Ad

Ad

8 April 2013

ບໍລິສັດລາວແລນໂລເວີນຳສະເໜີລົດແລນໂລເວີຮຸ້ນໃໝ່ອອກສູ່ຕະຫຼາດ



        ວັນທີ 4 ເມສາທີ່ຜ່ານມາຢູທີ່ ຮ້ານອາຫານນ້ຳພຸບ້ານຊຽງຍືນ ເມືອງຈັນທະ ບູລີ, ນະຄອນຫຼວງວຽງຈັນ, ບໍລະສັດລາວ ແລນໂລ ເວີໄດ້ຈັດງານນຳສະເໜີລົດແລນ ໂລເວີຮຸ້ນໃໝ່ (ALL-newRange Rover 2013 ອອກສູ່ຕະຫຼາດ,ໂດຍຮັບກຽດ ເຂົ້າຮ່ວມຂອງທ່ານເອກອັກຄະລັກຊະທູດແຫ່ງລາຊະອານາຈັກອັງກິດປະຈຳລາວ, ຜູບໍລິຫານໃຫຍ່ລາວແລນໂລເວີ,ຕົວແທນລັດຖະບານພ້ອມດ້ວຍບັນດາລູກຄ້າຈຳ ນວນໜຶ່ງຂອງບໍລິສັດ.
          ທ່ານນາງສົມປະສົງຈັນ ທະວົງ ຫົວໜ້າຝ່າຍຂາຍຂອງບໍລິສັດລາວແລນ ໂລເວີໄດ້ມີຄຳ ເຫັນໃນງານ ດັ່ງກ່າວວ່າ: ນັບແຕ່ ປີ 1948 ກຸ່ມບໍລິສັດລົດແລນໂລ ເວີໄດ້ຜະລິດລົດທຸກລຸ່ນໃນອຸດສາຫະກຳພື້ນຖານການ ຜະລິດລົດ ຍົນຂອງປະເທດອັງ ກິດເພື່ອຮັບປະກັນຄວາມຄົງທີ່ຂອງການອອກແບບ, ຄຸນນະພາບ ແລະ ສີມືຂອງຕົນຕະຫຼອດມາ, ຕົວເລກ ການຈຳ ໜ່າຍລົດ ແລນໂລກເວີໃນທົ່ວໂລກເຕັ້ນຂື້ນຢ່າງບໍ່ໜ້າເຊື້ອ ແລະ ແລນ ໂລເວີຂອງພວກເຮົາຍັງໃຫ້ຄວາມຫວັງ,ມຸມມອງທີດີ ຂອງການ ຈຳໜ່າຍ, ຕັ້ງແຕ່ເລີ່ມເປີດໂຕ ALL-new Range Rover ໃນເດືອນຕຸລາ2012 ການຜະລິດບໍ່ ພໍທໍ່ໃດເດືອນ ພວກເຮົາກໍໄ ດ້ຮັບຜົນສຳເລັດ ແລະ ມື້ ນີ້ກໍແມ່ນມື້ທີ່ນຳສະເໜີລົດລຸນດັ່ງກ່າວທີ່ຂັບເຄື່ອນດ້ວຍ 4 ລໍ້ ແລະ ເປັນລົດທີ່ດີທີ່ສຸດຂອງໂລກ.
ALL-NewRange Rover 2013 ເປັນລົດSUVລຸ້ນທຳ ອິດທີ່ນຳໃຊ້ໂຄງສ້າງທັງໝົດເປັນອາລູມີນຽມເຊິ່ງເຮັດ ໃຫ້ນ້ຳ ໜັກຫຼຸດເຖິງ 39% ຖ້າທຽບໃສ່ລຸ່ນທີ່ ຜ່ານມາເຊິ່ງເຮັດໃຫ້ການປະຢັດນ້ຳມັນ ແລະ ສະຖານະການ ຂັບຂີ່ເປັນເລີດ, ນອກຈາກ ຄວາມຫຼູຫຼາຍັງໃຊ້ເປັນ off-road ເປັນຢ່າງດີ ເຊັ່ນ:ສາມາດລຸຍນ້ຳໄດ້ສູງເຖິງ 900 ມມ, ຂັບເຄື່ອນ 4 ລໍ້ຢູ່ຕະຫຼອດ ເວລາ, ລະບົບເລືອກເສັ້ນທາງ ແລະ ປັບຊ່ວງລ່າງອັດໂຕໂນມັດ, ລົດຈອດ ດ້ວຍຕົນເອງແລະເບກເອງໃນເວລາສຸກເສີນ, ມີ 37 ສີພາຍ ນອກ ແລະ 18 ສີພາຍໃນໃຫ້ທ່ານໄດ້ເລືອກ ໃນແບບຂອງທ່ານ.
           ລົດແລນໂລເວີຜະລິດຂື້ນ ໃນປີ1970ມີຖານການຜະລິດຢູ່ປະ ເທດອັງກິດພຽງປະເທດດຽວ ແລະ ນຳເຂົ້າມາຈຳ ໜ່າຍໃນລາວໃນປີ 2009 ເຖິງປັດຈຸບັນຍອດການຈຳໜ່າຍຂອງລົດແລນໂລເວີໃນທົ່ວໂລກສູງກວ່າ 8 ແສນ ຄັນ.

No comments:

Post a Comment