ວັນທີ 9 ເມສານີ້ ຢູ່ນະຄອນ ຫລວງວຽງຈັນ,
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຫາລືກ່ຽວກັບມາດຕະການເຝົ້າລະວັງການ
ລະບາດຂອງພະຍາດໄຂ້ຫວັດສັດປີກສາຍພັນໃໝ່ທີ່ພວມລະບາດຢູ່ ສປ ຈີນ ໃນປັດຈຸບັນໂດຍການເຂົ້າຮ່ວມຂອງອົງການຕ່າງໆທີ່ກ່ຽວຂ້ອງພາຍໃຕ້ການເປັນປະທານຂອງທ່ານ
ດຣ. ບຸນຫລາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ.
ທ່ານດຣ. ດາເປັງ ນັກລະບາດວິທະຍາ ໜ່ວຍງານເຝົ້າລະວັງ
ແລະ ຕອບໂຕ້ພະຍາດທີ່ກັບຄືນມາເກີດໃໝ່ ອົງການອະນາໄມໂລກ ໄດ້ອະທິບາຍເຖິງໄຂ້ຫວັດສັດປີກສາຍພັນໃໝ່ວ່າ:
ການລະ ບາດຂອງໄຂ້ຫວັດສັດປີກສາຍພັນໃໝ່ (H7N9) ໃນປັດຈຸບັນ ແມ່ນລະບາດຢູ່ປະເທດຈີນ.
ມາຮອດວັນທີ 8 ເມສານີ້ ພົບຄົນຕິດ ພະຍາດດັ່ງກ່າວແລ້ວຢູ່ ສປ ຈີນ ຈຳນວນ 24 ຄົນ
ໂດຍສະເພາະຢູ່ 4 ແຂວງພາກເໜືອຂອງຈີນ, ເສຍຊີວິດແລ້ວ 7 ຄົນ, ທຸກກໍລະນີຕິດເຊື້ອພະຍາດມີອາການຊຶມເຊື້ອ
ປອດ ແລະ ລະບົບຫາຍໃຈ. ຕໍ່ບັນຫາດັ່ງກ່າວ ທົ່ວໂລກໄດ້ໃຫ້ຄວາມສົນໃຈຫລາຍ. ໃນກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບວິທີເຝົ້າລະວັງພະຍາດດັ່ງ
ກ່າວ ຄືໃຫ້ໜ່ວຍງານເຝົ້າລະວັງເພີ່ມທະວີການເຝົ້າລະວັງ, ຕ້ອງເຮັດວຽກເຝົ້າລະວັງເປັນວຽກປະຈຳທຸກເມື່ອທຸກຍາມ,
ສິ່ງສຳ ຄັນແມ່ນໃຫ້ທຸກຄົນເອົາໃຈໃສ່ພື້ນ ຖານການອະນາໄມ ໂດຍສະເພາະແມ່ນການລ້າງມືເວລາຈັບສິ່ງເປິະເປື້ອນຕ່າງໆ
ເພາະສິ່ງເຫລົ່ານີ້ມັນອາດເຮັດ
ໃຫ້ຕິດເຊື້ອ ພະຍາດໄດ້, ຮອງລົງມາແມ່ນການຫລີກເວັ້ນການສຳຜັດສັດປີກ.
ນອກຈາກນັ້ນ, ໜ່ວຍກວດ ກາຕະຫລາດສົດຕ້ອງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບການມອບໝາຍ.
ພ້ອມນັ້ນ ຍັງຈະມີການເຝິກອົບຮົມໃຫ້ແຂວງຕ່າງໆໃນຂອບເຂດທົ່ວປະເທດໃຫ້ຮູ້ເຖິງການເຝົ້າລະວັງການ
ລະບາດຂອງພະຍາດດັ່ງກ່າວ ແລະ ອົງການທີ່ກ່ຽວ ຂ້ອງຕ້ອງລົງຕິດຕາມສັດປີກຢູ່ແຕ່ລະເຂດ
ແລະ ບຸກຄົນກໍໃຫ້ຕິດ ຕາມສັດປີກຂອງຕົນເອງເຊັ່ນດຽວກັນ, ຖ້າເຫັນມີສະພາບຜິດປົກກະຕິຕ້ອງຮີບຮ້ອນລາຍງານເຈົ້າໜ້າທີ່ກ່ຽວ
ຂ້ອງ ເພື່ອມີມາດຕະການແກ້ໄຂໃຫ້ທັນເວລາ ແລະ ສິ່ງສຳຄັນອີກອັນໜຶ່ງ ແມ່ນໃຫ້ຕິດຕາມຂໍ້ມູນຂ່າວສານຢ່າງເປັນປະຈຳ
ໂດຍສະເພາະທາງໂທລະພາບ, ອິນເຕີເນັດ, ເວັບໄຊຕ່າງໆ ເພື່ອໃຫ້ທັນກັບເຫດການ.
ນອກຈາກປະເທດເຮົາແລ້ວ, ບັນດາປະເທດທີ່ຢູ່ໃກ້ຄຽງເຊັ່ນ: ໄທ, ກຳປູເຈຍ ແລະ ຫວຽດນາມ
ກໍມີການເຝົ້າລະວັງພະຍາດດັ່ງກ່າວເຊັ່ນດຽວກັນ.
No comments:
Post a Comment