ພະແນກສຶກສານະຄອນຫຼວງວຽງຈັນ ສຳເລັດການ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນນະຄອນຫຼວງ ເພື່ອເປັນ ຕົວ
ແທນສົ່ງເຂົ້າແຂ່ງຂັນ ໃນລະດັບຊາດທີ່ຈະມີຂຶ້ນໃນມໍ່ໆນີ້ ໂດຍພິທີສະ ຫຼຸບບັ້ນສອບເສັ່ງນັກຮຽນເກັ່ງ
ຂັ້ນດັ່ງກ່າວໄດ້ ຈັດຂຶ້ນ ໃນວັນທີ 8 ເມສານີ້ຢູ່ໂຮງຮຽນມັດທະຍົມ ສຶກສາ ສົມບູນວຽງຈັນ ໂດຍການ
ເຂົ້າຮ່ວມຂອງທ່ານ ສາຍທອງ ແກ້ວດວງດີ ຮອງ ເຈົ້າຄອງນະຄອນຫຼວງ, ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ
ແລະ ກິລານະຄອນຫຼວງ ວຽງຈັນຕະຫຼອດ ຮອດພະນັກງານຄູ, ອາຈານ, ພໍ່ແມ່ຜູ້ປົກຄອງນັກຮຽນ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຊົມພູ ແກ້ວປັນຍາ ຫົວ ໜ້າພະແນກສຶກສາທິການ
ແລະ ກີລານະຄອນຫຼວງວຽງຈັນ ກ່າວວ່າ: ການຈັດຕັ້ງບັ້ນ ສອບເສັ່ງຄັດເລືອກນັກຮຽນເກັ່ງນັບວ່າມີບົດບາດສຳຄັນຕໍ່ການປະເມີນຜົນການຮຽນ,
ການສອນຂອງຄູ, ອາຈານທັງເປັນສິ່ງ ຊີ້ວັດສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງ ນັກຮຽນຕໍ່ການຄົ້ນຄວ້າຮ່ຳຮຽນ
ແລະ ຄວາມເອົາໃຈໃສ່ຂອງຜູ້ປົກຄອງໃນ
ການສົ່ງເສີມລູກຫຼານ. ດັ່ງນັ້ນ, ພະແນກສຶກສາທິການ ແລະ
ກີລານະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນສ້າງໂຄງການແຂ່ງ ຂັນ ສອບເສັ່ງນັກຮຽນເກັ່ງມາແຕ່ຕົ້ນສົກຮຽນໂດຍໄດ້ຂຶ້ນແຜນງົບປະມານ,
ແຕ່ງຕັ້ງຄະນະກຳມະການຮັບຜິດຊອບໂຄງການຢ່າງ ລະອຽດ. ຈາກນັ້ນກໍໄດ້ຈັດຕັ້ງເຜີຍແຜ່ເນື້ອໃນ
ແລະ ວິທີການປະຕິບັດໃຫ້ແກ່ຜູ້ບໍລິຫານການສຶກສາທຸກຂັ້ນໂດຍໄດ້ມອບ ໝາຍໃຫ້ຄະນະນຳແຕ່ລະໂຮງຮຽນເປັນຜູ້ຈັດຕັ້ງສອບເສັງຄັດເລືອກເອົານັກຮຽນຜູ້ທີ່ມີຄວາມຮູ້,
ຄວາມສາມາດ ແລະ ພອນ ສະຫວັນແຕ່ລະວິຊາເພື່ອຈັດຕັ້ງ ບຳລຸງນັກຮຽນເກັ່ງພາຍໃນໂຮງຮຽນຂອງຕົນແລ້ວຄັດເລືອກ
ຢູ່ຂັ້ນເມືອງກ່ອນການຄັດ ເລືອກອີກຢູ່ຂັ້ນນະຄອນຫຼວງປະຈຳສົກ ຮຽນ 2012-2013 ນີ້ ມີຜູ້ເຂົ້າຮ່ວມ
ທັງໝົດ 494 ຄົນ,ຍິງ 291 ຄົນ ຈາກ 9 ເມືອງ, ໃນນັ້ນຊັ້ນປະຖົມ
ປີທີ 5 ມີ 144 ຄົນ,ຍິງ 97 ຄົນ;ມັດ ທະຍົມຕົ້ນປີ 4 ມີ 211 ຄົນ,ຍິງ 129 ຄົນ ແລະ ມັດທະ
ຍົມປາຍ ປີ 7 ມີ 140 ຄົນ,ຍິງ 71 ຄົນ.ວິຊາ ທີ່ໄດ້ສອບເສັງມີຄະນິດສາດ, ເຄມີສາດ,ຟີຊິກສາດ ແລະ ພາສາ ລາວ-ວັນນະ ຄະດີສຳລັບຊັ້ນມັດ
ທະຍົມປີ 4 ແລະ ມ.7; ວິຊາຄະນິດ ສາດ,ພາສາລາວ ແລະ ໂລກ ອ້ອມໂຕ ສຳລັບຊັ້ນປະຖົມປີທີ 5.
ຈາກການສອບເສັງຄັດ ເລືອກຕົວຈິງ,ຜົນການຕັດສິນໂດຍ
ຄະນະກຳມະການບັ້ນສອບເສັງນັກຮຽນເກັ່ງຂັ້ນນະ ຄອນ ຫຼວງວຽງຈັນ ຊັ້ນ ມ.7, ວິຊາ:ຄະນິດ ສາດ
ໄດ້ແກ່ນາງ ແອນ້ອຍ ຕັນວາ ນິດຈາກ ມສ ວຽງຈັນ,ວິຊາພາ ສາລາວ-ວັນນະຄະດີ ໄດ້ແກ່ທ້າວ ວິລະສັກ
ບຸດຈັນທະລາດ ຈາກ ມສ ມິດຕະພາບລາວ-ຫວຽດ ນາມ, ຟີຊິກສາດ ໄດ້ແກ່ ນາງ ສຸມິດຕາ ພິຈິດ ຈາກ ມສ
ວຽງ ຈັນ ແລະ ເຄມີສາດ ໄດ້ແກ່ທ້າວ ພອນປະເສີດ ອິນທະວົງ ຈາກ ມສ ສົດທະນີ.ອັນດັບທີ່ໜຶ່ງ ຊັ້ນ
ມ.4 ວິຊາ ພາສາລາວ-ວັນນະຄະດີ ໄດ້ ແກ່ນາງ ສຸກສະຫວັນ ບຸນພັກດີ ຈາກ ມສ ກ້າວໜ້າ,ວິຊາຄະນິດ
ສາດ ໄດ້ແກ່ນາງ ພອນມະນີ ມະ ນີພັນ ຈາກ ມສ ນິຣະດາ,ວິຊາເຄ ມີສາດ ໄດ້ແກ່ທ້າວ ເກດວິບູນ ສຸວິ
ມົນ ຈາກ ມສ ມິດຕະພາບລາວ - ຫວຽດນາມ ແລະ ວິຊາຟີຊິກ ສາດໄດ້ແກ່ທ້າວ ວິຊຸນນະລາດ ພິຈິດ ຈາກ
ມສ ວຽງຈັນ.ອັນດັບ ທີໜຶ່ງຊັ້ນປະຖົມປີທີ 5 ວິຊາພາ ສາລາວ ໄດ້ແກ່ນາງ ພອນວິໄລ ຄຳທອງ ຈາກໂຮງ
ຮຽນປະຖົມ ສັນທະລັກ,ວິຊາຄະນິດສາດ ໄດ້ ແກ່ທ້າວ ພອນປະເສີດ ມອນມະນີ ຈາກໂຮງຮຽນປະຖົມວົງຄຳສີ
ແລະ ວິຊາໂລກອ້ອມໂຕ ໄດ້ແກ່ນາງ ພອນ ສອນມີໄຊ ຈາກໂຮງຮຽນປະຖົມທົ່ງກາງໂດຍ ນັກຮຽນ ເກັ່ງທີ່ກ່າວມານັ້
ແມ່ນກຽມສົ່ງ ເຂົ້າແຂ່ງຂັນໃນຂັ້ນລະດັບຊາດທີ່ຈະມີຂຶ້ນໃນມໍ່ໆນີ້.
No comments:
Post a Comment