Ad

Ad

8 April 2013

ອີຢູ ຫ້າມນຳເຂົ້າຜະລິດຕະພັນຈາກໄມ້ທີ່ຜິດກົດຫມາຍ



      ລະບຽບ​ສະບັບ​ໃໝ່​ຂອງ​ອີ​ຢູ​ເລີ່​ມມີ​ຜົນ​ສັກສິດ​ແຕ່​ວັນ​ທີ 3 ມີນາ​ນີ້ເປັນຕົ້ນ ໄປ​ເພື່ອ​ຕໍ່ຕ້ານ​ການ​ຄ້າ​ໄມ້​ທີ່​ຜິດ​ກົດໝາຍ ໃນ​ຂະ​ແໜງ​ການ​ຄ້າຂາຍ​ໄມ້​ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ເອີຣົບ ລວມທັງ​ຜະລິດ​ຕະພັນ​ໄມ້​ຈາກ​ລາວ. ລະບຽບ​ການ​ຄ້າ​ໄມ້​ສະບັບ​ໃໝ່​ດັ່ງກ່າວ​ແມ່ນ​ແນ​ໃສ່​ສະກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ຄ້າ ຂາຍ​ໄມ້ ຫລື ຜະລິດ​ຕະ ພັນ​ໄມ້​ທີ່​ມາ​ຈາກ​ການ​ຂຸດ​ຄົ້ນຢ່າງ​ຜິດ​ກົດໝາຍ​ໃນ​ຕະ ຫລາດ​ເອີຣົບ ກໍ​ຄື​ບັນດາ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ.
        ອີ​ຢູ​ເປັນ​ຜູ້ນຳ​ເຂົ້າ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້​ລາຍ​ໃຫຍ່​ຂອງ​ໂລກ. ​ເຖິງ​ວ່າ​ປະລິມານ​ໄມ້​ຂອງ​ລາວ​ທີ່​ສົ່ງ​ໄປ​ຂາຍ​ໃນ​ຕະຫລາດ​ເອີຣົບ​ໂດຍ​ກົງຍັງ​ມີ​​ໜ້ອຍ, ​ແຕ່​ວັດຖຸ​ດິບ​ປະ​ເພດ​ໄມ້​ຈາກ​ລາວ​ຈຳນວນ​ຫລວງຫລາຍ​ໄດ້​ຮັບ​ການ​ປຸງ​ແຕ່ງຢູ່​ໃນ​ປະ​ເທດ​ໃກ້​ຄຽງ​ເຊັ່ນ: ຫວຽດນາມ ກ່ອນ​ຈະ​ຖືກ​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ເອີຣົບ.
    ທ່ານ ມີ​ແຊນ ​ໂກ​ແຟງ ອຸປະ​ທູດ​ສຳນັກງານ​ຜູ້ຕາງໜ້າ​ສະຫະ ພາບເອີຣົບປະຈຳ​ລາວ ​ໄດ້​ກ່າວ​ວ່າ: ກົດ​ລະ ບຽບ​ດ້ານ​ປ່າ​ໄມ້​ຂອງ​ອີ​ຢູ​ແມ່ນ​ການສະ​ແດງ​ອອກ​ໃຫ້​ເຫັນ​ວ່າ​ສະຫະພາບ​ເອີຣົບ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ແມ່ນ​ການ​ພັດ ທະນາ​ແບບ​ຍືນ​ຍົງ.ດັ່ງນັ້ນ ເຖິງ​ເວລາ​ແລ້ວ​ທີ່​ທຸກ​ພາກສ່ວນ​ໃນ​ຂະ​ແໜງ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ໄມ້​ໃນ​ລາວ​ຈະ​ຕ້ອງ​ກຽມ ພ້ອມ ​ແລະ ປັບ​ໂຕ​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ຕະຫລາດ​ທີ່​ຂັບ​ເຄື່ອນ​ໂດຍ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ນິຕິ​ກຳ​ທີ່​ພວມ​ໄດ້​ຮັບ​ການ​ພັດທະນາ.

     ການ​ຂຸດ​ຄົ້ນ​ໄມ້​ທີ່​ຜິດ​ກົດໝາຍ​ສົ່ງ​ຜົນ​ກະທົບ​ອັນ​ໜັກໜ່ວງ​ທາງ​ເສດຖະກິດ, ສະພາບ​ແວດ​ລ້ອມ ​ແລະ ສັງ ຄົມ ເນື່ອງ​ຈາກ​ມັນ​ກໍ່​ໃຫ້​ເກີດ​ມີ​ການ​ຕັດ​ໄມ້​ທຳລາຍ​ປ່າ ​ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.
    ອີ​ຢູ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ວົງ​ເງິນ​ຈຳນວນ 6 ລ້ານ​ເອີ​ໂຣ ​ເພື່ອ​ສະໜັບສະໜູນ​ແຜນ​ງານ​ລະດັບ​ພາກພື້ນ ອາຊີ​ໃນ​ການ​ບັງ ຄັບ​ໃຊ້​ກົດໝາຍ, ການ​ຄຸ້ມ​ຄອງ ​ແລະ ການ​ຄ້າ​ໄມ້ (EU FLEGT) ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ, ສປປ ລາວ ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ໂດຍ​ສະ​ເພາະ​ກິດ ຈະກຳ​ທີ່​ກ່ຽວ​ກັບ​ການ​ປັບປຸງ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ​ແລະ ການ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ຄ້າ​ໄມ້​ທີ່​ຖືກ​ກົດໝາຍ. ນອກ​ນີ້ ກິດຈະກຳ​ອື່ນໆ​ຍັງ​ກວມ​ເອົາ​ການ​ໂຄສະນາ ​ແລະ ສ້າງ​ຄວາມ​ຮັບ​ຮູ້, ສະໜັບສະໜູນ​ການ​ບັນລຸ​ຂໍ້​ຕົກລົງ​ການ​ເປັນ​ຄູ່​ຮ່ວມ​ທີ່​ສະໝັກ​ໃຈ (VPA) ​ແລະ ບາງ​ວຽກ​ງານ​ເຊັ່ນ: ການ​ສຶກສາ ​ແລະ ຄົ້ນຄວ້າ, ຈັດ​ກອງ​ປະຊຸ​ມປຶກສາ​ຫາລື​ທີ່​ກ່ຽວ ຂ້ອງ​ກັບ FLEGT ຮ່ວມ​ກັນ ​ແລະ ສະໜັບສະໜູນ​ການ​ຮ່ວມ​ມື​ດ້ານ​ພາສີ ​ໂດຍ​ກິດຈະກຳ​ເຫລົ່ານີ້ຈະ​ຊ່ວຍ​ກະ ກຽມ ​ແລະ ສ້າງ​ຄວາມ​ພ້ອມ​ໃຫ້​ແກ່​ລາວ ​ແລະ ສາມາດ​ປັບ​ໂຕ​ໃຫ້​ແທດ​ເໝາະ​ກັບ​ລະບຽບ​ໃໝ່​ດ້ານ​ປ່າ​ໄມ້​ຂອງ​ອີ​ຢູ​ໄດ້.
    ນິຕິ​ກຳ​ສະບັບ​ໃໝ່​ນີ້ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້ນຳ​ເຂົ້າ ​ແລະ ຜູ້​ດຳ​ເນີນ​ທຸລະ​ກິດ​ຂຸດ​ຄົ້ນ ​ແລະ ຄ້າ ຂາຍ​ໄມ້ ​ແລະ ຜະລິດ​ຕະພັນ​​ໄມ້ ​ເຊິ່ງອາ​ດຈະ​ກວມ​ເອົາ​ຫລາຍ​ຜະລິດ​ຕະພັນ ນັບ​ແຕ່​ເຈັ້ຍຂາວ ​ແລະ ​ເຈັ້ຍອະນາ​ໄມ ປ​ຈົນ​ເຖິງ​ຜະລິດ​ຕະພັນ​ໄມ້​ເນື້ອ​ແຂງ ​ແລະ ປາ​ເກ​ປູ​ພື້ນ. ຜູ້​ທີ່​ຕ້ອງການ​ນຳ​​ໄມ້ ຫລື ຜະລິດ​ຕະພັນ​ໄມ້​ເຂົ້າ​ໄປ​ຍັງ​ຕະຫລາດ​ເອີຣົບ ​ຕ້ອງ​ໄດ້​ຂໍອະນຸຍາດ ​ເພື່ອ​ຮັບປະກັນ​ວ່າ: ​ໄມ້​ທີ່​ເຂົາ​ເຈົ້າຈະ​ຄ້າຂາຍ​ນັ້ນຖືກ​ກົດ ໝາຍ. ພໍ່ຄ້າ​ໄມ້​ທີ່​ຊື້ ຫລື ຂາຍ​ໄມ້​ທີ່​ມີ​ຢູ່​ໃນ​ຕະຫລາດ​ແລ້ວນັ້ນ ກໍ​ຕ້ອງ​ມີ​ການ​ເກັບ​ຂໍ້​ມູນ​ຫລັກ​ຖານ ແຫລ່ງທີ່​ມາ​ຂອງ​ໄມ້ ເພື່ອ​ຮັບປະກັນ​ໃນ​ເວລາ​ທີ່​ມີ​ການກວດ​ສອບ.
    ​ໃນ​ອາທິດ​ຜ່ານ​ມາ, ຜູ້​ປະສານ​ງານ​ລະດັບ​ຊາດ​ຂອງ​ແຜນ​ງານ FLEGT ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ເຊິ່ງຈະ​ໄດ້​​ເຮັດ​ວຽກ​ສະໜັບສະ ໜູນ​ຊ່ວຍ​ເຫລືອ​ຜູ້​ຮັບຜິດຊອບ​ແຜນ​ງານ FLEGT ຈາກ​ຝ່າຍ​ລັດຖະບານ ​ເພື່ອ​ວາງ​ໂຄງ​ສ້າງ​ດ້ານ​ການ​ເຈລະຈາ ​ແລະ ​ແຜນ​ວຽກ​ໃນ​ລາວ. ຜູ້​ປະສານ​ງານ​ລະດັບ​ຊາດ​ຈະ​ເປັນ​ຜູ້​ຕິດຕໍ່​ພົວພັນ​ກັບ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແລະ ລິ​ເລີ່​ມ​ແຜນ​ວຽກ​ກ່ຽວ​ກັບ​ການ​ກຳນົດ​ນິຍາມ​ການ​ຖືກ​ກົດ ໝາຍ ​ແລະ ລະບົບ​ຮັບປະ ກັນ​ການ​ຖືກ​ກົດໝາຍ​ຂອງ​ໄມ້ ​ເພື່ອ​ເປັນ​ການ​ປັບປຸງ​ນະ​ໂຍບາຍ​ດ້ານ​ການ​ເຈລະຈາ ​ແລະ ກິດຈະກຳ​ຕ່າງໆ​ຂອງ​ຂະ​ບວນການ​ດັ່ງ ກ່າວ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

No comments:

Post a Comment