MMG LXML Sepon ແມ່ນບໍລິສັດຂຸດຄົ້ນ ແລະ
ຜະລິດແຮ່ຄຳ-ທອງຢູ່ແຂວງສະຫວັນນະເຂດ ແລະ ພວມສືບຕໍ່ປະ ກອບສ່ວນອັນສຳຄັນໃຫ້ແກ່ເສດຖະ ກິດຂອງ
ສປປ ລາວ. ບໍ່ຄຳເຊໂປນແມ່ນໜຶ່ງໃນຜູ້ຈ້າງແຮງງານທີ່ໃຫຍ່ຢູ່ລາວ ແລະ ມີຄວາມມຸ່ງໝັ້ນໃນການພັດທະນາບັນດາຜູ້ຊ່ຽວຊານລາວຂອງອຸດສາຫະກຳບໍ່ແຮ່ຮຸ່ນຕໍ່ໄປ.
ບໍ່ຄຳ-ທອງເຊໂປນໄດ້ລົງທຶນທີ່ສຳຄັນເຂົ້າໃນການພັດທະນາບຸກຄະລາກອນຜ່ານການສຶກສາ
ແລະ ການເຝິກອົບຮົມພ້ອມທັງປະກອບສ່ວນເຂົ້າໃນເປົ້າໝາຍການຫລຸດຜ່ອນຄວາມທຸກຍາກຂອງລັດຖະບານ
ໂດຍສະເພາະໃນບັນດາທ້ອງຖິ່ນທີ່ຢູ່ໃກ້ເຂດບໍ່ແຮ່.
ເພື່ອປະກອບສ່ວນລາຍຮັບໂດຍກົງໃຫ້ແກ່ລັດຖະບານນັ້ນ,ໃນວັນທີ
28 ມີນາແລ້ວນີ້,ບໍ່ຄຳ-ທອງເຊໂປນໄດ້ຈ່າຍເງິນອາກອນກຳໄລເທື່ອສຸດທ້າຍໃນມູນຄ່າຫລາຍກວ່າ113ລ້ານໂດລາສະຫະລັດ
ສຳລັບລາຍຮັບປະຈຳປີ 2012.
ເມື່ອບວກກັບການຈ່າຍອາ ກອນມູນຄ່າເພີ່ມໃຫ້ລັດຖະບານລາວ
ໂດຍຜ່ານຜູ້ສະໜອງຂອງທ້ອງຖິ່ນແລ້ວຈຳນວນລວມຂອງອາກອນກຳໄລທັງໝົດຂອງປີ
2012 ທີ່ໄດ້ຈ່າຍໃຫ້ລັດຖະບານລາວແມ່ນ 120 ກວ່າລ້ານໂດລາສະຫະລັດ.
ນອກຈາກນີ້, ບໍລິສັດໄດ້ມອບເງິນປັນຜົນທັງໝົດ
28,5 ລ້ານໂດລາສະຫະລັດຂອງລາຍຮັບປະ ຈຳປີ 2012 ໃຫ້ແກ່ລັດ ຖະບານກ່ອນໜ້ານີ້ແລ້ວໂດຍລັດຖະບານລາວຖືຮຸ້ນ
10% ໃນບໍລິສັດລ້ານຊ້າງມີເນໂຣນສ໌ລິມິເຕັດ ແລະ ພາຍຫລັງການຈ່າຍເງິນຄ່າພາກຫລວງໃນເດືອນພຶດສະພາ
ໃນຕໍ່ ໜ້ານີ້,ລາຍຮັບໂດຍກົງທີ່ລັດຖະ ບານຈະໄດ້ຮັບຈາກບໍ່ຄຳເຊໂປນຈະບັນລຸເຖິງ
1 ຕື້ໂດລາສະຫະ ລັດ.
ໃນປີ 2012,ບໍ່ຄຳ-ທອງເຊໂປນໄດ້ບັນລຸສະຖິຕິໃໝ່ຂອງການຜະ
ລິດທອງໄດ້ 86,295 ໂຕນ ເຊິ່ງເພີ່ມຂຶ້ນ 9% ຈາກປີຜ່ານມາ.
ອີງຕາມຂໍ້ມູນຈາກສະພາບໍ່ແຮ່ ແລະ ໂລຫະສາກົນ
ແຈ້ງໃຫ້ຮູ້ວ່າ: ການຂຸດຄົ້ນແຮ່ຂະໜາດໃຫຍ່ຢູ່ ສປປ ລາວ ຄາດວ່າຈະປະກອບ ສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນໄດ້ປະມານ
10% ໃນ 12 ປີຕໍ່ໜ້າ. ບໍ່ຄຳ-ທອງເຊໂປນແມ່ນສ່ວນໜຶ່ງທີ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ
ແລະ ສັງຄົມຂອງລາວ.
No comments:
Post a Comment