ໃນວັນທີ 8 ເມສາ ນີ້ ຢູ່ສູນການຄ້າລາວໄອເຕັກ
ນະຄອນຫຼວງວຽງຈັນ, ທະນາຄານພັດທະນາລາວ ໄດ້ຈັດພິທີສະເຫຼີມສະ ຫຼອງວັນສ້າງຕັ້ງທະນາຄານຂອງຕົນຄົບຮອບ
10 ປີ ພ້ອມທັງເປີດນຳໃຊ້ລະບົບ ໂມບາຍແບງຄິງ ແລະ ບັດ VISA ເພື່ອຕອບສະ ໜອງການບໍລິການລູກຄ້າໃຫ້ສະ
ດວກວ່ອງໄວ ແລະ ທົ່ວເຖີງ ໂດຍການເຂົ້າຮ່ວມຂອງທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາ
ຄານແຫ່ງ ສປປ ລາວ.
ທ່ານ ບົວລຽນ ພົມມະວົງ ສາ ຜູ້ອຳນວຍການໃຫຍ່ທະນາ
ຄານພັດທະນາລາວ ໃຫ້ຮູ້ວ່າ: ທະນາຄານພັດທະນາລາວ ແມ່ນທະນາຄານທຸລະກິດຂອງລັດແຫ່ງ ໜຶ່ງສ້າງຕັ້ງຂຶ້ນເມື່ອວັນທີ
20 ມີນາ 2003 ໂດຍການໂຮມກັນຂອງ 2 ທະນາຄານທຸລະກິດລັດຄື ທະນາຄານລ້ານຊ້າງຈຳກັດ
ແລະ ທະນາຄານລາວໃໝ່ຈຳກັດ ໃນເມື່ອກ່ອນ ແລະ ມາຮອດວັນທີ 9 ເມສາ 2003 ຈຶ່ງໄດ້ເລີ່ມເປີດໃຫ້ບລິການສັງຄົມຢ່າງເປັນທາງການ.
ທະນາຄານພັດທະນາລາວ ໄດ້ດຳເນີນພາລະບົດບາດຂອງຕົນໃນການບໍລິການການເງິນ,ເງິນຝາກ,ສິນເຊື່ອ
ແລະ ການຊຳລະສະສາງຢູ່ພາຍໃນ ແລະ ຕ່າງປະເທດຕໍ່ບັນດາຫົວໜ່ວຍເສດຖະ ກິດ, ອົງການຈັດຕັ້ງຕ່າງໆ
ແລະ ບຸກຄົນທົ່ວໄປໂດຍມີເປົ້າ ໝາຍເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດຳເນີນການຜະລິດ-ທຸລະກິດ
ແລະ ຜູ້ມາໃຊ້ບໍລິການອື່ນໆ
ຂອງທະນາຄານ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນນະໂຍບາຍເສດຖະກິດ-ເງິນຕາຂອງລັດຖະບານແຕ່ລະໄລຍະໄດ້ເປັນຢ່າງດີ.
ຜູ້ອຳນວຍການໃຫຍ່ທະນາ ຄານດັ່ງກ່າວເວົ້າວ່າ:ຕະຫຼອດໄລຍະ
10 ປີຜ່ານມາ,ທະນາຄານພວກເຮົາມີການເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງນັບທັງປະລິມານ
ແລະ ຄຸນນະພາບ ເມື່ອສົມທຽບລະຫວ່າງ ປີ 2003 ສະແດງອອກດ້ານກົງຈັກການ ຈັດຕັ້ງ ເພີ່ມຂຶ້ນຈາກ
7 ພະແນກມາເປັນ 11 ພະແນກ,ໜ່ວຍບໍລິການເພີ່ມຂຶ້ນ 48%, ໜວ່ຍແລກປ່ຽນ ຈາກ 16 ແຫ່ງມາເປັນ
22 ແຫ່ງເພີ່ມຂຶ້ນ 27%, ຊັບສິນທັງໝົດ ເພີ່ມຂຶ້ນ 564,6% ສະເລ່ຍຕໍ່ປີເພີ່ມຂຶ້ນ
56,4%, ແຫຼ່ງທຶນເພີ່ມຂຶ້ນ 500% ສະເລ່ຍຕໍ່ປີເພີ່ມຂຶ້ນ 50%, ຍອດສິນເຊື່ອທັງໝົດເພີ່ມຂຶ້ນ
ຫຼາຍກວ່າ 2.234% ສະເລ່ຍຕໍ່ປີເພີ່ມຂຶ້ນ 223,4% ສະເພາະຍອດສິນເຊື່ອຂອງວິສາຫະກິດຂະ
ໜາດກາງ ແລະ ຂະໜາດນ້ອຍ ເພີ່ມຂຶ້ນ 79%.ຂະນະດຽວກັນຍັງມີຜະລິດຕະພັນການບໍລິການຕ່າງໆກໍໄດ້ຮັບການພັດທະນາໃຫ້ເປັນທັນສະໄໝເທື່ອລະກ້າວໂດຍການປ່ຽນລະບົບຈາກ
Bank 2000 ມາເປັນ Core Banking ຊຶ່ງປັດຈຸບັນສາມາດ Online ໄດ້ທົ່ວປະເທດ, ເປັນທະນາຄານແຫ່ງທຳອິດຂອງ
ສປປ ລາວ ທີ່ໃຊ້ລະບົບ Mobile Banking ໃນຮູບແບບ Mcmmerce ຊຶ່ງສາມາດໂອນເງິນເຂົ້າບັນຊີເພື່ອສຳລະສະສາງພາຍໃນເຄືອຂ່າຍທະ
ນາ ຄານພັດທະນາລາວໃນທົ່ວປະເທດ, ຊຳລະຄ່າໄຟຟ້າ,ໂທລະສັບຕັ້ງໂຕະ, ມືຖືລາຍເດືອນ,
ອິນເຕີເນັດ, ເບິ່ງອັດຕາແລກ ປ່ຽນເງິນຕາຕ່າງປະເທດ,ຕິດຕັ້ງການຊື້-ຂາຍຮຸ້ນລາວ,ຊື້ບັດຕື່ມເງິນໄດ້ໂດຍກົງຂອງເຄືອຂ່າຍ
ETL, LTC, Beeline.ນອກນັ້ນຍັງບໍລິການກວດເບິ່ງການເຄື່ອນໄຫວບັນຊີ ຕະຫຼອດ 24 ຊົ່ວໂມງ,
ເຮັດທຸລະກຳຕ່າງໆຜ່ານຕຸ້ ATM ແລະ ຜ່ານເຄື່ອງຮູດບັດ EDC ແລະ ນອກຈາກການດຳເນີນທຸລະກິດທະນາຄານແລ້ວ,ທະນາຄານພັດທະນາລາວຍັງໄດ້ລົງທຶນຮ່ວມກັບບໍລິສັດຮຸ້ນສ່ວນໄປສະນີໂທ
ລະຄົມຫວຽດນາມ ເພື່ອສ້າງຕັ້ງ ບໍລິສັດລ້ານຊ້າງປະກັນໄພ ແລະ ໄດ້ລົງທຶນຮ່ວມກັບບໍລິສັດຫຼັກຊັບ
ຊາຄອມແບງ ສສ ຫວຽດນາມ ເພື່ອສ້າງຕັ້ງບໍລິສັດຫຼັກຊັບລ້ານຊ້າງມະຫາຊົນອີກດ້ວຍ.
No comments:
Post a Comment