົ້ນ​ເປັນ​ພຽງ​ໜັງສືພິມ​ລາຍ​ສັບປະດາ ປະກອບ​ມີ 16 ໜ້າ ພິມ​ເປັນ​ຂາວ- ດຳ. ຈາກ​ນັ້ນມາ​ສອງ​ປີ ຄື​ປີ 1996 ໜັງ ສືພິມ​ດັ່ງກ່າວ​ໄດ້​ປັບປຸງ​ຕົນ​ເອງ​ພິມ​ອອກ​ອາທິດ​ລະ​ສອງ​ຄັ້ງ ​ແລະ ມາ​ຮອດ​ປີ 2004 ​ໄດ້​ພັດທະນາ​ເປັນ​ໜັງສື ພິມ​
ລາຍ​ວັນ ​ແຕ່​ວັນ​ຈັນ​ຮອດ​ວັນ​ສຸກ. ຈາກ​ນັ້ນ ມາ​ຮອດ​ປີ 2007 ​ໄດ້​ເພີ່ມ​ເປັນ 6 ສະບັບ​ຕໍ່​ອາທິດ ຈົນ​ເຖິງ​ປັດຈຸບັນ, ປະກອບ​ມີ 24-32 ໜ້າ, ມີ​ຍອດ​ຈຳ ໜ່າຍ​ສູງ​ເຖິງ 3.000 ສະບັບ ​ເຊິ່ງ ມີ 28 ຄໍ​ລຳ​ຫລັກ ​ແລະ ຫລາກ​ ຫລາຍ​ສາລະ, ​ໃນ​ນັ້ນ ດ້ານ​ການ​ເມືອງ​ກວມ​ເອົາ​ປະມານ 10%, ​ເສດຖະກິດ 7%, ວັດທະນະທຳ- ສັງຄົມ​ກວມ 6%, ສຶກສາ-ສາທາ 5%, ກິລາ 5%, ຂ່າວ​ອຸດສາຫະ ກຳ​ຫັດຖະກຳ, ການ​ຜະລິດ ​ແລະ ການ​ບໍ ລິການ​ອື່ນໆ​ອີກ. ຄຽງ​ຄູ່​ກັນນັ້ນ, ໜັງສືພິມ​ວຽງ​ຈັນທາ​ມ ຍັງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ເວັບ​ໄຊ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ສື່​ໜຶ່ງ​ທາງ​ດ້ານ​ເອ​ເລັກ​ໂຕ​ຣນິກ ​ເພື່ອ​ສົ່ງ​ຂ່າວ​ອອກ​ສູ່​ໂລກ​ໄດ້​ສະດວກ, ວ່ອງ​ໄວ​ທັນ​ກັບ​ສະພາບ​ການ ​ແລະ ​ໄດ້​ຮ່ວມ​ມື​ກັບ​ບໍລິສັດ​ລາວ​ໂທລະ​ຄົມ, ຢູນີ​ເທວ, ​ໂທລະ​ຄົມ​ລາວ ​ແລະ ບີ​ລາຍ ​ໃນ​ການ​ບໍລິການ​ຂ່າວ​ຂໍ້ຄວາມ​ສັ້ນ​ເປັນ​ພາສາ​ລາວ ​ແລະ ພາສາ​ອັງກິດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ ມື້ລະ 5 ​ເທື່ອ ​ແຕ່​ວັນ​ຈັນ-ວັນ​ອາທິດ.
         ທ່ານ​ຫົວໜ້າ​ບັນນາທິການ​ໜັງສືພິມ​ດັ່ງກ່າວ ຍັງ​ໄດ້​ລາຍ​ງານ​ເຖິງ​ແຜນການ​ສູ້​ຊົນ​ຕ່າງໆ​ໃນ​ສົກ​ປີ​ໃໝ່​ຕື່ມ​ອີກ​ເຊັ່ນ: ຈະ​ສູ້​ຊົນ​ປັບປຸງ​ຕາໜ່າງຂ່າວ​ໃຫ້​ກວ້າງ ຂວາງ, ປັບປຸງ​ເນື້ອ​ໃນ​ໃຫ້​ຫລາກ​ຫລາຍ​ສີສັນ ​ແລະ ວ່ອງ​ໄວ​ທັນ​ກັບ​ເຫດການ ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ພ້ອມ​ນັ້ນ ກໍ​ຈະ​ຕ້ອງ​ບຸກ ບືນ​ເຮັດ​ໃຫ້​ຍອດ​ຈຳໜ່າຍ​ເພີ່ມ​ຂຶ້ນ ​ແຕ່ 200-300 ສະບັບ ​ແລະ ​ເຮັດ​ໃຫ້​ແຫ​ລ່ງລາຍ​ຮັບ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ 10% ທຽບ​ໃສ່​ປີຜ່ານ​ມາ.
    ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ສະຫວັນ​ຄອນ ຣາຊມຸນຕຣີ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ບັນດາຜົນ ສຳ​ເລັດ​ຕ່າງໆ​ທີ່​ໜັງສືພິມ​ພາສາ​ຕ່າງປະ​ເທດ​ຍາດ​ມາ​ໄດ້​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ​ຕົນ​ເອງ​ຕະຫລອດ​ໄລຍະ 19 ປີ ຜ່ານມາ ທີ່​ໜັງສືພິມ​ດັ່ງກ່າວ​ສາ ມາດ​ກ້າວ​ເດີນ​ຢ່າງ​ຖືກຕ້ອງ​ຕາມ​ເສັ້ນທາງ​ທີ່​ໄດ້​ກຳນົດ​ໄວ້ ​ແລະ ສາມາດ​ເຮັດ​ຫລ້ອນ​ໜ້າ​ທີ່​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ​ໃນ​ການ​ໂຄສະ ນາ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລະບຽບ​ກົດໝາຍ​ຕ່າງໆ​ຂອງ​ປະ​ເທດ​ເຮົາ​ອອກ​ສູ່​ໂລກ​ພາຍ​ນອກ ອັນ​ໄດ້​ຊ່ວຍ​ເຮັດ​ໃຫ້​ຫລາຍ​ປະ​ເທດ​ໃນ​ໂລກ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແຈ້ງ​ຕໍ່​ເສັ້ນທາງ​ການ​ພັດທະນາ​ສ້າງສາ​ປະ​ເທດ​ຊາດ​ລາວ​ພວກ​ເຮົາ ​ແລະ ​ເຮັດ​ໃຫ້​ຊື່​ສຽງ ​ແລະ ບົດບາດ​ຂອງ​ລາວ​ນັບ​ມື້ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາ ກົນ ​ແລະ ພາກພື້ນ. ພ້ອມ​ກັນນັ້ນ ທ່ານ​ລັດຖະມົນຕີ​ຊ່ວຍ ກໍ​ໄດ້​ເນັ້ນ ຫລາຍ​ບັນຫາ​ທີ່​ສື່​ມວນ​ຊົນ​ລາວ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ໜັງສືພິມ​ພາສາ​ຕ່າງ ປະ​ເທດ​ນັບ​ທັງ​ເນື້ອ​ໃນ ​ແລະ ສາ ລະ​ໜ້າ​ຮູ້​ຕ່າງໆ. ພ້ອມ​ການ​ຄຸ້ມ​ຄອງ​ບໍລິຫານ​ໃຫ້​ໄປຖືກ​ທິດ ​ແລະ ການ​ແບ່ງ​ຜົນ​ປະ​ໂຫຍ​ດຕ້ອງ​ຮັບ ປະກັນ​ສາມ​ຜົນ​ປະ​ໂຫຍ​ດ ​ແລະ ຄຽງ​ຄູ່​ກັນນັ້ນ ກໍຕ້ອງ​ຮູ້ປັບ​ຕົນ​ເອງ​ເຂົ້າສູ່​ສະພາບ​ແວດ​ລ້ອມ​ລວມຂອງ​ໂລກ, ​ແຕ່​ຕ້ອງ​ຮັກສາ​ໄດ້​ສີສັນ​ຂອງ​ຕົນ​ເອງ. ທ່ານ​ລັດ ຖະມົນຕີ​ຊ່ວຍ ​ເວົ້າວ່າ: ສິ່ງ​ສຳຄັນ​ອີກ​ຢ່າງ​ໜຶ່ງ​ທີ່​ວົງ​ການ​ສື່​ມວນ​ຊົນ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ນັ້ນ ​ແມ່ນ​ການ​ຍົກ​ສູງ​ຄວາມ​ຮູ້- ຄວາມ​ສາມາດ​ດ້ານ​ວິຊາ​ການ, ພາສາ​​ໃຫ້​ສາມາດ​ກ້າວ​ໄປ​ສູ່​ການ​ກຸ້ມ​ຕົນ​ເອງ​ໄດ້ ​ແລະ ຄົນ​ຕ້ອງ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແຈ້ງ​ຕໍ່​ແນວທາງ​ການ​ເມືອງ​ຂອງ​ພັກ, ລະບຽບ​ກົດ ໝາຍ ​ແລະ ນະ​ໂຍບາຍ​ຕ່າງໆ​ທີ່​ພັກ-ລັດຖະບານ​ເຮົາ​ວາງ​ອອກ​ແຕ່ລະ​ໄລຍະ ​ເພື່ອ​ສາມາດ​ສ່ອງ​ແສງ​ອອກ​ສູ່​ສັງຄົມ​ໄດ້​ຢ່າງ​ຖືກ ຕ້ອງ, ຮູ້​ສະກັດ​ກັ້ນສິ່ງ​ຫຍໍ້​ທໍ້​ຕ່າງໆ ນັບ​ທັງ​ປາກົດການ​ລ່ວງ​ລະ​ເມີດ​ຝ່າຝືນ​ລະບຽບ​ກົດໝາຍ, ກ້າ​ຕຳ​ນິວິຈານ​ໃນ​ສິ່ງ​ບໍ່​ດີ, ບໍ່​ສອດ ຄ່ອງ​ກັບ​ແນວທາງ ​ແລະ ຄວາມ​ເປັນ​ເຈົ້າການ​ນຳ​ຫາງ​ສຽງ​ສັງ ຄົມ​ຕໍ່​ກັບ​ບັນຫາ​ຂອງ​ຂົງ​ເຂດ​ວຽກ​ງານ​ຕ່າງໆ, ​ແຕ່​ຢາກ​ໄດ້​ແນວ​ນັ້ນ ທ່ານ​ລັດຖະມົນຕີ​ຊ່ວຍ ​ເນັ້ນວ່າ: ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຕ້ອງ​ຮູ້​ຈຸດ​ຢືນ ​ແລະ ຈັນ​ຍາ​ບັນ​ຂອງ​ຕົນ, ຮູ້​ເຂົ້າ​ເຖິງ​ແຫ​ລ່ງຂ່າວ ​ແລະ ​ໃຫ້​ຖື​ເອົາ​ປະຊາຊົນ​ເປັນ​ກົກ ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ສ່ວນ​​ເຂົ້າຮ່ວມ​ສະ​ແດງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຕົນ​ຜ່ານ​ສື່​ມວນ​ຊົນ​ພວກ​ເຮົາ​ໄດ້​ຢ່າງ​ກວ້າງຂວາງ.

No comments:

Post a Comment