Ad

Ad

10 April 2013

ເຊັນສັນຍາແລກປ່ຽນການໂອນເງິນລະຫວ່າງໄປສະນີລາວແລະກຳປູເຈຍ



          ພິທີເຊັນສັນຍາການຮ່ວມ ມືກັນລະຫວ່າງລັດວິສາຫະກິດ ໄປສະນີ ສປປ ລາວ ແລະຣາຊະອານາຈັກກຳປູເຈຍໄດ້້ ມີຂຶ້ນຢູ່ ແຂວງຈຳປາສັກໃນວັນທີ 6 ເມ ສານີ້ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຈັນ ສີຣິປະພັນ ຮອງຜູ້ອຳນວຍການລັດວິສາ ຫະກິດໄປ ສະນີລາວ ແລະ ທ່ານ ອອກ ໂບ ຣາ ຜູ້ອຳນວຍການລັດວິສາ ຫະ ກິດໄປ ສະນີກຳປູເຈຍພ້ອມດ້ວຍແຂກຂັ້ນສູງຈາກສອງປະເທດລາວ ແລະ ກຳປູເຈຍເຂົ້າ ຮ່ວມເປັນສັກຂີພະຍານນຳດ້ວຍ.
      ຮອງອຳນວຍການລັດ ວິສາຫະກິດໄປສະນີລາວໄດ້ມີຄຳ ເຫັນຕໍ່ພິທີວ່າ:ໃນຕົ້ນປີ 2013, ກະຊວງໄປສະນີໂທລະຄົມ ແລະ ສື່ ສານຂອງລາວ ແລະ ກະຊວງໄປ ສະນີຣາຊະອານາຈັກກຳ ປູເຈຍ ໄດ້ເປີດກອງປະ ຊຸມຮ່ວມກັນ ໂດຍມີການເຊັນ ບົດບັນທຶກການຮ່ມມືລະຫວ່າງໄປສະນີຂອງ ສອງປະເທດເພື່ອແນໃສ່ຮ່ວມກັນພັດທະ ນາລະ ບົບໄປສະນີຂອງຕົນໃຫ້ ກ້າວໜ້າ ແລະ ທັນສະໄໝ. ດັ່ງນັ້ນ, ການຮ່ວມລົງນາມລະຫວ່າງສອງລັດວິສາຫະກິດໄປສະນີດັ່ງ ກ່າວ ກໍເພື່ອເປັນການແລກປ່ຽນການໂອນເງິນລະຫວ່າງສອງປະເທດໃຫ້ວ່ອງໄວ ແລະ ອຳນວຍຄວາມສະດວກໃຫ້ປະຊາ ຊົນທັງ ສອງຊາດລາວ​ກຳປູເຈຍ ມີຄວາມຮັບປະກັນຫລາຍຂຶ້ນ ໂດຍສະເພາະຈະໄດ້ຈັດກອງປະ ຊຸມແລກປ່ຽນບົດຮຽນລະຫວ່າງ ພະ ນັກງານຂັ້ນນຳລັດວິສາຫະກິດໄປ ສະນີສອງປະເທດເພື່ອ ແລກປ່ຽນບົດຮຽນລະຫວ່າງວິ ຊາການ ແລະ ການຮ່ວມມືລະ ດັບພາກພື້ນ ແລະ ສາກົນອີກດ້ວຍ.
          ຜ່ານມາສະເພາະໄປສະນີແຂວງຈຳປາສັກກໍໄດ້ເອົາ ໃຈໃສ່ປະຕິບັດວຽກງານຂອງຕົນ ຢ່າງຕັ້ງໜ້າຄື 3 ເດືອນຜ່ານມາ ສາມາດສ້າງລາຍຮັບບັນລຸຕາມແຜນການແລະຄາດໝາຍທີ່ວາງໄວ້ໄດ້ເປັນຢ່າງດີ.

No comments:

Post a Comment