Ad

Ad

10 April 2013

ສາທາຈະເລັ່ງປະຕິບັດນະໂຍບາຍປິ່ນປົວເດັກລຸ່ມ 5 ປິ ບໍ່ເສຍຄ່າ ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ



    ທ່ານ ສຈ. ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະ ຊວງ​ສາທາລະນະ​ສຸກ ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດຖະບານປະຈຳ 6 ເດືອນ ຕົ້ນ ສົກປີ 2012-2013 ​ເຊິ່ງ​ຈັດ​ຂຶ້ນ​ແຕ່ ວັນທີ 8-11 ເມສານີ້ ຢູ່ຫ້ອງປະ ຊຸມລັດຖະບານ ​ໂດຍ​ທ່ານ​ໄດ້​ໃຫ້​ຮູ້​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍ ບາຍການ​ເກີດ​ລູກ​ ​ແລະ ການ​ປິ່ນ ປົວ​ເດັກນ້ອຍ​ອາຍຸ​ລຸ່ມ 5 ປີ ​ໂດຍ​ບໍ່​ເສຍ​ຄ່າ ເຊິ່ງ​ເປັນ​ນະ​ໂຍບາຍ​ໜຶ່ງ​ທີ່​ມີ​ປະສິດທິ​ຜົນ ​ໂດຍ​ໄດ້​ປະຕິບັດ​ຢູ່​ຫລາຍ​ທ້ອງ​ຖິ່ນ ​ແລະ ຈະ​ຂະ​ຫຍາຍ​ໄປ​​ທົ່ວ​ປະ​ເທດ. ທັງ​ນີ້ກໍ​ເພື່ອ​ເປັນ​ການ​ຮັບປະກັນ​ ​​ເຮັດ​ໃຫ້​ອັດຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກຫລຸດ​ລົງ​ເປັນ​ກ້າວໆ.
       ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ຍັງ​ໃຫ້​ຮູ້​ອີກ​ວ່າ: ​ປະຕິບັດ​ຕາມມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ, ຂະ​ແໜງ​ສາທາລະນະ​ສຸກໄດ້ຜັນຂະ ຫຍາຍ​ມະຕິ​ດັ່ງກ່າວ ທາງ​ສາທາ ລະນະ​ສຸກ ​ໂດຍ​ສືບຕໍ່​ຖື​ເອົາ​ການ​ກັນ​ພະຍາດ ​ແລະ ສົ່ງ​ເສີມ​ສຸຂະ ພາບ​ເປັນຕົ້ນ​ຕໍ, ຖື​ເອົາ​ການ​ປິ່ນ ປົວ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ຂະ ຫຍາຍ​ຕາໜ່າງສາທາລະນະ​ສຸກ​ໃຫ້​ທົ່ວ​ເຖິງເປັນ​ສຳຄັນ, ​ໃນ​ນັ້ນ ໄດ້​ເອົາ​ໃຈ​ໃສ່ 4 ບຸກທະລຸ ເພື່ອ​ໃຫ້​ບັນລຸ​​ເປົ້າ​ໝາຍ​ສະຫັດ​ສະ​ວັດ​​ການ​ພັດທະນາ​ໃນ​ປີ 2015 ​ແລະ ປະ ກອບສ່ວນ​ແກ້​ໄຂ​ຄວາມທຸກ​ຍາກ,​ ນຳພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ປະ​ເທດ​ດ້ອຍ​ພັດ ທະນາ​ໃນ​ປີ 2020. ຕໍ່​ສະພາບ​ດັ່ງ ກ່າວ, ຂະ​ແໜງ​ສາທາລະນະ​ສຸກ ໄດ້​ວາງ​ຍຸດ​ທະ​ສາດ​ປະຕິ​ຮູບ​ສາ ທາລະນະ​ສຸກ, ​ໃນ​ນັ້ນ ວຽກງານ​ແມ່ ​ແລະ ເດັກ​ເປັນ​ບັນຫາ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃນ​ການ​ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ ​ເດັກໃຫ້​ໄດ້​ນັ້ນ, ຍັງ​
ມີ​ຫລາຍ​ບັນຫາ​ທີ່​ຈະຕ້ອງ​ໄດ້​ປະຕິບັດ ​ເປັນຕົ້ນ​​ເພີ່ມ​ຈຳນວນຜູ້​ຊ່ວຍການ​ເກີດ​ລູກ​ທີ່​ຊຳນານ, ຢູ່​ທຸກ​ສຸກສາລາ​ໃຫ້​ມີ​ຜູ້​ຊ່ວຍ​ຜະດຸ​ງ ຄັນ​ຢ່າງ​ໜ້ອຍ 50% ຂອງ​ກໍລະນີ. ສ່ວນ​ກອງ​ທຶນຜູ້ທຸກ​ຍາກ ​ລວມທັງ​ນະ​ໂຍບາຍ​ການ​ເກີດ​ລູກ​ບໍ່​ເສຍ​ຄ່ານັ້ນ ຈະ​​ໄດ້ພະ ຍາ ຍາມ​ໃຫ້​ປະຊາຊົນ​​ໄດ້ເຂົ້າ ຮ່ວມ ​ແລະ ມາ​ເກີດ​ລູກ​ຢູ່​ໂຮງໝໍ ຫລື​ ສຸກສາລາໂດ​ຍບໍ່​ໄດ້​ເສຍ​ຄ່າ ທັງ​ນີ້ເພື່ອຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ແມ່ ​ແລະ ​ເດັກລົງ​ເທື່ອ​ລະ​ກ້າວ.
     ທ່ານ​ຍັງ​ກ່າວ​ອີກ​ວ່າ: ​ໄປ​ຄຽງ​ ຄູ່​ກັບ​ນະ​ໂຍບາຍ​ດັ່ງກ່າວ​ນັ້ນ, ຂະ​ແໜງ​ສາ​ທາລະນະ​ສຸກ​ກໍ​ມີ​ແຜນ ການ​ຂະຫຍາຍ​ຄັງ​ປະກັນ​ສຸຂະ ພາບ ​ໂດຍ​ຈະ​ລວມ​ເອົາ​ຄັງ​ປະກັນ​ສຸຂະພາບ​ຕ່າງ​ໆ ມາ​ລວມຢູ່ຄັງ​ປະກັນ​ສຸຂະພາບ​ແຫ່ງ​ຊາດ​ເປັນ ອັນ​ດຽວ​ກັນ ​ໃນ​ນີ້ ປະກອບ​ມີ ການ​ປະກັນ​ສຸຂະພາບ​ພາກ​ລັດຖະ ກອນ​, ພາກ​ວິ​ສາ​ຫະກິດ ​ແລະ ປະ ກັນ​ສຸຂະພາບສຳລັບ​ປະຊາຊົນ​ທົ່ວ​ໄປ.

No comments:

Post a Comment