ໃນຕອນແລງຂອງວັນທີ 05 ເມສານີ້, ລາວໂທລະຄົມໄດ້ມອບ
ລາງວັນໃຫ້ກັບ ລູກຄ້າຜູ້ໂຊກດີໄດ້ ຮັບລາງວັນລົດຈັກ YAMAHA FINO , ພິທີມອບເປັນທາງການ ໄດ້ຈັດຂື້ນຢູ່
ຕະຫຼາດໜອງດ້ວງ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ ໂດຍ ທ່ານ ຄໍາໃບ ພົມ ຮັກສາ ຮອງຫົວໜ້າພະແນກການ
ຕະຫຼາດລາວໂທລະຄົມ ໄດ້ມອບລາງວັນດັ່ງກ່າວໃຫ້ແກ່ທ່ານ ກາ ວີພອນ ປຣະພາວັນ ຢູ່ບ້ານໂນນ ສະຫວ່າງ ເມືອງໄຊເສດຖາ ນະ ຄອນຫຼວງວຽງຈັນ,
ເຈົ້າຂອງ ນ້ຳເບີໂທລະສັບໝາຍເລກ 020 55521036 ຈາກ ການຂູດບັດຕື່ມ ເງິນ ລາຄາ 50.000 ກີບ
ແລະ ນີ້ເປັນລາງວັນລົດຈັກຄັນທີ 120 ຈາກໂຄງການຂູດບັດຊີງໂຊກຂອງລາວໂທລະຄົມ
ເຊິ່ງເລີ່ມມາ ແຕ່ວັນທີ 25 ພະຈິກ 2011 ມີລາງ ວັນລວມທັງໝົດ 160.000 ກວ່າ ລາງວັນ ແລະ ມີຜູ້ໂຊກດີໄດ້ຮັບລາງວັນແລ້ວ 58.654
ລາງວັນ .ເທົ່າກັບ 37% ຂອງລາງວັນທັງ ໝົດ ເຊິ່ງໃນນັ້ນຢູ່ນະຄອນຫຼວງ ວຽງຈັນ ມີຜູ້ຖືກລາງວັນໄປແລ້ວ
25,514 ລາງວັນເປັນລາງວັນ ລົດ ໃຫ່ຍ TOYOTA Fortuner 01 ຄັນ, Hyundai Accent Blue 01
ຄັນ, ລົດຈັກ Honda Wave 100 ຈໍານວນ 53 ຄັນ, ລົດຈັກ YAMAHA FINO ຈໍານວນ 02 ຄັນ, I-Pad 57 ເຄື່ອງ, I-Phone 4 & 4S 90 ເຄື່ອງ, Computer Laptop ແລະ Net book
Samsung ຈໍາ ນວນ 106 ເຄື່ອງ ແລະ
ລາງວັນອື່ນໆ.ສຳລັບສາ ຂາແຂວງທົ່ວປະເທດ ມີຜູ້ຖືກ ລາງວັນໄປແລ້ວ 33.140 ລາງ ວັນ ເປັນ ລາງວັນລົດຈັກ
Honda Wave 100 ຈໍານວນ 61 ຄັນ, I-Pad 67 ເຄື່ອງ, I-Phone 4 & 4S 61 ເຄື່ອງ,, Com puter Laptop ແລະ Netbook
Samsung ຈໍານວນ 83 ເຄື່ອງ ແລະ ລາງ ວັນອື່ນໆ.
ສ່ວນລົດ Hyundai Accent blue ທີ່ຍັງເຫຼືອຢູ່ 1 ຄັນ ມີລູກຄ້າຜູ້ໂຊກດີແລ້ວໂດຍຈະມີພິທີມອບຮັບຢ່າງເປັນທາງການໃນມໍ່ໆນີ້.
No comments:
Post a Comment