Ad

Ad

10 April 2013

ຈະແກ້ໄຂສະພາບນັກສຶກສາຮຽນຈົບມາຍັງບໍ່ມີວຽກເຮັດງານທຳ ໄດ້ແນວໃດ ?



     ໄພຫວ່າງວຽກແມ່ນປາກົດ ການຫຍໍ້ທໍ້ໜຶ່ງຂອງສັງຄົມທີ່ມີ ທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຊິ່ງ ບັນຫາດັ່ງກ່າວພວມເປັນໂຈດ ສຳຄັນທີ່ຕ້ອງການໃຫ້ພາກ ລັດຊອກຫາວີທີແກ້ໄຂຢ່າງຈິງຈັງ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ ນັກສຶກສາຮຽນຈົບມາເປັນຈຳ ນວນ ຫລາຍໃນແຕ່ລະປີ, ແຕ່ຍັງບໍ່​ມີ​ວຽກ​ເຮັດ​ງານ​ທຳ. ຂະນະທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມຊີ້ບໍ່ແມ່ນຄວາມຮັບ ຜິດຊອບຝ່າຍດຽວແຕ່ແມ່ນບັນຫາລວມທີ່ຫລາຍຂະແໜງຕ້ອງມີສ່ວນຮ່ວມແກ້ໄຂ.
        ກະຊວງແຮງງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີຄວາມພະຍາຍາມໃນການແກ້ໄຂຊອກຫາວຽກເຮັດ ງານທຳໃຫ້ນັກຮຽນ-ນັກສຶກສາ​ເຫລົ່າ ນັ້ນຢ່າງຕໍ່ເນື່ອງ, ​ແຕ່ບັນຫາດັ່ງ ກ່າວຍັງແມ່ນບັນຫາລວມທີ່ຕິດ ພັນກັບຫລາຍພາກ ສ່ວນ ແລະ ຫລາຍຂະແໜງການຕ້ອງ​ໄດ້​ຮ່ວມ​ກັນ​ແກ້​ໄຂ ​ແລະ ຄຽງ​ຄູ່​ກັນ ນັ້ນ ກໍ​ຍັງເຫັນວ່າບັນຫາ​ຕົ້ນຕໍ​ແມ່ນ​ມາຈາກຄ່າ ນິ ຍົມຂອງຊາວໜຸ່ມນັກຮຽນນັກສຶກສາທີ່ຕ້ອການຮຽນລະດັບຊັ້ນສູງ ແລະ ມະ ຫາວິທະຍາໄລຫລາຍ​ກວ່າ ໂດຍສະເພາະແມ່ນ ຂະແໜງບໍລິຫານ ທຸລະກິດ ແລະ ການເງິນ ເຊິ່ງ ທຽບໃສ່ຄວາມຕ້ອງການຕົວຈິງ ຂອງຕະຫລາດແຮງງານແມ່ນມີໜ້ອຍ ​ແລະ ກົງກັນຂ້າມພັດບໍ່ມີຜູ້ຕ້ອງການຮຽນໃນສາຍອາຊີວະ ສຶກສາ ແລະ ວິຊາຊີບ ເຊິ່ງເປັນ ວຽກທີ່ມີຄວາມຕ້ອງການໃນຕະ ຫລາດ ແຮງງານເປັນຈຳນວນຫລວງຫລາຍໃນປັດຈຸບັນ. ພ້ອມ ກັນນັ້ນ, ບາງສະຖາບັນການ​ສຶກ ສາ ພັດສ້າງກຳລັງແຮງງານບໍ່ໄປ ຕາມຄວາມຕ້ອງການຂອງຕະຫລາດແຮງງານ, ການລົງທຶນໃສ່ວຽກອາຊີວະສຶກສາ ແລະ ວິ ຊາຊີບ ແມ່ນມີຈຳນວນຈຳກັດ ເນື່ອງຈາກຕ້ອງໄດ້ລົງທຶນເປັນຈຳນວນຫລາຍສຳລັບການຈັດຊື້ອຸປະກອນ ແລະ ເຄື່ອງຈັກຮັບໃຊ້ການສິດສອນອັນນີ້ຈຶ່ງ ເປັນສາເຫດໃຫ້ຜູ້ທີ່ຮຽນຈົບມາໃນສາຂາ ອາຊີບຈຳນວນ​ໜຶ່ງບໍ່ສາມາດ ຊອກວຽກເຮັດງານທຳໄດ້.

No comments:

Post a Comment