Ad

Ad

2 May 2013

ແຂວງຈຳປາສັກທຳລາຍສິນຄ້າຕ້ອງຫ້າມ ແລະ ຜະລິດຕະພັນຫມົດອາຍຸ



          ແຂວງຈຳປາສັກໄດ້ຈັດ ພິທີທຳລາຍສິນຄ້າຕ້ອງຫ້າມ, ຜະລິດຕະພັນເຄື່ອງ ສຳອາງ ລວມທັງອາຫານທີ່ໝົດອາຍຸນຳໃຊ້ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຊົມໃຊ້ ແລະ ບໍລິໂພກໂດຍພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ເມສານີ້ຢູ່ສະໜາມຖິ້ມຂີ້ ເຫຍື້ອຫຼັກ 17 ເມືອງ ຊະນະສົມບູນແຂວງຈຳປາສັກ.
        ມີເຈົ້າໜ້າທີ່ກ່ຽວຂ້ອງຈາກພະແນກສາທາລະນະສຸກ ພະແນກອຸດສາຫະກຳ ການຄ້າ ​ແລະ ​ເຈົ້າຫນ້າ​ທີ່​ທີ່​ກ່ຽວຂ້ອງ ຈຳນວນຫນຶ່ງ, ສຳລັບສິນຄ້ານຳມາທຳລາຍນີ້​ແມ່ນຢຶດໄດ້ຈາກແມ່ຄ້າ,ພໍ່ຄ້າຢູ່ ຕະຫຼາດພາຍໃນເທສະບານເມືອງ ປາກເຊມີມູນຄ່າ 7 ລ້ານກວ່າກີບ ປະກອບມີປະເພດຂະ ໜົມລວມ 112 ກັບ 4 ລາຍການ,ນົມ 54 ກ່ອງ 2 ລາຍການ, ປະເພດນ້ຳອັດລົມ ແລະ ນ້ຳສົ້ມ 169 ໂຫຼ 6 ລາຍການ, ເຄື່ອງ ປຸງແຕ່ງອາຫານ 119 ຂວດ10ລາຍການແລະ ໝີ່ສຳເລັດ ຮູບ 240 ຫໍ່ 4 ລາຍການ.
        ສ່ວນສິນຄ້າແລະເຄື່ອງສຳ ອາງຕ້ອງຫ້າມທີ່ກວດຢຶດໄດ້ມີ ປະເພດຄຣີມທາ 732 ກ່ອງ 39 ລາຍການ,ຄຣີມຜັດຜິວ12 ກ່ອງ 1 ລາຍການ, ສະບູ 44 ລາຍການ, ຢາຍ້ອມຜົມ 53 ກ່ອງ, ຢາສະຜົມ 15 ກ່ອງແລະນ້ຳຢາຂ້າເຊື້ອ 2 ກ່ອງ ເຖິງວ່າເຈົ້າ ໜ້າທີ່ກ່ຽວຂ້ອງຈະລົງກວດກາແລະຢຶດສິນຄ້າ ດັ່ງກ່າວມາໄດ້ຫຼາຍກໍລະນີກໍຕາມ, ແຕ່ສຸຂະພາບແລະພະລາອະນາໄມ ຂອງພີ່ ນ້ອງປະຊາຊົນກໍ ຍັງຕ້ອງໄດ້ຮັບຄວາມປົກປ້ອງ ດູແລແລະ ເອົາໃຈໃສ່ດ້ວຍຄວາມເປັນຫ່ວງເປັນໃຍ​ໃນການຊົມ ໃຊ້ ແລະບໍລິ
ໂພກໃນໄລຍະຜ່ານມາຖ້າທຽບໃສ່ຈຳນວນສິນຄ້າທີ່ຢຶດມາໄດ້ແມ່ນຖືວ່າມີອັດຕາໜ້ອຍທີ່ສຸດກັບການນຳເອົາມາຈຳ ໜ່າຍຂອງ ພວກພໍ່ຄ້າແມ່ຄ້າດັ່ງ ນັ້ນຈຶ່ງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະ ຊາຊົນຜູ້ຊົມໃຊ້ແລະບໍລິໂພກ ຄວນມີສະຕິເລືອກເຟັ້ນສິນຄ້າ ແລະ ຜະ ລິດຕະພັນຕ່າງໆທີ່ໄດ້ຜ່ານການກວດກາຢ່າງຖືກຕ້ອງ ຈາກອົງການອາຫານ ແລະ ຢາ ທັງນີ້ກໍເພື່ອບໍ່ຢາກໃຫ້ຜູ້ຊົມໃຊ້ໄດ້ຮັບ ຜົນກະທົບຈາກຜະລິດຕະພັນທີ່ບໍ່ໄດ້ຮັບມາດຕະຖານຈົນເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດໄດ້.

No comments:

Post a Comment