ປັດຈຸບັນ ຖ້າໃຜຫາກໄດ້ຜ່ານໄປເສັ້ນທາງ
450 ປີ ນະ ຄອນຫລວງວຽງຈັນ ກໍຈະເຫັນໄດ້ເຖິງຄວາມເສຍຫາຍຂອງຕົ້ນໄມ້ປູກໃໝ່
ໂດຍສະເພາະແມ່ນຕົ້ນດອກຈຳປາທີ່ປູກຂຶ້ນມາພ້ອມໆກັບການກໍ່ສ້າງເສັ້ນທາງດັ່ງກ່າວ
ເພື່ອປະດັບໃຫ້ຄູກາງທາງທີ່ກວ້າງໃຫຍ່ຂອງເສັ້ນທາງ 450 ປີ ມີຄວາມງົດງາມ,
ແຕ່ແລ້ວກໍຕ້ອງມາຈົບລົງຈາກການຈູດຫຍ້າ ເພື່ອຈຸດປະສົງອະນາໄມບໍ່ຢາກໃຫ້ຄູກາງທາງດັ່ງກ່າວເປັນປ່າຮົກເຮື້ອ
ແມ່ນການໃຊ້ຈັກຕັດຫຍ້ານັ້ນ ອອກ ເຊິ່ງອາດຈະສິ້ນເປືອງເວລາ ແລະ ຄ່າແຮງກວ່າ,
ແຕ່ກົງກັນຂ້າມ ມັນໄດ້ເຜົາເອົາຕົ້ນຈຳປາທີ່ພວມປົ່ງໜໍ່ຈໍ່ດອກ ແລະ ໃບທີ່ຂຽວງາມນັ້ນໄປຢ່າງໜ້າເສຍດາຍ
ເຊິ່ງຍັງບໍ່ທັນໄດ້ເວົ້າເຖິງຄ່າເຫື່ອແຮງ ແລະ ທຶນຮອນ ເພື່ອປູກຕົ້ນໄມ້ດັ່ງກ່າວທີ່ມີຈຳ
ນວນຫລວງຫລາຍຈົນສຸດສາຍທາງ 450 ປີ.
ສິ່ງສູນເສຍດັ່ງກ່າວກໍຂໍຮຽກ ຮ້ອງໃຫ້ພາກສ່ວນຮັບຜິດຊອບຄວນກວດກາຄືນ,ຖ້າເຫັນວ່າບົກພ່ອງກໍຕ້ອງມີມາດຕະການແກ້ໄຂ,
ຕັກເຕືອນ ຫລື ອາດປັບໃໝໃສ່ໂທດຜູ້ກໍ່ໃຫ້ເກີດການເສຍຫາຍຊັບສົມບັດລວມຂອງຊາດນັ້ນໄດ້
ເພື່ອເປັນບົດຮຽນໃຫ້ແກ່ຜູ້ອື່ນໆ ແລະ ຖ້າແມ່ນການລັກ ລອບຈູດກໍຕ້ອງນຳຊອກຫາພວກບໍ່ດີດັ່ງກ່າວມາລົງໂທດໃຫ້ໄດ້.
No comments:
Post a Comment