ຫົວໜ້າລັດວິສາຫະກິດນ້ຳປະ ປາແຂວງຫລວງພະບາງ
ໄດ້ເປີດເຜີຍໃຫ້ຮູ້ວ່າ: ຈາກບົດຮຽນທີ່ປະ ສົບໃນໄລຍະບຸນປີໃໝ່ລາວຂອງຫລາຍປີຜ່ານມາ
ເນື່ອງຈາກສັງ ຄົມຕ້ອງໄດ້ໃຊ້ນ້ຳຫລາຍເພື່ອຫົດ ສົງກັນ ແລະ ສ່ວນໜຶ່ງກໍເນື່ອງຈາກວ່າໄລຍະນີ້ເປັນໄລຍະູຮ້ອນ,
ຜູ້ເຂົ້າມາທ່ຽວຊົມຫລວງພະບາງກໍຫລາຍຂຶ້ນ ໂດຍສະເພາະແມ່ນໃນເທສະການເມືອງຫລວງພະບາງ
ຈຶ່ງເຮັດໃຫ້ມີການນຳໃຊ້ນ້ຳເພີ່ມຂຶ້ນຫລາຍ ແລະ ໃນຂະນະນັ້ນ, ການຜະລິດຂອງນ້ຳປະປາພັດຍັງຢູ່ລະດັບເກົ່າ
ຈຶ່ງເປັນສາເຫດເຮັດໃຫ້ການຂາດເຂີນນ້ຳໃນໄລຍະນີ້ແມ່ນມີຫລາຍ. ດັ່ງນັ້ນ ເພື່ອສາມາດຮັບມືກັບສະພາບດັ່ງກ່າວ,
ລັດວິສາຫະກິດນ້ຳປະປາຫລວງພະບາງຈຶ່ງໄດ້ກະກຽມລົດນ້ຳໄວ້ຈຳ ນວນໜຶ່ງ ເພື່ອຈະເຮັດໜ້າທີ່ຮັບສົ່ງນ້ຳໃຫ້ເຂດໃດທີ່ເກີດການຂາດເຂີນ
ເປັນຕົ້ນປະຊາຊົນທີ່ອາໄສຢູ່ເຂດສູງ ແລະ ເຂດຊານເມືອງ ໃຫ້ເຂົາເຈົ້າໄດ້ມີນ້ຳໃຊ້ພຽງພໍ.
ປັດຈຸບັນ ຢູ່ຫລວງພະບາງມີໂຮງງານຜະລິດ ແລະ
ສະໜອງນ້ຳປະປາ 3 ແຫ່ງ ຄືຈາກແຫລ່ງ ນ້ຳພູພຶງ, ນ້ຳຄານ ແລະ ນ້ຳ ຂອງ, ໃນນັ້ນ ສະເພາະໂຮງງານຜະລິດນ້ຳປະປານ້ຳຄານ
ແລະ ນ້ຳຂອງມີຄວາມອາດສາມາດຜະ ລິດນ້ຳໄດ້ 22.000 ແມັດກ້ອນຕໍ່ມື້, ສ່ວນກຳລັງການຜະລິດຂອງໂຮງງານຈາກແຫລ່ງນ້ຳພູພຶງຜະ
ລິດໄດ້ 7.000 ແມັດກ້ອນຕໍ່ມື້ ໃນລະດູແລ້ງ, ສ່ວນລະດູຝົນຜະລິດໄດ້ 15.000 ແມັດກ້ອນຕໍ່ມື້.
ຈາກສະພາບດັ່ງກ່າວ, ຜູ້ຮັບຜິດຊອບນ້ຳປະປາຂອງຫລວງພະບາງຈຶ່ງຮຽກຮ້ອງ
ປະຊາຊົນໃຫ້ຊ່ວຍກັນປະຢັດນ້ຳ
ເຊິ່ງບໍ່ຄວນຈະເອົານ້ຳປະປາໄປລ້າງລົດ, ຫົດຜັກແລະ ອື່ນໆ ທີ່ເຫັນວ່າເປັນການຟຸມເຟືອຍ.
ແຕ່ເຖິງຢ່າງໃດ ໃນຕໍ່ໜ້ານີ້, ນ້ຳປະປາຫລວງພະບາງຈະຕ້ອງໄດ້ຊື້ນ້ຳຈາກບໍລິສັດເອເຊຍນ້ຳປະປາຫລວງພະບາງຕື່ມອີກ
5.000 ແມັດກ້ອນຕໍ່ມື້ ເພື່ອນຳມາສະໜອງໃຫ້ເຂດບ້ານຈັດສັນໃໝ່ ແລະ ສ່ວນໜຶ່ງຂອງຕົວເມືອງຫລວງພະບາງ.
ພ້ອມນັ້ນ ກໍຈະໄດ້ຂະຫຍາຍໄປສູ່ເຂດປາກເຊືອງ ແລະ ເຂດຂົວນ້ຳຄານໃໝ່ຕື່ມອີກ.
ປັດຈຸບັນ, ລັດວິສາຫະກິດນ້ຳປະປາແຂວງຫລວງພະບາງ
ສາມາດຂະຫຍາຍສາຂາຂອງຕົນໄປສູ່ 4 ເມືອງ ໄດ້ສຳເລັດຜົນ ຄືເມືອງນານ, ຊຽງເງິນ,
ນ້ຳບາກ, ເມືອງງອຍ ແລະ ກໍພວມກໍ່ສ້າງສາໃໝ່ຢູ່ເມືອງໂພນໄຊຕື່ມອີກ.
No comments:
Post a Comment