ບໍລິສັດ ອາລີອັນສ໌ ປະກັນໄພລາວ ມອບອຸປະກອນການສຶກສາ,
ກິລາ ແລະ ເຄື່ອງອຸປະໂພກ- ບໍລິໂພກຕ່າງໆໃຫ້ແກ່ໂຮງ ຮຽນປະຖົມສົມບູນບ້ານຫ້ວຍເດື່ອ
ເມືອງໂພນໂຮງ ແຂວງວຽງຈັນທີຂາດເຂີນອຸປະກອນດັ່ງກ່າວ ເຊິ່ງ ພິທີໄດ້ມີຂຶ້ນໃນວັນທີ
6 ເມສານີ້ ລະຫວ່າງທ່ານ ຫໍລະດີ ວໍລະລາດ ຮອງຜູ້ອຳນວຍການບໍລິສັດອາລີອັນສ໌ ປະກັນໄພລາວ
ແລະ ທ່ານ ແສງເພັດ ສີອຸບົນ ຮອງນາຍບ້ານດັ່ງກ່າວ ເຊິ່ງເຄື່ອງທີ່ໄດ້ນຳໄປມອບໃນຄັ້ງນີ້ປະກອບມີປຶ້ມແບບ
ຮຽນຄົບຊຸດ ແຕ່ ປ1-ປ5,ປຶ້ມ ຂຽນ 900 ຫົວ,ກັບໃສ່ອາຫານ, ບານເຕະ,ບານສົ່ງ,ໝາກກະຕໍ້
ແລະ ອຸປະກອນອື່ນໆລວມມູນຄ່າຫລາຍກວ່າ 21 ລ້ານກີບ.
ອຸປະກອນທັງໝົດນັ້ນ ແມ່ນມາຈາກການປະກອບສ່ວນຂອງຫລາຍພາກສ່ວນໃນບໍລິສັດ
ແລະ ຕົວແທນ ບປລ ທີ່ເຫັນ ຄວາມສຳຄັນຂອງການພັດທະນາການສຶກສາໃຫ້ແກ່ເຍົາວະຊົນ ໂດຍສະ ເພາະກໍ ແມ່ນຢູ່ເຂດທີ່ຍັງທຸກຍາກ
ຂາດເຂີນ. ນອກ ນີ້ຍັງມີໂຮງງານສະຫວ່າງການພິມກໍໄດ້ປະກອບສ່ວນປຶ້ມຂຽນອີກຈຳນວນ 500 ຫົວ.
ທ່ານ ຫໍລະດີ ວໍລະຣາດ ຮອງຜູ້ອຳນວຍການບໍລິສັດ
ອາລີອັນສ໌ ປະກັນໄພລາວ ໄດ້ກ່າວໃນພິທີ ວ່າ: ໃນໄລຍະຜ່ານ ມາ, ບໍລິສັດ ອາລີອັນສ໌ ປະກັນໄພລາວໄດ້ຊ່ວຍເຫລືອສັງຄົມລາວມາ
ໂດຍຕະຫລອດແລະການມອບອຸປະກອນການສຶກສາໃນ ຄັ້ງ
ນີ້ກໍແມ່ນໜຶ່ງໃນໂຄງການຊ່ວຍເຫລືອດັ່ງກ່າວເພື່ອເປັນການປະກອບສ່ວນສົ່ງເສີມ
ແລະ ຍົກສູງຄຸນນະ ພາບການສຶກສາລາວ ໃຫ້ດີຂຶ້ນໄປເລື້ອຍໆ ແລະ ສັນຍາວ່າ: ບໍລິສັດຈະສືບຕໍ່ຊ່ວຍເຫລືອສັງ
ຄົມຕື່ມອີກໃນອະນາຄົດ ແລະ ໃນ ໂອກາດນີ້,ທ່ານ ແສງເພັດ ສີອຸບົນ ກໍໄດ້ກ່າວສະແດງຄວາມ ຂອບ
ອົກຂອບໃຈບໍລິສັດປະກັນໄພ ລາວທີ່ໄດ້ໃຫ້ການຊ່ວຍເຫລືອອັນ ລ້ຳຄ່າດັ່ງ ກ່າວແລະຮັບປະກັນ ວ່າຈະນຳໃຊ້ຢ່າງເປັນປະໂຫຍດ
ສູງສຸດເຂົ້າໃນການຮຽນ- ການ ສອນກໍຄືການພັດທະນາການສຶກສາ, ພັດ ທະນາລູກຫລານພາຍ ໃນບ້ານໃຫ້ມີຄວາມກ້າວໜ້າ.
ຈາກນັ້ນກໍໄດ້ມີກິດຈະກຳນຳອາ ຫານແຈກຢາຍໃຫ້ນັກຮຽນ ແລະ ຈັດພາ ເຂົ້າສາມັກຄີລະຫວ່າງ ບໍລິສັດອາລີອັນສ໌
ປະກັນໄພ ລາວ ກັບຄູອາຈານ ແລະ ອຳນາດການ ປົກຄອງກໍຄືສະມາຄົມພໍ່ແມ່ນັກ ຮຽນບ້ານຫ້ວຍເດື່ອມີຄວາມສາ
ມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນຫລາຍຂຶ້ນ.
No comments:
Post a Comment