Ad

Ad

10 April 2013

ນາຍົກລັດຖະມົນຕີເນັ້ນໃຫ້ສະມາຊິກຄະນະລັດຖະບານເພີ່ມທະວີຄວາມເປັນເຈົ້າການໃນວຽກງານຫລາຍຂຶ້ນ



           ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ບັນດາສະມາ ຊິກຄະນະລັດຖະບານ ຕ້ອງໄດ້ ເພີ່ມທະວີຄວາມເປັນເຈົ້າການໃນ ຂະແໜງການທີ່ຕົນຮັບຜິດຊອບ ໃຫ້ດີກວ່າເກົ່າ ​ໂດຍ​ສະ​ເພາະ​ແມ່ນ​ການ​ສຸມ​ໃສ່​ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ໄລຍະ 6 ເດືອນທ້າຍສົກປີ 2012- 2013  ​ໃຫ້​ປະສົບ​ຜົນສຳ​ເລັດ​ຫລາຍ​ຂຶ້ນ ພາຍຫລັງເຫັນວ່າ: 6 ເດືອນຜ່ານມາ ມີຫລາຍບັນຫາ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ​ເຊິ່ງ ການ​ແນະນຳບັນຫາສຳຄັນດັ່ງ ກ່າວ​ໄດ້ມີຂຶ້ນໃນລະຫວ່າງການ ກ່າວຄຳເຫັນໄຂກອງປະຊຸມເປີດ ກວ້າງຂອງຄະນະລັດຖະບານປະ ຈຳປີ 2013 ຢູ່ນະຄອນ ຫລວງວຽງຈັນ ລະຫວ່າງວັນທີ 8 - 11 ເມສານີ້.
           ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ກ່າວວ່າ:ໃນ 6 ​ເດືອນ​ຕົ້ນຂອງ​ສົກ​ປີ 2012- 2013 ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ຈະ​ບັນລຸ​ຕາມ​ຄາດໝາຍ 8,3%, ການ​ເຕີບ​ໃຫຍ່​ຂອງ​ຂະ​ແໜງ​ກະສິກຳ ​ແລະ ການ​ບໍລິການ​ມີ​ທ່ວງ ທ່າ​ເພີ່ມ​ຂຶ້ນ, ຄ່າ​ເງິນ​ກີບ​ສືບຕໍ່​ມີ​ຄວາມ​ໝັ້ນທ່ຽງ, ຄັງ​ສຳຮອງ​ເງິນຕາ​ເພີ່ມ​ຂຶ້ນ ​ແລະ ທະນາຄານ​ມີ​ສະພາບ​ຄ່ອງໂຕ​ທີ່​ດີ, ການ​ຄ້າ ​ແລະ ການທ່ອງທ່ຽວ​ມີ​ການ​ຂະຫຍາຍຕົວ, ການ​ສົ່ງ ​ອອກ​ສິນຄ້າ​ປະຕິບັດ​ໄດ້ 880 ລ້ານ​ໂດ​ລາ​ສະຫະລັດ ​ເທົ່າ​ກັບ 42,72% ຂອງ​ແຜນການ​ປີ​ວາງ​ໄວ້, ອັດຕາ​ເງິນ​ເຟີ້ສະ​ເລ່ຍ​ໃນ 6 ​ເດືອນ ​ເທົ່າ​ກັບ 4,85%; ການ​ພັດ ທະນາ​ຂົງ​ເຂດ​ສັງຄົມ-ວັດທະນະ ທຳ​ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່; ການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະ ຊາຊົນ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ເປັນ​ຂະ​ບວນ, ​ໄດ້​ເກີດ​ມີ​ໜໍ່​ແໜງ ​ແລະ ມີ​ປັດ​ໄຈ​
ໃໝ່ ​ເຊິ່ງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ນຳ​ເອົາ​ປະ​ເທດ​ຊາດ​ກ້າວ​ຂຶ້ນສູ່​ຈຸດໝາຍ​ໃນ​ຊຸມ​ປີ​ຕໍ່ໜ້າ. ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ASEM, ກອງ​ປະຊຸມ​ສຸດ​ຍອດ CLMV, ກອງ​ປະຊຸມ​ສຸດ​ຍອດ​ແອັກ​​ແມັກ (ACMEC), ກອງ​ປະຊຸມ CLV ຄັ້ງທີ 7 ​ແລະ ກອງ​ປະຊຸມ​ສາກົນ​ທີ່​ສຳຄັນ​ອື່ນໆ​ ​ໄດ້​ສຳ​ເລັດ​ຢ່າງ​ສະຫງ່າ​ງາມ ​ເຮັດ​ໃຫ້​ຖານະ​ບົດ ບາດ, ຊື່​ສຽງ ​ແລະ ອິດ​ທິພົນ​ຂອງ ສປປ ລາວ ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກພື້ນ ​ແລະ ສາກົນ.ແຕ່​ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວກໍ​ຍັງ​ເຫັນ​ວ່າ: ການ​ຄຸ້ມ​ຄອງ ​ແລະ ດັດສົມ​ຂອງ​ລັດ​ຍັງ​ມີ​ຫລາຍ​ບັນຫາ​ທີ່​ຈະ​ຕ້ອງ​​ໄດ້ເອົາ​ໃຈ​ໃສ່​ແກ້​ໄຂ​ ​ເປັນຕົ້ນການ​ຄຸ້ມ​ຄອງ​​ເສດຖະກິດ​ມະຫາ​ພາກການ​ເງິນ, ທະນາຄານ, ການ​ຄ້າ, ລາຄາ, ບັນຫາໜີ້ສິນ​ທີ່​ຄຸມ​ເຄືອ​​ແກ່ ຍາວ ​ແລະ ດ້ານ​ອື່ນໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ສະ​ພາບ​ຂາດ​ສະຖຽນ​ລະ​ພາບ​ໄດ້ ຖ້າ​ພວກ​ເຮົາ​ຫາກ​ປ່ອຍປະ​ລະ​ເຫລີງ, ບໍ່​ເອົາ​ໃຈ​ໃສ່​ຊີ້ນຳ​ຢ່າງ​ໃກ້ຊິດ ຫລື ບໍ່​ມີ​ການ​ປະສານ​ງານ​ແກ້​ໄຂ​ຢ່າງ​ເປັນ​ເອ ກະ​ພາບ​ກັນ ​ເຊິ່ງທັງ​ໝົດ​ເຫລົ່ານີ້ ຜ່ານ​ມາ, ​ພວກ​ເຮົາ​ກໍ​ໄດ້​ດຳ​ເນີນ​ນະ​ໂຍບາຍ ​ແລະ ມີ​ມາດ​ຕະການ​ແກ້​ໄຂ​ຈຳນວນ​ໜຶ່ງ​ແລ້ວ, ​ແຕ່​ໃນ​ສະພາບ​ການ​ໃໝ່​ປັດຈຸບັນມັນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າການ ​ແລະ ຄວາມ​ຮັບ ຜິດຊອບ​ໃຫ້​ສູງ​ກວ່າເກົ່າ​ຈຶ່ງ​ຈະ​ປະຕິບັດ​ໃຫ້​ສຳ​ເລັດ​ໄດ້.

No comments:

Post a Comment